Homeຄວາມງາມໃຜບໍ່ຢາກມີຂີ້ແຮ້ດຳອ່ານທາງນີ້

ໃຜບໍ່ຢາກມີຂີ້ແຮ້ດຳອ່ານທາງນີ້

Published on

ສາວໆຫຼາຍຄົນທີ່ມີບັນຫາຂີ້ແຮ້ດຳ ໃຊ້ໂຄໂລນຊ່ວຍແລ້ວກໍ່ຍັງບໍ່ຂາວຂຶ້ນ ເຮົາມາລອງໃຊ້ສູດທຳມະຊາດລອງເບິ່ງ ລອງເຮັດເບິ່ງທຸກວິທີທາງກ່ອນ ຢ່າຟ້າວຖອດໃຈ ເພາະຂີ້ແຮ້ດຳມັນແມ່ນບັນຫາໃຫຍ່ ແລະ ຂາດຄວາມໝັ້ນໃຈສຸດໆເລີຍແມ່ນບໍ່? ໂດຍສະເພາະແມ່ຍິງ ເອົາເປັນວ່າເຮົາບໍ່ເວົ້າຫຍັງຍາວ ເຮົາມາຮູ້ສູດແກ້ໄຂບັນຫາຂີ້ແຮ້ດຳເລີຍດີກວ່າ

1. ນຳ​ມັນ​ຝຮັ່ງ​ມາບົ​ດ​ໃຫ້​ລະອຽດ​ ນຳ​ມາ​ຂັດ​ໆ​ ຖູ​ໆ​ ເບົາ​ໆ​ ບໍລິເວນ​ຂີ້ແຫ້​ ແລ້ວ​ປະ​ໄວ້​ຈົນ​ແຫ້ງ​ປະ​ມານ​ 10-15 ນາ​ທີ​ ແລ້ວ​ຄ່ອຍ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນ​

2.ໝາກແຕງ​​
ວິທີ​ການ​ຄື​ໃຫ້​ນຳ​ໝາກແຕງ​​ມາ​ຊອຍເປັນປ່ຽງບາງ​ໆ​ແລ້ວ​ນຳ​ໄປ​ທາ​ບໍລິເວນ​ຂີ້ແຮ້​ດຳ​ ຫຼື ນຳ​ໝາກແຕງ​ໄປ​ປັ່ນ​ແລ້ວ​ຄັ້ນ​ເອົາ​ນ້ຳ​ແລ້ວ​ນຳ​ມາ​ທາ​ ​ປະ​ມານ​ 10-15 ນາ​ທີ​ ແລ້ວ​ຄ່ອຍ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນ​

3.ໝາກ​ຂາມ​ປຽກ​ປະສົມ​ນ້ຳ​ເຜິ້ງ​
ໃຊ້ໝາກ​ຂາມ​ປຽກ​ມາ​ປະສົມ​ກັບ​ນ້ຳ​ເຜິ້ງ​ພຽງ​ເລັກໜ້ອຍນ້ອຍໆ​ ແລ້ວ​ທາ​ຖີ້ມ​ໄວ້​ປະ​ມານ​ 10 ນາ​ທີ​ຈຶ່ງ​ລ້າງ​ອອກ​ ເຮັດ​ເປັນ​ປະຈຳ​ ຈະ​ຊ່ວຍ​ເຮັດໃຫ້​ຜິວ​ສ່ວນນັ້ນ​ຂາວ​ນຽນ​ໃສ​ຂຶ້ນ​ຢ່າງ​ເຫັນ​ໄດ້ຊັດເຈນ

4.ໝາກ​ນາວ​
ໃຫ້​ນຳໝາກ​ນາວ​ມາ​ເຄິ່ງໜ່ວຍ​ ແລ້ວ​ກໍ່​ທາ​ທີ່ຂີ້ແຮ້ໄດ້​ ຈາກ​ນັ້ນ​ໃຊ້​ນ້ຳ​ສະ​ອາດ​ລ້າງ​ອອກ​ ໝາກ​ນາວ​ຈະ​ຊ່ວຍ​ກຳຈັດ​ຄາບ​ເຊລ​ຜິວ​ທີ່ດ່າງດຳ​​ອອກ​ໄປ​ ເຮັດໃຫ້​ຂີ້ແຮ້​ເຮົາ​ຄ່ອຍ​ໆ​ຂາວ​ຂຶ້ນ​ຢ່າງ​ເປັນ​ທຳມະຊາດ​

5.ນົມ​
ໃຊ້​ນົມ​ຈືດ​ 2 ບ່ວງ​ແກງ​ ແລະ ​ນົມ​ສົ້ມ​ 1 ບ່ວງ​ແກງ​ ປະສົມ​ໃຫ້​ເຂົ້າ​ກັນ​ ແລ້ວ​ນຳ​ມາ​ຂັດ​ໆ​ ຖູ​ໆ​ ທີ່​ບໍລິເວນ​ນັ້ນ​ ແລ້ວ​ປະໄວ້​ປະ​ມານ​ 15 ນາ​ທີ​ ແລ້ວ​ຄ່ອຍ​ລ້າງ​ອອກ​ດ້ວຍ​ນ້ຳ​ເຢັນ​

ຄົນໃດທີ່ບໍ່ມັກໃຫ້ຂີ້ແຮ້ດຳ ກໍ່ລອງນຳເອົາສູດໃດສູດໜຶ່ງທີ່ກ່າວມາຂ້າງເທິງນີ້ໄປເຮັດລອງເບິ່ງເດີ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...