spot_img
Homeຂ່າວພາຍ​ໃນສູດຊ່ວຍຊາວນາລາວ ຜະລິດເຂົ້າໃຫ້ໄດ້ 4 ໂຕນຕໍ່ເຮັກຕາ

ສູດຊ່ວຍຊາວນາລາວ ຜະລິດເຂົ້າໃຫ້ໄດ້ 4 ໂຕນຕໍ່ເຮັກຕາ

Published on

Capture (Mobile)

 

ຂະ­ແໜງ​ກະ­ສິ­ກຳ​ຂອງ​ລາວ ບຸກ​ບືນ​ໃຫ້​ມີ​ບາດ­ກ້າວ​ໃໝ່​ດ້ານ​ຜົນ​ເກັບ​ກ່ຽວ​ການ​ຜະ­ລິດ, ຕາມ​ຂໍ້​ມູນ​ຮູ້​ວ່າ:

ໃນ​ປະ­ຈຸ​ບັນ​ບ້ານ​ເຮົາ​ສາ­ມາດ​ຄົ້ນ­ຄວ້າ ແລະ ມີ​ເຕັກ­ນິກ​ວິ­ຊາ​ການ ໃນ​ການ​ຍົກ​ສະ­ມັດ­ຖະ­ພາບ​ເຂົ້າ​ໃຫ້​ໄດ້​ຫຼາຍ

​ຂຶ້ນ ໂດຍ​ການ​ນຳ​ໃຊ້​ຝຸ່ນ​ຈາກ​ທຳ​ມະ​ຊາດ ແລະ ຝຸ່ນ­ວິ­ທະ­ຍາ­ສາດ ເປັນ​ຕົວ​ຊ່ວຍ​ໃຫ້​ໄດ້​ຄາດໝາຍ 4 ໂຕນ​ຕໍ່

​ເຮັກ­ຕາ.

 

ຂໍ້​ມູນ​ຂອງ​ລັດ­ຖະ­ບານ​ທີ່​ ທ່ານ ວິ­ໄລ​ວັນ ພົມ​ເຂ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຈ້ງ​ຕໍ່​

ກອງ​ປະ­ຊຸມ​ສະ​ພາ­ໃຫ້​ຮູ້​ວ່າ: ນັບ​ແຕ່​ປີ 2000 ເປັນ­ຕົ້ນ​ມາ ສປປ ລາວ ສາ­ມາດ​ຜະ­ລິດ​ເຂົ້າ​ໄດ້​ກຸ້ມ​ກິນ​ມີ​ສ່ວນ

​ແຮ​ໄວ້ ແລະ ຂາຍ​ອອກ​ຕາມ​ຊາຍ​ແດນ ຈຳ­ນວນ​ໜຶ່ງ​ແມ່ນ​ຍ້ອນ​ມີ​ປັດ​ໄຈ​ຕອບ​ສະ­ໜອງ​ທີ່​ດີ ໃນ​ເວ­ລາ​ດຽວ​

ກັນ​ກໍ​ຍັງ​ມີ​ຫຼາຍ​ປັດ​ໄຈ​ທີ່​ຕ້ອງ​ເອົາໃຈ​ໃສ່​ ເປັນ­ຕົ້ນ​ການ​ນຳ​ໃຊ້​ຝຸ່ນ​ຊະ­ນິດ​ຕ່າງໆ (ຝຸ່ນ​ທຳ​ມະ​ຊາດ ແລະ ຝຸ່ນ­ວິ­

ທະ­ຍາ­ສາດ) ຍັງ​ບໍ່​ທັນ​ຖືກ​ເຕັກ­ນິກ, ສະ­ແດງ​ໃຫ້​ເຫັນ​ໃນ​ໄລ­ຍະ​ຜ່ານ​ມາ ການ​ນຳ​ໃຊ້ຝຸ່ນ­ວິ­ທະ­ຍາ­ສາດ​ບໍ່​ເຖິງ

10 ກິ​ໂລ​ຕໍ່​ເຮັກຕາ (ຕາມ​ຕົວ​ເລກ​ສະ­ຖິ­ຕິ​ສຳ​ຫຼວດ​ປີ 2012Œ-2013).

