spot_img
HomeBaby-ແມ່ແລະເດັກ12 ວິທີລ້ຽງລູກນ້ອຍເພື່ອໃຫ້ລູກເປັນຄົນຄຳຮູ້ ເຊື່ອຟັງຄວາມພໍ່ແມ່

12 ວິທີລ້ຽງລູກນ້ອຍເພື່ອໃຫ້ລູກເປັນຄົນຄຳຮູ້ ເຊື່ອຟັງຄວາມພໍ່ແມ່

Published on

ບໍ່ມີພໍ່ແມ່ ຄົນໃດທີ່ຈະຕອບວ່າບໍ່ຕ້ອງການໃຫ້ລູກເປັນຄົນຄຳຮູ້ ຫຼື ເຊື່ອຟັງຄຳເວົ້າຂອງຕົນເອງ ພໍ່ແມ່ທຸກຄົນຕ້ອງການມີລູກທີ່ໜ້າຮັກ, ສະຫຼາດຄຳຮູ້ ແລະ ເຊື່ອຟັງຕົນເອງຕະຫຼອດໄປ ເຊິ່ງພໍ່ແມ່ບາງຄົນກໍ່ບໍ່ເຂົ້າໃຈວ່າຈະລ້ຍງລູກແບບແນວໃດ ຈະສອນລູກແບບແນວໃດ? ຈິ່ງຈະໃຫ້ລູກໄດ້ດັ່ງໃຈຕົນເອງ ເຊິ່ງການບອກສອນລູກນັ້ນ ແມ່ນຕ້ອງເລີ່ມເຮັດຕັ້ງແຕ່ລູກຍັງນ້ອຍ ແລະ ຕ້ອງເຮັດແບບສະໝ່ຳສະເໝີຈົນລູກໃຫຍ່ຮູ້ຈັກຄວາມ ການປູກຈິດສຳນຶກໃນທາງທີ່ດີໃຫ້ລູກ ການສ້າງສິ່ງແວດລ້ອມທີ່ດີໃຫ້ລູກ ເມື່ອລູກໃຫຍ່ຂຶ້ນມາ ກໍ່ຈະສາມາດກາຍເປັນຄົນເກັ່ງ, ຄົນສະຫຼາດ ຄົນຮູ້ຜູ້ດີໄດ້ ເຊິ່ງວິທີການສອນລູກຈະມີແນວໃດແນ່ນັ້ນ ເຮົາມາອ່ານນຳກັນເລີຍ

  1. ສົ່ງລູກໆໃຫ້ເຂົ້ານອນໃຫ້ກົງກັບເວລາທີ່ກຳນົດທຸກມື້
  2. ສອນລູກບໍ່ໃຫ້ກິນຂະໜົມ ຂອງກິນຫຼິ້ນຫຼາຍກວ່າກິນເຂົ້າ
  3. ສອນໃຫ້ລູກຮູ້ຈັກທ້ອນເງິນ
  4. ສອນໃຫ້ລູກຮູ້ຈັກຊ່ວຍເຫຼືອຕົນເອງ
  5. ປ່ອຍໃຫ້ລູກຮູ້ຈັກການສູນເສຍ, ການຜິດຫວັງ, ການອັບອາຍ ແນ່ຈັກຄັ້ງໃນຊີວິດ
  6. ຝຶກໃຫ້ລູກຮູ້ຈັກເວົ້າຄຳວ່າຂໍໂທດ, ຂອບໃຈ ແລະ ຮູ້ຈັກປະຕິເສດເຄື່ອງຂອງຈາກຄົນແປກໜ້າ
  7. ຢ່າສອນໃຫ້ລູກຮູ້ຈັກແຕ່ຂໍເອົາຈາກຄົນອື່ນຝ່າຍດຽວ ແຕ່ຄວນສອນໃຫ້ລູກຮູ້ຈັກການແບ່ງປັນ
  8. ສອນຮູ້ຈັກວ່າສິ່ງໃດຄວນເອົາ ແລະ ບໍ່ຄວນເອົາ ສິ່ງທີ່ບໍ່ແມ່ນຂອງເຮົາກໍ່ບໍ່ຄວນເອົາໂດຍບໍ່ໄດ້ຮັບຄຳອະນຸຍາດຈາກເຈົ້າຂອງ
  9. ຢ່າປ່ອຍໃຫ້ລູກຢູ່ກັບໂທລະສັບ, ເກມ ແລະ ຄອມພິວເຕີ້ຫຼາຍຈົນເກີນໄປ
  10. ສອນໃຫ້ຮູ້ຮູ້ຈັກຄິດ ຢ່າງມີເຫດຜົນ ຫຼາຍກວ່າໃຊ້ແຕ່ກຳລັງ
  11. ບາງເລື່ອງພໍ່ແມ່ຕ້ອງເດັດດ່ຽວໃຈແຂງໄວ້ ຢ່າຕາມໃຈລູກໝົດທຸກເລື່ອງ
  12. ຕັ້ງເງື່ອນໄຂກັບລູກໃນບາງເລື່ອງ ຢ່າຕອບສະໜອງຄວາມຕ້ອງການຂອງລູກຢ່າງງ່າຍດາຍ ຕ້ອງສອນໃຫ້ລູກຮູ້ຈັກດິ້ນລົນຕໍ່ສູ້ຫາ ເພື່ອໃຫ້ໄດ້ສິ່ງທີ່ຕ້ອງການມາຄອງ ເຊັ່ນ: ຖ້າລູກຢາກໄດ້ໂທລະສັບ ຕ້ອງຕັ້ງເງື່ອນໄຂໄວ້ວ່າຕ້ອງເສັງໃຫ້ຕິດທີ 1 ໃນ 3 ຖ້າເຮັດໄດ້ຈິ່ງຈະຊື້ໃຫ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...