spot_img
Homeຂ່າວເຫດການຜູ້ມີບັນຫາສຸຂະພາບຈິດໃນລາວພຽງ 0,13% ໄດ້ເຂົ້າເຖິງການປິ່ນປົວ

ຜູ້ມີບັນຫາສຸຂະພາບຈິດໃນລາວພຽງ 0,13% ໄດ້ເຂົ້າເຖິງການປິ່ນປົວ

Published on

ວັນທີ 28 ຕຸລານີ້, ໂຄງການເບຊິກນິດສ ( Basic Needs ) ປະຈຳລາວ ໄດ້ຈັດພິທີຖະແຫຼງຂ່າວໃນໂອກາດສະຫຼອງສະຫຼອງວັນສຸຂະພາບຈິດໂລກ (10 ຕຸລາ) ປະຈຳປີ, ຂຶ້ນທີ່ສະມາຄົມນັກຂ່າວແຫ່ງປະເທດລາວ, ໂດຍການເຂົ້າຮ່ວມຂອງທ່ານ ສົມສະໜຸມ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງປະເທດລາວ, ພ້ອມດ້ວຍສື່ມວນຊົນຈາກພາກສ່ວນຕ່າງໆເຂົ້າຮ່ວມເປັນຈຳນວນຫຼາຍ.
ທ່ານ ນາງ ຈັນທະຣາວາດີ ຈຸລາມະນີ ອຳນວຍການໂຄງການເບຊິກນິດສປະຈຳລາວ, ທັງເປັນຈິດ
ຕະແພດຖະແຫຼ່ງວ່າ: ວັນສຸຂະພາບຈິດໂລກແມ່ນວັນທີ່ມີຄວາມໝາຍສຳຄັນຍິ່ງ ເພື່ອຍົກໃຫ້ເຫັນວຽກງານສຸຂະພາບຈິດ ແລະ ເພື່ອສະດົມໃຫ້ທົ່ວປວງຊົນຮັບຮູ້ກ່ຽວກັບບັນຫານີ້, ສຸຂະພາບຈິດແມ່ນຫົວຂໍ້ໜຶ່ງທີ່ສຳຄັນທີສຸດຊຶ່ງໄດ້ກ່າວຢູ່ທົ່ວໂລກ, ຊຶ່ງມັນມີຜົນກະທົບຕໍ່ຈິດໃຈຂອງມະນຸດຄົນເຮົາ ແລະ ຕໍ່ກັບການດຳເນີນງານ ແລະ ສຸຂະພາບຈະບໍ່ດີຖ້າຫາກພວກເຮົາບໍ່ມີສຸຂະພາບຈິດທີ່ດີ ແລະ ແນ່ນອນວ່າການເຈັບປ່ວຍທາງຈິດຈະມີຜົນກະທົບຕໍ່ບຸກຄົນ ແລະ ຄອບຄົວຂອງເຂົາເຈົ້າ ແລະ ຍັງສົ່ງຜົນສະທ້ອນຕໍ່ສິດທິມະນຸດອີກດ້ວຍ, ຕາມການຄາດຄະເນໄດ້ເຊີ້ໃຫ້ເຫັນວ່າ: ໃນ 4 ຄົນໃດຈະມີຄົນໜຶ່ງທີ່ປະສົບກັບບັນທາງດ້ານສຸຂະພາບຈິດ ແລະ ສຳລັບປະເທດລາວຂອງພວກເຮົາມີພຽງ 0,13% ຂອງຈຳນວນຜູ້ທີ່ມີບັນຫາດ້ານສຸຂະພາບຈິດທັງໝົດທີ່ໄດ້ເຂົ້າເຖິງການປິ່ນປົວ, ດັ່ງນັ້ນມັນມີຄວາມຈຳເປັນຫຼາຍທີ່ຈະຕ້ອງເຂົ້າໃຈວ່າພະຍາດຈິດກໍຄືກັນກັບພະຍາດອື່ນໆ ແລະ ສາມາດປິ່ນປົວໄດ້, ສຳລັບປີນີີ້ສະມາຄົມສຸຂະພາບຈິດສາກົນ ແລະ ອົງການມອະນາໄມໂລກໄດ້ໃຫ້ຫົວຂໍ້ໃນການສະເຫຼີມສະຫຼອງວັນດັ່ງກ່າວວ່າ: “ການປະຖົມພະຍາບານຂັ້ນຕົ້ນດ້ານຈິດໃຈສຳລັບທຸກຄົນ”.
ອຳນວຍການໂຄງການດັ່ງກ່າວກ່າວວ່າ: ສະພາບການຂອງຄວາມທຸກທາງໃຈທີ່ເກີດຈາກສະ ພາບການທີ່ໃຫຍ່ຫຼວງເຊັ່ນ: ໄພພິບັດ, ສັງຄົມ, ສົງຄາມ, ການໂຈລະກຳ ແລະ ຄວາມທຸກໃຈສ່ວນບຸກ ຄົນເຊັ່ນ: ອຸປະຕິເຫດ, ຄວາມຮຸນແຮງ, ການສູນເສຍຄວາມຮັກ ຫຼື ສູນເສຍວັດຖຸທີມີຄ່າແມ່ນເກີດຂຶ້ນກັບທຸກຊຸມຊົມໃນທົ່ວໂລກ, ຊຶ່ງສະພາບການດັ່ງກ່າວໄດ້ສົ່ງຜົນກະທົບທາງດ້ານຮ່າງກາຍ, ສັງຄົມ ແລະ ທາງດ້ານຈິດໃຈຂອງຜູ້ຖືກກະທົບ ແລະ ການປະຖົມພະຍາບານຂັ້ນຕົ້ນທາງດ້ານຈິດໃຈຊ່ວຍໃຫ້ຜູ້ຖືກກະທົບເຫດການດັ່ງກ່າວ, ໃຫ້ກັບຄືນສູ່ສະພາບປົກກະຕິໄດ້  ແລະ ຊ່ວຍຫຼຸດຜ່ອນຄວາມທຸກໃຈໃນເບື້ອງຕົ້ນ, ການຮັບຟັງບຸກຄົນທີ່ໄດ້ຮັບຜົນກະທົບຈາກເຫດການຮຸງແຮງແມ່ນມີຄວາມສຳຄັນທີ່ສຸດ ແລະ ພຽງພໍທີ່ຈະໃຫ້ຄວາມອົບອຸ່ນແກ່ເຂົາເຈົ້າ ແລະ ຍັງເປັນການປ້ອງກັນການເກີດບັນຫາທາງຈິດໃນອະນາຄົດໄດ້ເປັນຢ່າງດີ.

ໃນໂອກາດນີ້ກໍເປັນໜ້າພູມໃຈຫລາຍທີ່ໄດ້ຮັບແຈ້ງຂ່າວວ່າ: ທ່ານ ນາງ ຈັນທະຣາວາດີ ຈຸລາ ມະນີ ອຳນວຍການໂຄງການເບຊິກນິດສປະຈຳລາວ ໄດ້ຮັບລາງວັນການທັບມ້າງຕ່ອງໂສ້ການຈຳ ແນກລັງກຽດຕໍ່ຄົນເຈັບສຸກຂະພາບຈິດສາກົນເປັນຄົນທີ່ 5 ແລະ ເປັນຄົນທຳອິດຂອງ ສປປ ລາວ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...