 

ແນວ­ໃດ​ກໍ​ດີ ການ​ຈະ​ເຮັດ​ໃຫ້​ຜົນ​ຜະລິດ​ເຂົ້າ​ເພີ່ມ​ຂຶ້ນ ພວກ​ເຮົາ​ຕ້ອງ​ໄດ້​ຄົ້ນຄວ້າ​ຮອບ­ດ້ານ ໂດຍ​ສະ­ເພາະ​ມີ​

ແນວ​ພັນ​ປັບ­ປຸງ, ປູກ​ໃນ​ເຂດ​ດິນ​ດີ, ມີ​ການ​ນຳ​ໃຊ້​ເຕັກ­ນິກ​ທົ່ວ​ໄປ ແລະ ເຕັກ­ນິກ​ສະ­ເພາະພ້ອມ​ດຽວ​ກັນ​ນີ້

ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ບົວລະ​ບັດ​ຮັກ­ສາ.

 

ການ​ປັບ­ປຸງ​ຄຸນ​ນະ​ພາບ​ຂອງ​ດິນ​ໂດຍ​ວິ­ທີ​ການ​ນຳ​ໃຊ້​ຝຸ່ນ​ຄອກ, ຝຸ່ນ​ບົ່ມ ຫຼື ປຸ໋ຍ​ເຄ​ມີ ຕາມ​ອັດ­ຕາ​ທີ່​ເໝາະ​

ສົມເຊັ່ນ: ຝຸ່ນ​ຄອກ​ປະ­ມານ 5 ໂຕນ​ຕໍ່​ເຮັກ­ຕາ ຫຼື ເທົ່າ​ທີ່​ເຮັດ​ໄດ້​ຕາມ​ເງື່ອນ­ໄຂ​ຕົວ​ຈິງ​ຂອງ​ທ້ອງ­ຖິ່ນ ຫຼື ໃສ່​

ຝຸ່ນ­ວິ­ທະ­ຍາ­ສາດ​ປະ­ມານ 100 ກິ​ໂລ​ຕໍ່​ເຮັກ­ຕາ, ການ​ຮັບ­ປະ­ກັນ​ທາງ​ດ້ານ​ນ້ຳ ແລະ ການ​ຄວບ​ຄຸມ​ນ້ຳ​ໃນ​ເວ­

ລາ​ທີ່​ເໝາະ​ສົມ, ນຳ​ໃຊ້​ແນວ​ພັນປັບ­ປຸງ​ທີ່​ເໝາະ​ສົມ​ກັບ​ພື້ນ​ທີ່ ແລະ ສະພາບ​ດິນ, ນຳ​ໃຊ້​ເຕັກ­ນິກ​ທີ່​ເໝາະ​

ສົມ​ກັບແຕ່​ລະ​ສະ­ພາບ​ພື້ນ​ທີ່ ແລະ ເງື່ອນ­ໄຂ​ຕົວ​ຈິງ ເປັນ­ຕົ້ນ​ການ​ນຳ​ໃຊ້​ເຕັກ­ນິກ​ນາຫວ່ານ, ນາ​ຢອດ, ເຕັກ

­ນິກ​ກ້າ​ກີບ​ດຽວ, ນາ​ດຳ ໂດຍ​ການ​ນຳ​ໃຊ້​ເຄື່ອງ­ມື ແລະ ກົນ​ຈັກ​ທີ່​ທັນ​ສະ­ໄໝ​ແທນ​ແຮງ​ງານ​ຄົນ, ຄວາມ​ດຸ­ໝັ່ນ

ແລະ ເອົາ­ໃຈ­ໃສ່​ບົວ­ລະ­ບັດ​ຮັກ­ສາ​ໃຫ້​ຖືກ­ຕ້ອງ​ຕາມ​ເຕັກ­ນິກ​ວິ­ຊາ​ການ ການ​ຍົກ​ສະ­ມັດ­ຖະ­ພາບ, ການ​ເຮັດ​ກະ

­ເສດ​ສຸມ​ໃສ່​ກັບ​ນະ­ໂຍ­ບາຍ​ສົ່ງ­ເສີມ​ທີ່​ເໝາະ​ສົມ, ການ​ຮັບ­ປະ­ກັນ​ທາງ​ດ້ານ​ລາ­ຄາ ແລະ ການ​ຕະ­ຫຼາດ​ລວມ​ທັງ

​ການ​ສົ່ງ­ເສີມ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ປະ­ກອບ​ການ​ ຮອບ­ດ້ານ​ເພື່ອ​ເປັນ​ແຮງ​ຈູງ​ໃຈ​ໃນ​ການ​ຜະ­ລິດ.

