spot_img
Homeຂ່າວທ້ອງຖິ່ນຮສສ ຊີ້ແຈງຕໍ່ຄໍາຖາມເຈາະຈີ້ມກ່ຽວກັບການແກ້ໄຂບັນຫາການຂາດແຄນແຮງງານ, ບັນຫາແຮງງານບໍ່ມີຄຸນນະພາບ

ຮສສ ຊີ້ແຈງຕໍ່ຄໍາຖາມເຈາະຈີ້ມກ່ຽວກັບການແກ້ໄຂບັນຫາການຂາດແຄນແຮງງານ, ບັນຫາແຮງງານບໍ່ມີຄຸນນະພາບ

Published on

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຊີ້ແຈງຕໍ່ຄໍາຖາມເຈາະຈີ້ມກ່ຽວກັບການແກ້ໄຂບັນຫາການ ຂາດ ແຄນແຮງງານ, ບັນຫາແຮງງານບໍ່ມີຄຸນນະພາບ, ການຄຸ້ມຄອງແຮງງານ ແລະ ການຈັດຕັ້ງປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມ ຄວາມດີໃນພາລະກິດປະຕິວັດຊາດ

ບັນຍາກາດດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ໃນຕອນບ່າຍວັນທີ 27 ຕຸລາ 2016 ບັນດາສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ຊັກຖາມ ແລະ ຮັບຟັງການຂຶ້ນຊີ້ແຈງຈາກ ບັນດາກະຊວງ ກ່ຽວຂ້ອງ ກ່ຽວກັບວຽກງານຕ່າງໆທີ່ຈໍາເປັນ, ບັນຫາທີ່ພົ້ນເດັ່ນທີ່ ບັນດາທ່ານສະມາຊິກສະພາແຫ່ງຊາດ ກໍ່ຄືປະຊາຊົນ ໃຫ້ຄວາມ ສົນໃຈ ແມ່ນບັນຫາວິທີການ ແລະ ມາດຕະການແກ້ໄຂ ຈຸດອ່ອນ ແລະ ຂໍ້ຄົງຄ້າງ ເພື່ອສືບຕໍ່ຈັດຕັ້ງປະຕິບັດວິໄສທັດ ຮອດປີ 2030, ຍຸດທະສາດ 2025 ແລະ ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 8 (2016-2020). ໃນໂອກາດດັ່ງກ່າວ, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຊີ້ແຈງວ່າ : ໃນຊຸມປີຜ່ານມາ ໂຄງການລົງທຶນ ເພື່ອການພັດທະນາເສດຖະກິດ-ສັງຄົມໃນທຸກລະດັບແມ່ນນັບມື້ເພີ່ມຂຶ້ນເລື້ອຍໆ ແຕ່ຄວາມສາມາດຕອບສະໜອງກໍາລັງແຮງງານ ຍັງບໍ່ທັນພຽງພໍ ອັນເນື່ອງມາຈາກການສ້າງແຮງງານຜ່ານມາ ສ່ວນຫລາຍແມ່ນໄປຕາມຄວາມມັກຂອງກໍາລັງແຮງງານ ແລະ ກໍາລັງ ແຮງງານສ່ວນໃຫຍ່ມາຈາກພື້ນຖານການຜະລິດກະສິກໍາຂະໜາດໜ້ອຍ, ເອກະເທດ, ກະແຈກກະຈາຍ, ລະດັບການສຶກສາ, ຄວາມຮູ້ວິຊາຊີບ ສີມືແຮງງານຍັງຕໍ່າ, ຂາດທັດສະນະຄະຕິ ຄວາມອົດທົນຕໍ່ການອອກແຮງານໃນເງື່ອນໄຂພື້ນຖານການຜະລິດອຸດ ສາຫະກໍາຍັງບໍ່ທັນສູງ. ຢ່າງໃດກໍ່ຕາມ, ເພື່ອພັດທະນາສີມືແຮງງານຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ຈະໄດ້ສືບຕໍ່ປັບປຸງດ້ານນິຕິກໍາຮັບໃຊ້ການພັດທະນາສີມືແຮງງານໃຫ້ມີຄຸນນະພາບ, ຈັດຕັ້ງ ການເຮັດທົດສອບ-ອອກໃບຢັ້ງຢືນມາດຕະຖານສີມືແຮງງານສາຂາອາຊີບສາຂາຕ່າງໆໃຫ້ສອດຄ່ອງ, ປູກຈິດສໍານຶກໃຫ້ຜູ້ອອກ ແຮງ ງານມີຈິນ ຕະນາການຮັກໃນອາຊີບ, ສ້າງຄ່ານິຍົມມັກວິຊາຊີບ, ສົ່ງແຮງງານລາວໄປອອກແຮງງານຮຽນຮູ້ເຕັກນິກຈາກຕ່າງປະເທດ ເພື່ອຮຽນຮູ້ເຕັກວິຊາການແລ້ວກັບມາອອກແຮງງານຢູ່ປະເທດລາວ. ສຸມໃສ່ສ້າງລະບົບຖານຂໍ້ມູນຂ່າວສານຕະຫລາດແຮງງານ ເພື່ອ ເປັນໃຈກາງໃນການດັດສົມລະຫວ່າງຄວາມຕ້ອງການ ແລະ ການສະໜອງກໍາລັງແຮງງານ ຢູ່ພາຍໃນ ແລະ ເຊື່ອມໂຍງເຂົ້າກັບພາກ ພື້ນ ທັງຮູ້ຈໍານວນຜູ້ອອກແຮງງານຢ່ າງຊັດເຈນ ແລະ ຮູ້ເຖິງ ຄວາມຕ້ອງການກໍາລັງແຮງງານຂອງຕະຫຼາດແຮງງານ, ປັບປຸງສູນບໍລິ ການຈັດຫາງານ ແລະ ສົ່ງເສີມການຈັດຫາງານຢ່າງກວ້າງຂວາງ. ການຄຸ້ມຄອງແຮງງານແມ່ນຈະໄດ້ເພີ່ມທະວີການໂຄສະນາເຜີຍແຜ່ລະບຽບກົດໝາຍໃຫ້ຫົວໜ່ວຍແຮງງານ ແລະ ຜູ້ອອກ ແຮງງານໃຫ້ ເຂົ້າໃຈຢ່າງເລິກເຊິ່ງ ໂດຍເນັ້ນໃສ່ການໃຫ້ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານຕ້ອງສ້າງສັນຍາແຮງງານນໍາກັນ, ຫົວ ໜ່ວຍແຮງງານຕ້ອງສ້າງກົດລະບຽບພາຍໃນໃຫ້ຖືກຕ້ອງ, ຕ້ອງສ້າງສະພາບແວດລ້ອມໃນການອອກແຮງງານທີ່ມີຄວາມປອດໄພ ຕ້ອງຮັບປະກັນດ້ານສະຫວັດດີການແຮງງານ, ຄ່າຕອບແທນ ຫລື ຄ່າແຮງງານທີ່ເໝາະສົມ ແລະ ການເຂົ້າເປັນສະມາຊິກກອງທຶນ ປະກັນສັງຄົມ ອັນຈະເປັນການສ້າງຫລັກຄໍ້າປະກັນອັນພື້ນຖານໃຫ້ແກ່ຜູ້ອອກແຮງງານມີລາຍໄດ້ ສົມເຫດສົມຜົນ ແລະ ມີຄວາມ ໝັ້ນຄົງ. ສໍາລັບແຮງງານຕ່າງປະເທດທີ່ເຂົ້າມາເຮັດວຽກຢູ່ລາວ ແມ່ນຈະສືບຕໍ່ຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ່ 62/ນຍ ຂອງ ນາຍົກລັດຖະມົນຕີ ໃຫ້ມີປະສິດທິຜົນ. ການຈັດຕັ້ງປະຕິບັດໂຄງການສະແດງຄວາມກະຕັນຍູ ຮູ້ບຸນຄຸນຕໍ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດປະຕິ ວັດ ແມ່ນສືບຕໍ່ຍົກລະດັບຄວາມຮັບຮູ້ ແລະ ເຊື່ອມຊຶມເນື້ອໃນນິຕິກໍາໃຫ້ແກ່ພະນັກງານ-ລັດຖະກອນທີ່ຮັບຜິດຊອບວຽກງານນະ ໂຍບາຍ ແລະ ເປົ້າໝາຍທີ່ມີເງື່ອນໄຂຮັບນະໂຍບາຍ ເພື່ອແນໃສ່ສ້າງຄວາມເປັນເອກະພາບ ດ້ານແນວຄິດ, ທັດສະນະ ແລະ ການ ກະທໍາຕົວຈິງ ໃຫ້ມີປະສິດທິຜົນ; ສ້າງ ແລະ ປັບປຸງນິຕິກໍາໃຫ້ຮັດກຸມ, ເກັບກໍາຂໍ້ມູນ, ຄົ້ນຄວ້າ ວິເຄາະ ຂໍ້ມູນຂອງເປົ້າໝາຍຕ່າງໆ ໃຫ້ລະອຽດແທດຕົວຈິງ; ປັບປຸງກົນໄກການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ມີຄວາມຄ່ອງຕົວ, ຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງວຽກງານ. ພ້ອມກັນນີ້, ຈະສຸມໃສ່ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນ ພາລະກິດປະຕິວັດໃນເປົ້ໝາຍບູລິມະສິດ ໃຫ້ໄດ້ ຈໍານວນ 6,616 ທ່ານ ແລະ ຄາດວ່າຕ້ອງການງົບປະມານ 131 ຕື້ ກວ່າກີບ.

( ພາບ-ຂ່າວ: ເພັດສະໄໝ ພິມມະສອນ )
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...