spot_img
Homeຂ່າວພາຍ​ໃນລັດໃຫ້ປະຊາຊົນໝັ້ນໃຈ ຮັບຮອງຈະໄດ້ເງິນຄ່າມັນຕົ້ນ

ລັດໃຫ້ປະຊາຊົນໝັ້ນໃຈ ຮັບຮອງຈະໄດ້ເງິນຄ່າມັນຕົ້ນ

Published on

Capture (Mobile) (2)

 

ປະ­ຊາ­ຊົນ​ສົ່ງ​ສາຍ​ດ່ວນ​ເຖິງສະພາ​ ຈົ່ມ​ບັນ­ຫາ​ເງິນ​ຄ່າ​ມັນ­ຕົ້ນ​ຈາກ​ ບໍ​ລິສັດ​ ລາວŒອິນ​ໂດ​ໄຊ​ນາ ກຣຸບ​ມະ­ຫາ­ຊົນ

ທີ່​ຍັງ​ຄ້າງ​ຊຳ­ລະ​ແກ່­ຍາວ​ມາ​ດົນ ຊາວສວນ​ຫ່ວງ​ຕະ­ຫຼາດ​ຈຳ­ໜ່າຍ​ຫາກ​ຍັງປູກ​ພືດ​ຊະ­ນິດ​ນີ້, ສ່ວນ​ພາກ​ລັດ​ຮັບ

­ຮອງກຸ່ມ​ຜູ້​ຜະ­ລິດ​ຈະ​ໄດ້​ເງິນ​ຄົບ​ຕາມ​ຕົວ​ຈິງ ເຊື່ອ​ບໍ­ລິ­ສັດ​ພວມ​ຫາ​ທາງ​ແກ້​ເວ­ລາ​ນີ້​ຂໍໃຫ້​ອົດ­ທົນ.

ກາຍ­ເປັນ​ໜຶ່ງ​ໃນ​ຫຼາຍ​ປະ­ເດັນ​ພົ້ນເດັ່ນ​ທີ່​ປະ­ຊາ­ຊົນ​ສ່ອງ​ແສງ​ຫາ​ສະ­ພາແຫ່ງ​ຊາດ ​ຜ່ານ​ສາຍ​ດ່ວນ​ໃນ​ໄລ­ຍະ​ດຳ

ເນີນ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ ເທື່ອ​ທີ 7 ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VII ກ່ຽວກັບ​ການ​ຊຳ­ລະ​ເງິນ​ຄ່າ​ຜົນ​ຜະ

­ລິດ​ແກ່ຊາວ​ກະ­ສິ­ກອນ​ຜູ້​ປູກ​ມັນ­ຕົ້ນ​ ຂອງ​ບໍ­ລິ­ສັດລາວŒອິນ​ໂດ​ໄຊ​ນາ​ທີ່​ຊັກ​ຊ້າ​ແກ່­ຍາວຈິ່ງຂໍ​ໃຫ້​ລັດ​ຊ່ວຍ​ແກ້ ​ໄຂ.

ຕໍ່​ປະ­ເດັນ​ດັ່ງ­ກ່າວ ທ່ານ ເຫຼື່ອມ ຍົງວົງ​ສິດ­ທິ ຫົວ­ໜ້າ​ກົມ​ການ​ຄ້າ​ພາຍ​ໃນ ໄດ້​ຕາງ­ໜ້າ​ໃຫ້​ກະ­ຊວງ​ອຸດ­ສາ­ຫະ­ກຳ

ແລະ ການ​ຄ້າ ເພື່ອ​ໃຫ້​ຄຳ​ຕອບ​ແກ່​ຜູ້​ຊັກຖາມ​ມາ ໂດຍ​ທ່ານ​ກ່າວ​ຕໍ່​ສື່​ມວນ​ຊົນ​ມື້­ວານ​ນີ້​ວ່າ: ບໍ­ລິ­ສັດ​ລາວŒອິນ​ໂດ

​ໄຊ​ນາ ຜ່ານ​ມາ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການຄ້າ​ແມ່ນ​ໄດ້​ເຮັດ​ໜ້າ­ທີ່​ຄຸ້ມ​ຄອງ​ໂຮງງານ​ດັ່ງ­ກ່າວ​ໃຫ້​ເປັນ​ໄປ​ຕາມ​

ນະ​ໂຍບາຍ​ຂອງ​ລັດ­ຖະ­ບານ​ໃນ​ການ​ສົ່ງ­ເສີມການ​ຜະ­ລິດ​ເປັນ​ສິນ­ຄ້າ, ໄດ້​ຈັດ​ຕັ້ງ​ກຸ່ມຜະ­ລິດ​ວັດ­ຖຸ​ດິບ (ມັນ­ຕົ້ນ)

ເພື່ອ​ຜະ­ລິດ ແລະ ຕອບ​ສະ­ໜອງ​ໃຫ້​ໂຮງ­ງານ​ດັ່ງກ່າວ​ຢ່າງ​ມີ​ຜົນ­ສຳ­ເລັດ, ປະ­ຊາ­ຊົນ​ກໍ​ມີວຽກ​ເຮັດ​ງານ​ທຳ(ປູກ​

ມັນ­ຕົ້ນ) ເພື່ອ​ຫຼຸດພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ​ໄດ້​ຫຼາຍສົມ­ຄວນ, ພ້ອມ​ດຽວ​ກັນ​ຍັງ​ໄດ້​ຄວບ​ຄຸມ, ຄຸ້ມ​ຄອງ​ດ້ານ​

ສະ­ພາບ​ແວດ​ລ້ອມ​ໃຫ້ໂຮງ­ງານ​ເປັນ​ຢ່າງ​ດີ ປະ­ຈຸ​ບັນ​ໂຮງ­ງານລາວŒອິນ​ໂດ​ໄຊ​ນາ​ໄດ້​ມີ​ລະ­ບົບ​ບຳ­ບັດນ້ຳ​ເສຍ​ກ່ອນ

ປ່ອຍ​ລົງ​ໄປ​ສູ່​ທຳ​ມະ​ຊາດ, ມີ​ລະ­ບົບ​ຜະລິດ​ພະ­ລັງ­ງານ​ຈາກ​ສິ່ງ​ເສດ​ເຫຼືອ ຫຼື ໄບໂອ​ເກ​ສ ແລະ ອື່ນໆ.