 

ແຕ່​ການ​ຍົກ​ຜະ­ລິດ​ຕະ​ພາບ​ຍັງ​ເຮັດ​ໄດ້​ພຽງ​ບາງ​ໃນ​ເຂດ​ຈຸດ​ສຸມ ແລະ ບາງ​ທ້ອງ­ຖິ່ນ​ເທົ່າ​ນັ້ນ​ເຊັ່ນ:  ນະ­ຄອນ

­ຫຼວງ​ວຽງ​ຈັນ​ຢູ່​ເຂດ​ທ່າ​ພະŒໜອງ​ພົງ ໄດ້​ປະມານ 5 ໂຕນ​ຕໍ່​ເຮັກ­ຕາ, ເຂດ​ນ້ຳ​ຫຸມ ແລະ ນ້ຳ​ຊ່ວງ​ໄດ້​ປະ­ມານ 4-Œ5

ໂຕນ​ຕໍ່​ເຮັກ­ຕາ, ເຂດ​ເມືອງ​ໜອງ​ບົກ ແລະ ມະ­ຫາ​ໄຊ ແຂວງ​ຄຳ​ມ່ວນ ໄດ້​ປະ­ມານ 5-Œ6 ໂຕນ​ຕໍ່​ເຮັກ­ຕາ ແລະ

ເຂດ​ແຂວງ​ອື່ນໆ ແຕ່​ບາງ​ເຂດ, ບາງ​ທ້ອງ­ຖິ່ນ ຍັງ​ມີ​ຂອບ​ເຂດ​ຈຳ­ກັດ, ການ​ສົ່ງ­ເສີມ​ຍັງ​ບໍ່​ທັນ​ແຂງ­ແຮງ ແລະ

ບໍ່​ທັນ​ກວ້າງ­ຂວາງ.

 

ສະ­ນັ້ນ ເພື່ອ​ຢາກ​ເຮັດ​ໃຫ້​ມີ​ການ​ຍົກ ຜະ­ລິດ​ຕະ​ພາບ​ເຂົ້າ​ໃຫ້​ຂະ­ຫຍາຍ​ອອກ​ສູ່​ທາງ​ກວ້າງ​ລັດ​ຕ້ອງ​ຊອກ​ຫາ​ຕະ

­ຫຼາດ​ເຂົ້າ​ໃຫ້​ແນ່­ນອນ ພ້ອມ​ທັງ​ຄ້ຳ­ປະ­ກັນ​ລາຄາ​ໃຫ້​ຜູ້​ຜະ­ລິດ​ມີ​ຜົນ​ກຳ­ໄລ, ຜະ­ລິດ​ຕາມ​ຄວາມ​ຕ້ອງ­ການ​ຕະ­ຫຼາດ,

ຊ່ວຍ​ຫຼຸດ­ຜ່ອນ​ຕົ້ນ​ທຶນ​ການ​ຜະ­ລິດ ໂດຍ​ສົ່ງ­ເສີມ​ການນຳ​ໃຊ້​ກົນ​ຈັກ​ກະ­ສິ­ກຳ​ຫຼຸດ­ຜ່ອນ​ແຮງ​ງານ; ສ້າງ​ຂະ​ບວນ

​ການ​ສົ່ງ­ເສີມ​ການ​ຜະ­ລິດ​ເຂົ້າ​ໃຫ້​ເປັນ​ສິນ­ຄ້າ​ຢ່າງ​ມີ​ຈຸດ​ສຸມ, ຫັນ​ໂຄງ­ການ​ຊົນ­ລະ­ປະ­ທານ​ໃຫ້​ເປັນ ໂຄງ­ການ​ຊົນ​

ລະ​ກະ­ເສດ ເພື່ອ​ຜະ­ລິດ​ເຂົ້າເປັນ​ສິນ­ຄ້າ​ໝາຍ​ຄວາມ​ວ່າ​ຕ້ອງ​ລົງ­ທຶນ​ໃສ່​ວຽກ​ ສົ່ງ­ເສີມ​ການ​ຜະ­ລິດ, ເອື້ອ​ອຳນວຍ

​ການ​ຄ້າຕິດ​ພັນ​ກັບ​ການ​ກໍ່­ສ້າງ​ຊົນລະ​ປະ­ທານ, ເບື້ອງ​ຕົ້ນ​ທຶນ​ກຳ­ນົດ​ເອົາ​ເຂດ​ທີ່​ມີ​ທ່າ­ແຮງ, ດິນ​ມີ​ຄຸນ​ນະ​ພາບ​ດີ,

ມີ​ເງື່ອນ­ໄຂ​ໃນ​ການ​ນຳ​ໃຊ້​ນ້ຳ​ສະ­ດວກ​ຂຶ້ນ.

