spot_img
Homeຂ່າວພາຍ​ໃນເປີດຖ້ຽວບິນໃໝ່ຂອງສາຍການບິນ Silk Air ສິງກະໂປ (Singapore Airlines) ສູ່ ສປປ ລາວ

ເປີດຖ້ຽວບິນໃໝ່ຂອງສາຍການບິນ Silk Air ສິງກະໂປ (Singapore Airlines) ສູ່ ສປປ ລາວ

Published on

ສາຍການບິນ Silk Air ສິງກະໂປ (Singapore Airlines) ໄດ້ຈັດພິທີເປີດຖ້ຽວບິນ ຮອບປະຖົມມະເລີກ ຈາກປະເທດສິງກະໂປ ສູ່ ນະຄອນຫຼວງວຽງຈັນ ສປປ ລາວ ຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 31 ຕຸລາ 2016 ທີ່ສະໜາມສາກົນບິນວັດໄຕ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ລັດຕະນະມະນີ ຄູນນິວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຟູ ຈ້າຍຫວູ ຜູ້ບໍລິຫານໃຫຍ່ຂອງ Silk Air ແລະ ບັນດາສື່ມວນຊົນເຂົ້າຮ່ວມ.

ຖ້ຽວບິນ Silk Air ຈາກສິງກະໂປ ສູ່ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ ຈະມີ 3 ຖ້ຽວຕໍ່ອາທິດຄື: ວັນຈັນ, ວັນພະຫັດ ແລະ ວັນເສົາ ສຳລັບຍົນແມ່ນນໍາໃຊ້ຍົນ ແອບັສ Air bus A320 ມີບ່ອນນັ່ງຜູ້ໂດຍສານຊັ້ນປະຢັດ ແລະ ຜູ້ໂດຍສານຊັ້ນທຸລະກິດ.

ສ່ວນຖ້ຽວບິນໃນຮອບປະຖົມມະເລີກ ໄດ້ອອກຈາກສະໜາມບິນ ແຊງງີ ສິງກະໂປ ແຕ່ເວລາ 13:20 ໂມງ ສູ່ ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເວລາ 15:15 ໂມງ. ຫຼັງຈາກນັ້ນໄດ້ເດີນທາງບິນຕໍ່ໄປ ແຂວງຫຼວງພະບາງ  ແລະ ຈະກັບຄືນທີ່ ສິງກະໂປ ເວລາ 22:05.

ສຳລັບການຈອງຖ້ຽວບິນ ແມ່ນສາມາດຈອງຜ່ານເວັບໄຊ Silk Air.com, ເຟສບຸກ Silk Air ຫຼື ໂທຈອງຢູ່ສູນບໍລິການ ແລະ ຈອງທາງຕົວແທນຈໍາໜ່າຍ ຫຼື ອີເມວ Silk Air_PA@singaporeair.com.sg

6397 6398

 

ຂ່າວຈາກ: https://targetlaos.com
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມມາເປັນເວລາ 2 ປີ. ສຳນັກຂ່າວໄທລາຍງານວ່າ: ເມື່ອວັນທີ 20 ກຸມພາ 2025 ມີການລາຍງານຈາກໜ່ວຍກູ້ໄພຕຳບົນດອນບົນ...

ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ. ໃນວັນທີ 20 ກຸມພາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ...

ສະຫຼົດ ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ

ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 20 ກຸມພາ 2025, ເກີດອຸບັດຕິເຫດລົດໄຟໂດຍສານໃນສີລັງກາຕົກລາງ ໃນຊ່ວງເຊົ້າມືດ (20 ກຸມພາ)...

ດວງປະຈຳວັນທີ 21 ກຸມພາ 2025

ດວງປະຈຳວັນທີ 21 ກຸມພາ 2025 - ຄົນເກີດວັນຈັນ: ວຽກທີ່ຄ້າງຄາຈະໄດ້ຮັບຄວາມຄືບໜ້າຫຼາຍຂຶ້ນ, ລົງທຶນຢູ່ໃນເກນດີ, ຄົນໂສດລະວັງປັນຫາຈາກຄົນລົມ ຄົນມີຄູ່ຄົນເກົ່າຈະເຂົ້າມາສ້າງປັນຫາ, ລະວັງໄມເກນ - ຄົນເກີດວັນຄານ: ວຽກງານລົ້ນມື ເຄຍວຽກຫົວໝຸນ, ເງິນຄ່ອງມື...