spot_img
Homeຂ່າວພາຍ​ໃນສິ່ງທີ່ຄວນຮູ້ໃນ ການແຂ່ງຂັນບານເຕະ Toyota Mekong Club Championship

ສິ່ງທີ່ຄວນຮູ້ໃນ ການແຂ່ງຂັນບານເຕະ Toyota Mekong Club Championship

Published on

ມື້ນີ້ທີມງານ ຈະຍົກເອົາສິ່ງທີ່ໜ້າສົນໃຈ ແລະ ຄວນຮູ້ໃນການແຂ່ງຂັນ ບານເຕະລາຍການ Toyota Mekong Club Championship ມາໃຫ້ທ່ານຜູ້ອ່ານໄດ້ອ່ານໄປນຳກັນ. Toyota Mekong Club Championship ແມ່ນການແຂ່ງຂັນບານເຕະ ລະຫວ່າງ ສະໂມສອນບານເຕະ ຂອງປະເທດ ທີ່ແມ່ນ້ຳຂອງໄຫຼຜ່ານ ລວມມີ ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ເຊິ່ງຕົວແທນຂອງ ແຕ່ລະປະເທດ ແມ່ນສະໂມສອນ ທີ່ເປັນແຊ້ມບານເຕະ ລີກພາຍໃນປະເທດ ເຂົ້າຮ່ວມແຂ່ງຂັນ ເຊິ່ງໃນປີ 2016 ນີ້ ສະໂມສອນ ລ້ານຊ້າງ ຢູໄນເຕັດ ເປັນຕົວແທນຈາກ ປະເທດລາວ ເຂົ້າແຂ່ງຂັນ.

ການແຂ່ງຂັນບານເຕະ Toyota Mekong Club Championship ໄດ້ຮັບການສະໜັບສະໜູນຫຼັກຈາກ ບໍລິສັດ Toyota Motor Asia Pacific ແລະ ຈັດການແຂ່ງຂັນເປັນປີທີ 3 ຕິດຕໍ່ກັນແລ້ວ ເຊິ່ງປີທຳອິດທີ່ຈັດແມ່ນປີ 2014 ທີ່ປະເທດ ຫວຽດນາມ ໃນເວລານັ້ນມີພຽງ 4 ປະເທດທີ່ເຂົ້າຮ່ວມ ການແຂ່ງຂັນຄື ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ ແລະ ສະໂມສອນ Becamex Binh Duong FCຂອງຫວຽດນາມ ກໍ່ໄດ້ແຊ້ມໂດຍເອົາຊະນະ ສະໂມສອນ Ayeyawady United FC ຂອງມຽນມາ 4 ປະຕູຕໍ່ 1 ໃນຮອບຊິງຊະນະເລີດ. ຕໍ່ມາໃນປີ 2015 ກໍ່ໄດ້ມີ ສະໂມສອນຕົວແທນຈາກ ປະເທດໄທ ເຂົ້າຮ່ວມການແຂ່ງຂັນ ເຊິ່ງລວມເປັນ 5 ປະເທດ ແລະ ຈັດການແຂ່ງຂັນຢູ່ທັງ 5 ປະເທດ ໂດຍທີ່ ສະໂມສອນ Buriram United FC ຂອງປະເທດໄທ ໄດ້ແຊ້ມໄປຄອງ ໂດຍເອົາຊະນະ ສະໂມສອນ Boeung Ket Angkor FC ຂອງປະເທດ ກຳປູເຈຍ 1 ປະຕູຕໍ່ 0 ໃນຮອບຊິງຊະນະເລີດ.

ການແຂ່ງຂັນບານເຕະ Toyota Mekong Club Championship 2016 ມີທີມເຂົ້າຮ່ວມ ການແຂ່ງຂັນທັງໝົດ 5 ທີມທີ່ເປັນຕົວແທນຂອງ 5 ປະເທດ ທີ່ແມ່ນ້ຳຂອງໄຫຼຜ່ານ ແລະ ການແຂ່ງຂັນກໍ່ຈະໄດ້ຈັດຢູ່ ທຸກປະເທດເຊັ່ນດຽວກັບປີ 2015 ເຊິ່ງຈັດລະຫວ່າງວັນທີ 05 ພະຈິກ 2016 ເຖິງ 08 ມັງກອນ 2017.

ຂ່າວຈາກ: 
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...