Homeນານາສາລະ7 ຂໍ້ດີ ຂອງການເປັນນັກຮຽນເກັ່ງ

7 ຂໍ້ດີ ຂອງການເປັນນັກຮຽນເກັ່ງ

Published on

ການຮຽນບໍ່ໄດ້ຊ່ວຍໃຫ້ຄົນທົ່ວໄປສາມາດອ່ານອອກ ຂຽນໄດ້ເທົ່ານັ້ນ, ແຕ່ການຮຽນສາມາດປ່ຽນແປງຊີວິດຄົນໆໜຶ່ງໃຫ້ສາມາດປ່ຽນໄດ້ພາຍໃນພິບຕາດຽວ ແລະເຮັດໃຫ້ຊີວິດໄດ້ສຳຜັດການຮຽນຮູ້ເລື່ອງຕ່າງໆ ທີ່ຢູ່ໂລກນີ້ໄດ້ ແລະມີຜົນດີກັບໂຕທ່ານເອງຫຼາຍຢ່າງເຊັ່ນ

  1. ເປັນຄວາມສຳເລັດຂອງຊີວິດ: ການຮຽນເກັ່ງ ຖືວ່າເປັນຄວາມສຳເລັດອີກຢ່າງໜຶ່ງ ເພາະການທີ່ຕັ້ງໃຈຮຽນ ແລະມີຄະແນນທີ່ດີ ເທົ່າກັບວ່າໄດ້ສ້າງຄວາມສຳເລັດ ໃຫ້ກັບຊີວິດ ແລະທີ່ສຳຄັນມັນຈະເຮັດໃຫ້ເຈົ້າມີຈຸດມຸ່ງໝາຍ ແລະກ້າວໄປສູ່ຄວາມສຳເລັດໄດ້ໄວ
  2. ໄດ້ຄະແນນສູງ: ເມື່ອເຈົ້າຮຽນເກັ່ງກໍຈະໄດ້ຄະແນນທີ່ສູງ ແລະສາມາດເລືອກທີ່ຈະຮຽນຕໍ່ໄດ້ໃນສາຍທີ່ຕົນເອງມັກ ແລະເມື່ອຮຽນຈົບ ກໍຈະມີຄວາມຮູ້ສູງ ແລະສາມາດເຮັດວຽກໄດ້ດີ
  3. ເປັນຄົນຮອບຮູ້ຫຼາຍຢ່າງ: ການພະຍາຍາມສຶກສາ ຄົ້ນຄວ້າຫາຄວາມຮູ້ ຈາກການອ່ານໜັງສື ຈະເຮັດໃຫ້ເຈົ້າກາຍເປັນຄົນທີ່ມີຄວາມຮູ້ຫຼາຍ, ສາມາດວິເຄາະ ແລະຕັດສິນໃຈໃນສິ່ງທີ່ດີໃຫ້ກັບຊີວິດໄດ້ ແລະສະຫຼາດທັນຄົນ ບໍ່ຖືກຫຼອກໄດ້ງ່າຍໆ
  4. ມີໝູ່ຫຼາຍ: ຄົນທີ່ຮຽນເກັ່ງມັກຈະເປັນຄົນທີ່ໄດ້ຮັບຊື່ນຊົມຈາກໝູ່ເພື່ອນ ແລະຄູອາຈານຢູ່ສະເໝີ ເພາະຄົນຮຽນເກັ່ງ ສາມາດຊ່ວຍແບ່ງປັນຄວາມຮູ້ ແລະຊ່ວຍເຫຼືອໝູ່ເພື່ອນທີ່ບໍ່ເຂົ້າໃຈບົດຮຽນໄດ້ ແລະໃນທາງກົງກັນຂ້າມ ໝູ່ເພື່ອນກໍຈະຄອຍຊ່ວຍເຫຼືອເຊັ່ນກັນ
  5. ສ້າງຄວາມພູມໃຈໃຫ້ກັບຄອບຄົວ: ການຮຽນເກັ່ງ ແລະມີຄະແນນສູງ ຈະເຮັດໃຫ້ພໍ່ແມ່ ອ້າຍເອື້ອຍນ້ອງພູມໃຈ ທີ່ເຫັນເຈົ້າຕັ້ງໃຈຮຽນ ແລະຈະມີຄວາມສຸກຫຼາຍຖ້າເຫັນເຈົ້າເກັ່ງຂຶ້ນເລື້ອຍໆ
  6. ສາມາດເລືອກວຽກເຮັດໄດ້: ຫາກເຈົ້າຮຽນເກັ່ງ ແລະເມື່ອຮຽນຈົບສາຍວິຊາຊີບທີ່ຄະແນນທີ່ສູງ ຈະມີບໍລິສັດຕ່າງໆຍື່ນວຽກໃຫ້ ແລະເຈົ້າກໍຈະມີສິດເລືອກວຽກ ທີ່ເຈົ້າມັກ ແລະມີຄວາມຖະໜັດ ແລະສາມາດຮຽກຮ້ອງເງິນເດືອນໄດ້ ຕາມຄວາມສາມາດຂອງຕົນເອງ
  7. ເປັນທີ່ຍອມຮັບໃນສັງຄົມ: ເມື່ອເຈົ້າມີເງິນດ ມີວຽກເຮັດ ແລະມີຊີວິດທີ່ດີ ເຈົ້າກໍຈະໄດ້ຮັບການຍອມຮັບຈາກສັງຄົມ, ສາມາດຊ່ວຍເຫຼືອຄົນອື່ນ, ໃຊ້ຊີວິດຢ່າງມີຄວາມສຸກ ແລະເປັນທີ່ຍອມຮັບຂອງຄົນອ້ອມຂ້າງ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...