 

ການ​ສົ່ງ­ເສີມ​ຜູ້​ປະ­ກອບ​ການ, ຜູ້​ຜະລິດ, ກຸ່ມ​ຜູ້​ຜະ­ລິດ, ກຸ່ມ​ໂຮງ­ສີເຂົ້າ​ຮ່ວມໃນ​ແຕ່​ລະ​ເຂດ​ຈຸດ​ສຸມ, ນອກ​ນັ້ນ

ຕ້ອງ​ໄດ້ສົ່ງ­ເສີມ​ຜູ້​ປະ­ກອບ​ການ​ຝຸ່ນ​ປຸ໋ຍ ແລະ ອຸປະ­ກອນເຄື່ອງ­ມື, ສົ່ງ­ເສີມ​ໃຫ້​ມີ​ການ ຜະ­ລິດ​ຝຸ່ນ​ຊີ­ວະ​ພາບ ແລະ

ຝຸ່ນ​ວິ­ທະ­ຍາສາດ ຢູ່​ພາຍ​ໃນ​ປະ­ເທດ​ໃຫ້​ຫຼາຍ​ຂຶ້ນ ແຕ່ໃນ​ຄວາມ​ເປັນ​ຈິງ​ບັນ­ດາ​ກົນ​ຈັກ ແລະ ຝຸ່ນ­ວິ­ທະ­ຍາ­ສາດ​ແມ່ນ

​ນຳ​ເຂົ້າ​ຈາກ​ຕ່າງປະ­ເທດ ຊຶ່ງ​ຖ້າ​ຄິດ­ໄລ່​ຄວາມ​ຕ້ອງ­ການ​ງົບ­ປະ­ມານ​ໃນ​ການ​ຊື້​ຝຸ່ນ​ປຸ໋ຍ ເພື່ອ​ນຳໃຊ້​ເຂົ້າ​ໃນ​ການ​ຜະ­

ລິດໃນ​ແຕ່​ລະ​ປີ  ປະມານ 24 ຕື້​ກີບ ແຕ່​ນັ້ນ​ກໍ​ບໍ່​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ​ຕົວ​ຈິງ, ພ້ອມ​ດຽວ​ກັນ​ຕ້ອງ​ກຳ­ນົດ​

ນະ­ໂຍ­ບາຍ​ເສດ­ຖະ­ກິດ​ຊຸກ­ຍູ້​ການ​ຜະ­ລິດ​ສິນ­ຄ້າ ເພ​ື່ຶອ​ເຮັດ​ໃຫ້​ເຂົ້າ­ຂອງ​ລາວ​ມີ​ຄວາມ​ສາ­ມາດ​ແຂ່ງ­ຂັນ​ໄດ້, ມີ​ຄຸນ​ນະ

​ພາບ​ດີ, ມີ​ຕົ້ນ​ທຶນ​ການ​ຜະ­ລິດ​ຕ່ຳ ເປັນ­ຕົ້ນ​ແມ່ນ​ດອກ​ເບ້ຍ​ເງິນ​ກູ້​ທີ່​ເໝາະ​ສົມ​ລວມ​ເຖິງ​ການ​ກຳ­ນົດ​ລາ­ຄາ​ ກະ­

ແສ​ໄຟ­ຟ້າ​ຊົນ­ລະ­ປະ­ທານ​ນຳ.

 

ບໍ່​ພຽງ​ເທົ່າ​ນັ້ນ ລັດ​ຍັງ​ຕ້ອງ​ສົ່ງ­ເສີມ​ໃຫ້​ມີ​ໂຮງ­ງານ​ຜະ­ລິດ​ຝຸ່ນ​ຊີ­ວະ​ພາບ, ຝຸ່ນວິ­ທະ­ຍາ­ສາດ, ໂຮງ­ງານ​ຜະ­ລິດ​ເຄື່ອງ­

ມື​ອຸ­ປະ­ກອນ​ຮັບ​ໃຊ້​ການ​ຜະ­ລິດ​ພາຍ​ໃນ​ປະເທດ​ໃຫ້​ ຫຼາຍ​ຂຶ້ນເພື່ອ​ຕອບ​ສະ­ໜອງ​ໃຫ້​ແກ່​ການ​ຜະ­ລິດ ແລະ ຫຼຸດ­ຜ່ອນ

​ການ​ນຳ​ເຂົ້າ ລວມ​ທັງ​ຫຼຸດ​ຕົ້ນ​ທຶນ​ໃນ​ການ​ຜະ­ລິດ​ໃຫ້​ແກ່​ປະ­ຊາ­ຊົນ​ອີກ​ດ້ວຍ.

 

ຂອບໃຈຂ່າວຈາກ: ໜັງສືພິມເສດຖະກິດ – ສັງຄົມ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...