spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 1 ພະຈິກ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 1 ພະຈິກ

Published on

ວັນທີ 1 ພະຈິກ ປີ 1997 ຫຼືມື້ນີ້ເມື່ອ 19 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Street Fighter EX Plus α ເທິງເຄື່ອງ PS1 ທີ່ກຸ່ມປະເທດສະຫະລາດອານາຈັກ. ໂດຍພາກນີ້ເປັນການແປງໂສມຂອງຊີຣີຈາກເກົ່າທີ່ Street Fighter II ກັບ Street Fighter Alpha ທີ່ອອກມາກ່ອນໜ້າໄດ້ເຮັດພາບໂຕລະຄອນເປັນແບບແອນິເມຊັ່ນ, ຈົນມາເຖິງພາກ EX ນີ້ກໍໄດ້ປ່ຽນການດີຊາຍມາເປັນແບບຟລູໂພລີກອນ ພ້ອມສາກຫຼັງແບບ 3D ແຕ່ຮູບແບບການຕໍ່ສູ້ຈະຍັງເປັນ 2D ຢູ່ ໃນຂະນະດຽວກັນ ພາກ EX Plus α ຈະເປັນພາກສົມບູນຂອງພາກ EX ທີ່ມີໂຕລະຄອນໃຫ້ໃຊ້ຄົບທຸກໂຕລວມທັງໝົດ 23 ໂຕ. 

Street Fighter EX Plus α ເປັນການນຳເອົາລະບົບຂອງ Street Fighter II ແລະ Street Fighter Alpha ມາປະຍຸກເຂົ້ານຳກັນ, ໂດຍທີ່ລະບົບສະເພາະຂອງຂອງພາກ EX ເດັ່ນໆຈະມີຢູ່ 2 ຢ່າງໄດ້ແກ່: ລະບົບ “Guard Break” ທີ່ຜູ້ຫຼິ້ນສາມາດໃຊ້ເກດ Super Combo ຈຳນວນ 1 ເລເວວເພື່ອອກທ່າທຳລາຍກາຣ໌ດຄູ່ຕໍ່ສູ້ໄດ້ ແລະລະບົບ “Super Canceling” ທີ່ເມື່ອຜູ້ຫຼິ້ນໃຊ້ Super Combo ທ່າໃດອອກໄປປຸບກໍສາມາດໃຊ້ທ່າ Super Combo ທ່າອື່ນຕໍ່ເນື່ອງໄດ້ທັນທີ ເຊິ່ງການເຮັດ Super Canceling ຈຳເປັນຈະຕ້ອງມີເກດ Super Combo ຢ່າງໜ້ອຍ 2 ຂີດກ່ອນ (ໃຊ້ທ່າລະ 1 ເລເວວ)

Fact ເລັກນ້ອຍກ່ຽວກັບເກມ Street Fighter EX Plus α

  • ໃນພາກນີ້ທາງ Capcom ໄດ້ມອບໝາຍໃຫ້ບໍລິສັດ Arika ເປັນຜູ້ພັດທະນາ, ເຊິ່ງບໍລິສັດ Arika ໄດ້ກໍ່ຕັ້ງໂດຍທ່ານອາກິຣະ ນິຊິທານິ (Akira Nishitani) ໂດຍ ທ່ານນິຊິທານິເປັນອະດີດພະນັກງານຂອງ Capcom ທີ່ເຄີຍສ້າງ Street Fighter II ຈົນໂດ່ງດັງໄປທົ່ວໂລກມາແລ້ວ ເຊິ່ງນອກຈາກເກມ Street Fighter EX ທາງ Arika ກໍຍັງມີຜົນງານເດັ່ນອື່ນໆໄດ້ແກ່: Endless Ocean ແລະ Dr. Luigi ທີ່ລົງໃຫ້ກັບເຄື່ອງ Wii ແລະ Wii U ຕຳລຳດັບ.

  • ເກມນີ້ໄດ້ຄະແນນຣີວິວ, ສຽງວິຈານ ແລະຍອດຂາຍໄປໃນທາງທີ່ດີ ໂດຍຄ່າສະເລ່ຍຄະແນນຂອງຫຼາຍໆສຳນັກຈະຢູ່ທີ່ປະມານ 85-90℅ ແລະຍອດຂາຍໃນປີທຳອິດຂອງການວາງຈຳໜ່າຍນີ້ກໍເຮັດໄປໄດ້ 4 ແສນຊຸດທົ່ວໂລກ. ນອກຈາກນີ້ບັນດາຜູ້ຫຼິ້ນກໍມີຄວາມເຫັນປະມານວ່າລະບົບເກມຂອງພາກນີ້ຂ້ອນຂ້າງເປັນມິດກັບຜູ້ຫຼິ້ນໜ້າໃໝ່ ເພາະເຂົ້າໃຈງ່າຍແລະມີກຣາບຟິກຕາມສະໄໝນິຍົມນຳ. 

  • ຫາກຜູ້ຫຼິ້ນສາມາດຫຼິ້ນໂຫຼດ Arcade ໄປຈົນຮອດດ່ານ M.Bison (ຫຼື Vega ໃນເວີຊັ່ນຍີ່ປຸ່ນ) ໄດ້ໂດຍບໍ່ເສຍເລີຍແມ້ແຕ່ຍົກດຽວ Akuma (ຫຼື Gouki ໃນເວີຊັ່ນຍີ່ປຸ່ນ) ຈະໂພ່ມາອັດ M.Bison ຈົນຫຼັບ ແລ້ວເຮົາຈະໄດ້ສູ້ກັບ Akuma ແທນ. 

  • ນອກຈາກນີ້ ຖ້າຜູ້ຫຼິ້ນສາມາດຫຼິ້ນໂໝດ Arcade ໄປຈົນຮອດດ່ານສຸດທ້າຍໄດ້ໂດຍບໍ່ເສຍແມ້ແຕ່ຍົກດຽວ ແລະຊະນະທຸກຍົກດ້ວຍທ່າ Super Combo ກໍຈະສາມາດສູ້ກັບ Garuda ໃນດ່ານສຸດທ້າຍໄດ້.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...