spot_img
Homeນານາສາລະວິທີຕັດໃຈຈາກເຄື່ອງດື່ມແອລກໍຮໍ

ວິທີຕັດໃຈຈາກເຄື່ອງດື່ມແອລກໍຮໍ

Published on

ເຄື່ອງດື່ມທີ່ມີສານແອລກໍຮໍ ເປັນສານເສບຕິດທີ່ທຳລາຍສະໝອງ ແລະ ຮ່າງກາຍຂອງຜູ້ດື່ມໃນລະຍະຍາວ ເຮັດໃຫ້ເກີດໂຣກແຊກຊ້ອນຫຼາຍຢ່າງ ທັງໂຣກຕັບອັກເສບ, ໂຣກຕັບແຂງ, ໂຣກຈິດຈາກການຕິດແອລກໍຮໍ, ຄວາມດັນເລືອດສູງ ແລ ອື່ນໆ ສຳລັບຄົນທີ່ຕັ້ງໃຈຢາກເລີກດື່ມເຄື່ອງດື່ມແອລກໍຮໍ ວັນນີ້ພວກເຮົາເລີຍມີຄຳແນະນຳມາຝາກ ເພື່ອເປັນອີກໜຶ່ງຄຳຄິດເຫັນທີ່ຈະຊ່ວຍໃຫ້ທ່ານຕັ້ງໃຈເລີກແອລກໍຮໍໄດ້ງ່າຍຂຶ້ນ

  1. ທ່າຄວນມີຄວາມຕັ້ງໃຈແທ້ທີ່ຈະເລີກດື່ມມັນ ຢ່າໃຈອ່ອນກັບຄຳຮຽກຮ້ອງຂອງຜູ້ໃດ ຫຼື ແມ່ນແຕ່ຢ່າໃຈອ່ອນກັບຕົວເອງເດັດຂາດ
  2. ຕ້ອງຕັ້ງເປົ້າໝາຍໃນການເລີກແອລກໍຮໍເຊັ່ນ: ຈະເລີກເພື່ອຫຍັງ? ເລີກເພື່ອໃຜ?
  3. ຫາແຮງບັນດານໃຈໃນການເລີກແອລກໍຮໍ ເຊັ່ນ: ທ່ານຄວນໄປປຶກສາກັບຄົນທີ່ເລີກແອລກໍຮໍໄດ້ ຫລື ອ່ານໜັງສືຕ່າງໆທີ່ກ່ຽວກັບການເລີກແອລກໍຮໍ
  4. ຫາທີ່ເພິ່ງທາງໃຈ ຄືຄອບຄົວພໍ່ແມ່ອ້າຍເອື້ອຍນ້ອງ, ຄົນຮັກ, ເພື່ອນ ທ່ານຄວນອະທິບາຍໃຫ້ພວກເຂົາເຂົ້າໃຈໃນຈຸດປະສົງຂອງທ່ານ ເພາະພວກເຂົາເລົ່ານັ້ນກໍ່ເປັນສິ່ງສຳຄັນທີ່ຈະເຮັດໃຫ້ທ່ານມີຄວາມຫວັງ ແລະ ກຳລັງໃຈທີ່ຈະເລີກດື່ມມັນ
  5. ຢ່າກັບໄປຢູ່ໃກ້ສະຖານທີ່ທີ່ເຄີຍສັງສັນກັບໝູ່ເພື່ອນ ຫຼື ສະຖານທີ່ເຕັມໄປດ້ວຍແອລກໍຮໍ

ທີ່ມາຈາກ: https://medthai.com
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...