ຕິດ​ພັນ​ກັບ​ປັດ​ໄຈ​ພື້ນ­ຖານ​ເຫຼົ່າ­ນັ້ນ ໂຮງ­ງານ​ລາວŒອິນ​ໂດ​ໄຊ​ນາ​ ຍັງ​ມີ​ລະບົບ​ເຄື່ອງ​ຈັກ​ທີ່​ທັນ​ສະ­ໄໝໄດ້​ມາດ­ຖານ

ເພື່ອ​ຜະ­ລິດ​ແປ້ງ​ມັນ­ຕົ້ນ​ຈຳ­ນວນ​ບໍ່​ຈຳກັດ​ ຕອບ​ສະ­ໜອງ​ໃຫ້​ໄດ້​ຕາມ​ຄວາມຕ້ອງ­ການ​ຂອງ​ຕະ­ຫຼາດ​ທັງ​ພາຍ​ໃນ

ແລະ ຕ່າງ­ປະ­ເທດ​ທີ່​ມີ​ຢູ່​ຢ່າງ​ກວ້າງ­ຂວາງ ປະ­ຈຸ​ບັນ​ສາ­ມາດ​ສົ່ງ​ອອກ​ໄດ້​ຫຼາຍ​ແສນໂຕນ​ຕໍ່​ປີ ໂດຍ​ສະ­ເພາະ​ຕະ­ຫຼາດ

ສປ ຈີນ ສະ­ນັ້ນ ຕະ­ຫຼາດ​ຮັບ​ຊື້​ແປ້ງ​ຂອງ​ອິນ​ໂດໄຊ​ນາ​ແມ່ນ​ບໍ່​ມີ​ບັນ­ຫາ ​ລວມ​ເຖິງ​ມາດຖານ​ຄຸນ​ນະ​ພາບ​ຂອງ​ການ

​ຜະ­ລິດ​ລູກຄ້າ​ກໍ​ໃຫ້­ການ​ຕອບ​ຮັບ​ດີ ແລະ ຍອມ­ຮັບໃນ​ຜະ­ລິດ​ຕະ​ພັນ.

ການ​ຊຳ­ລະ​ເງິນ​ທີ່​ຫຼ້າ​ຊ້າ​ຂອງ​ລາວŒອິນ​ໂດ​ໄຊ​ນາ​ ອາດ​ເກີດ​ຈາກ​ຄວາມ​ຈຳເປັນ​ບາງ​ຢ່າງ​ຂອງ​ບໍ­ລິ­ສັດ ແຕ່​ຕາມ​ທັດ

ສະ​ນະ​ສ່ວນ​ຕົວ​ທີ່​ໄດ້​ປະ­ສານ​ສົມ­ທົບກັບ​ພາກ­ສ່ວນ​ຕ່າງໆ ​ເຊື່ອວ່າຈະ​ບໍ່​ແກ່­ຍາວ​ພໍ​ເທົ່າ­ໃດ​ເພາະ​ປະ­ຈຸ​ບັນ​ບໍ­ລິ­ສັດ​ກຳ

ລັງ​ຫາ​ວິ­ທີ​ແກ້​ໄຂ​ຢູ່ ສະ­ນັ້ນ ຢືນ­ຢັນ​ວ່າ​ໜີ້​ຄ້າງ​ຈ່າຍ​ຈະ​ຕ້ອງ​ໄດ້​ຮັບ​ການ​ຊຳ­ລະສະ​ສາງ​ ຂໍ​ໃຫ້​ປະ­ຊາ­ຊົນ​ມີ​ຄວາມ​ໝັ້ນ​

ໃຈ ອີກ​ຢ່າງ​ໜຶ່ງ ​ລາວ​ອິນ​ໂດ​ໄຊ​ນາ​ເປັນ​ບໍ­ລິ­ສັດ​ໃຫຍ່​ ທີ່​ລົງ­ທຶນ​ຫຼາຍ ແລະ ມີ​ທະ­ບຽນດຳ­ເນີນ​ທຸ­ລະ​ກິດ​ຖືກ­ຕ້ອງ​ຕາມ

​ກົດ­ໝາຍ ພ້ອມ​ດຽວ​ກັນ​ບໍ­ລິ­ສັດ​ນີ້​ຍັງ​ໄດ້​ໃຫ້­ການຊ່ວຍ­ເຫຼືອ​ສັງ­ຄົມ​ມາ​ໂດຍ​ຕະ­ຫຼອດ ສະນັ້ນ​ ໃນ​ເວ­ລາ​ບໍ­ລິ­ສັດ​ມີ​

ຄວາມ​ຫຍຸ້ງຍາກ​ກໍ​ໃຫ້​ປະ­ຊາ­ຊົນ​ເຫັນ­ໃຈ ແລະ ອົດທົນ.

ແຫຼ່ງຂ່າວ: ໜັງສືພິມເສດຖະກິດ – ສັງຄົມ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...