Homeຂ່າວພາຍ​ໃນຄາດວ່າການເຕີບໂຕເສດຖະກິດຂອງປະເທດປີ 2017 ຈະຢູ່ໃນລະດັບ 7%

ຄາດວ່າການເຕີບໂຕເສດຖະກິດຂອງປະເທດປີ 2017 ຈະຢູ່ໃນລະດັບ 7%

Published on

ໃນປີ 2017 ເປັນປີທີສອງຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ແລະ ເປັນປີທໍາອິດເລີ່ມຈັດຕັ້ງປະຕິບັດແຜນງົບປະມານຕາມປະຕິທິນ. ຕາມການລາຍງານຂອງທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສຸພັນ ແກ້ວມີໄຊ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ໃຫ້ຮູ້ວ່າ: ຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວບໍ່ໃຫ້ຫລຸດ 7% ເທົ່າກັບ 129.683 ຕື້ກີບ, ສະເລ່ຍລາຍຮັບຕໍ່ບຸກຄົນໃຫ້ໄດ້ 2.341 ໂດລາສະຫະລັດຕໍ່ຄົນຕໍ່ປີ. ໃນນັ້ນຂະແໜງກະສິກໍາເພີ່ມຂຶ້ນ 3,1% ກວມ 18,8%, ອຸດສະຫະກໍາເພີ່ມຂຶ້ນ 8,9% ກວມ 37,2 ຊຶ່ງຈະໄດ້ຈາກອຸດສະຫະກໍາປຸງແຕ່ງຢູ່ເຂດເສດຖະກິດພິເສດ ແລະ ສະເພາະ, ພະລັງງານໄຟຟ້າ ເປັນຕົ້ນ: ໂຮງໄຟຟ້າຖ່ານຫີນຫົງສາລິກໄນ, ເຂື່ອນໄຟຟ້າເຊຂະໝານ1, ນໍ້າອູ 5, ນໍ້າລີກ, ນໍ້າໄຜ່ ແລະ ແຫ່ງອື່ນໆ, ນອກຈາກນີ້ຍັງມີໂຄງການກໍ່ສ້າງເສັ້ນທາງລົດໄຟກໍຈະເລີ່ມປະຕິບັດບາງສ່ວນໃນປີ 2017 ລວມເຖິງການລົງທຶນຂອງພາກເອກະຊົນໃນຂະແໜງການກໍ່ສ້າງຈະມີທ່າອ່ຽງເພີ່ມຂຶ້ນ ແລະ ຂະແໜງການບໍລິການກໍຈະເພີ່ມຂຶ້ນປະມານ 7,8% ກວມປະມານ 34,7% ຍ້ອນໄດ້ຮັບແຮງຍູ້ໜູນຈາກການເຕີບໂຕຂອງຂະແໜງການເງິນ-ທະນາຄານ ທີ່ຈະມີນັກລົງທຶນຕ່າງປະເທດເຂົ້າມາລົງທຶນເພີ່ມຂຶ້ນ, ຂະນະທີ່ການເພີ່ມດັດສະນີເງີນເດືອນພະນັກງານລັດຖະກອນກໍຈະຊ່ວຍກະຕຸ້ນລະບົບເສດຖະກິດຂອງປະເທດດີຂຶ້ນອີກລະດັບໜຶ່ງ. ສ່ວນດ້ານລາຍຮັບງົບປະມານໃຫ້ໄດ້ 23.941 ຕື້ກີບ, ໃນນີ້ 21.463 ຕື້ກີບແມ່ນລາຍຮັບພາຍໃນ, ສໍາລັບລາຍຈ່າຍແມ່ນບໍ່ໃຫ້ເກີນ 32.402 ຕື້ກີບ, ເພື່ອບໍ່ໃຫ້ການຂາດດູນເກີນ 8.461 ຕື້ກີບເທົ່າກັບ 6,52% ຂອງ GDP. ສ່ວນມາດຕະການດ້ານເງິນຕາແມ່ນຕ້ອງຮັກສາອັດຕາເງິນເຟີໃຫ້ຢູ່ໃນລະດັບເໝາະສົມເພີ່ມຂຶ້ນບໍ່ເກີນ 5%, ປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫລາດທີ່ມີການຄຸ້ມຄອງຂອງລັດ ເພື່ອໃຫ້ມີຄວາມສະຫງົບ, ສູ້ຊົນໃຫ້ສາມາດລະດົມເງິນຝາກໃຫ້ເພີ່ມຂຶ້ນ, ໂດຍສະເພາະທະນາຄານທຸລະກິດເພີ່ມຂຶ້ນຢ່າງໜ້ອຍ 57%, ຊຸກຍູ້ໃຫ້ຍອດສີນເຊື່ອບໍ່ໃຫ້ຫລຸດ 54% ຂອງ GDP ແລະ ຄວບຄຸມອັດຕາສ່ວນໜີ້ບໍ່ເກີດດອກອອກຜົນໃຫ້ຢູ່ໃນລະດັບ 3% ຂອງຍອດສີນເຊື່ອທັງໝົດ.
ສໍາລັບນໍາເຂົ້າ-ສົ່ງອອກຕ້ອງໃຫ້ບັນລຸມູນຄ່າ 8.941 ລ້ານໂດລາສະຫະລັດ, ໃນນັ້ນການສົ່ງອອກໃຫ້ໄດ້ 4.459 ລ້ານໂດລາສະຫະລັດ, ການນໍາເຂົ້າມີປະມານ 4.482 ລ້ານໂດລາສະຫະລັດ ແລະ ການຂາດດຸນການຄ້າໃຫ້ຢູ່ໃນລະດັບ 23 ລ້ານໂດລາສະຫະລັດເທົ່າກັບ 0,14% ຂອງ GDP. ສ່ວນການລົງທຶນຂອງລັດຕາມການສະເໜີຂອງບັນດາຂະແໜງການ ແລະ ທ້ອງຖິ່ນມີທັງໝົດ 7.419 ໂຄງການ, ມີຄວາມຕ້ອງການທຶນປະມານຫລາຍກວ່າ 8.865 ຕື້ກີບ, ແຕ່ຄວາມອາດສາມາດສະໜອງມີພຽງແຕ່ 3.300 ຕື້ກີບ.
ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ຕາມມະຕິຂອງສະພາແຫ່ງຊາດໃນການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII ແມ່ນໄດ້ກໍານົດການຂະ ຫຍາຍຕົວເສດຖະກິດບໍ່ໃຫ້ຫລຸດ 7,5% ຕໍ່ປີ, ແຕ່ຜ່ານການປະຕິບັດຕົວຈິງໃນສົກປີຜ່ານມາບັນລຸພຽງ 6,9% ຍ້ອນໄດ້ຮັບຜົນກະທົບຈາກສະພາບເສດຖະກິດໂລກ ແລະ ຄວາມຫຍຸ້ງຍາກໃນດ້ານງົບປະມານຂອງປະເທດໃນໄລຍະຜ່ານມາ ແລະ ວາລະຂອງການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານ ກໍໄດ້ມີການປ່ຽນແປງຈາກສົກປີມາເປັນປີຕາມປະຕິທິນ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...