spot_img
Homeຂ່າວພາຍ​ໃນສະຫຼຸບກວມລວມຜົນການສຳຫຼວດສະຖິຕິຕ່າງໆ ປະຈຳປີ 2015 ທີ່ຜ່ານມາ

ສະຫຼຸບກວມລວມຜົນການສຳຫຼວດສະຖິຕິຕ່າງໆ ປະຈຳປີ 2015 ທີ່ຜ່ານມາ

Published on

ຈຳນວນພົນລະເມືອງລາວ ມີທັງໝົດ 6.492.228 ຄົນ ໃນນັ້ນ ຍິງ 3.237.227 ຄົນ ແລະ ຊາຍ 3.254.770 ຄົນ ເຫັນວ່າມີຜູ້ຊາຍຫຼາຍກວ່າແມ່ຍິງ ສະແດງໃນອັດຕາສ່ວນເພດແມ່ນຜູ້ຊາຍ 101 ຄົນຕໍ່ແມ່ຍິງ 100 ຄົນ ອັດຕາເພີ່ມຂຶ້ນຂອງພົນລະເມືອງໃນໄລຍະ 10 ປີຜ່ານມາ ແຕ່ປີ 2005 ເຖິງປີ 2015 ແມ່ນ 1,45% ຕໍ່ປີ ຫຼຸດລົງເມື່ອທຽບໃສ່ປີ 2005 ແມ່ນ 2,08% ຕໍ່ປີ ເຫັນວ່າມີຈັງຫວະການເພີ່ມຊ້າກວ່າໃນຊຸມ 10 ປີກ່ອນໜ້າ

ການເພີ່ມຂຶ້ນຂອງພົນລະເມືອງແມ່ນບໍ່ປ່ຽນແປງຫຼາຍ ສ່ວນໃຫຍ່ອາໄສຢູ່ແຂວງສະຫວັນນະເຂດ ກວມເອົາ 15% ນະຄອນຫຼວງວຽງຈັນ 13% ແຂວງຈຳປາສັກ 11% ແລະ ແຂວງຫຼວງພະບາງ 7% ຂອງຈຳນວນພົນລະເມືອງທັງໝົດ ຄົນອາໄສໜ້ອຍທີ່ສຸດແມ່ນແຂວງໄຊສົມບູນ ອັດຕາສ່ວນຂອງພົນລະເມືອງທີ່ອາໄສໃນເຂດຕົວເມືອງ ເພີ່ມຈາກ 27% ໃນປີ 2005 ເປັນ 33% ໃນປີ 2015 ໂດຍລວມພົນລະເມືອງທີ່ອາໄສຢູ່ເຂດຊົນນະບົດແມ່ນຫຼຸດລົງ 73% ໃນປີ 2005 ເປັນ 67% ໃນປີ 2015 ຄວາມໜາແໜ້ນກໍ່ເພີ່ມຂຶ້ນຈາກ 23 ເປັນ 27 ຄົນຕໍ່ກິໂລຕາແມັດ ສຳລັບນະຄອນຫຼວງວຽງຈັນ ມີຄວາມໜາແໜ້ນສູງກວ່າໝູ່ 209 ຄົນຕໍ່ກິໂລຕາແມັດ ແລະ ໜ້ອຍກວ່າໝູ່ ແຂວງຜົ້ງສາລີ ມີພຽງ 11 ຄົນຕໍ່ກິໂລຕາແມັດ.

ຈຳນວນພົນລະເມືອງລາວທັງໝົດ ຊົນເຜົ່າລາວມີປະມານ 53% ຊົນເຜົ່າກືມມຸ 11% ເຜົ່າ ມົ້ງ 9% ຜູ້ໄທ 3% ເຜົ່າໄຕ 3% ຊົນມະກອງ 3% ເຜົ່າກະຕາງ ອາຄາ ແລະ ລື້ 2% ແລະ ເຜົ່າຕ່າງໆກວມ 12%

ນັບຖືສາສະໜາພຸດ 65% ຄິດຕຼຽນ 2% ສ່ວນພົນລະເມືອງທີ່ບໍ່ເຊື່ອຖືສາສະໜາ ຫຼື ບັນພະບູລຸດ 31% ແລະ

ອັດຕາການຕາຍຂອງເດັກອາຍຸຕໍ່າກວ່າ 1 ປີ ມີທ່າອ່ຽງຫຼຸດລົງຈາກ 70 ຄົນມາເປັນ 57 ຄົນຕໍ່ເດັກເກີດມີຊີວິດ 1.000 ຄົນ ໃນປີ 2015 ອາຍຸຍືນສະເລ່ຍຂອງແມ່ຍິງເພີ່ມຂຶ້ນຈາກ 63 ປີມາເປັນ 65 ປີ ເພດຊາຍເພີ່ມຂຶ້ນ 59 ປີ ມາເປັນ 62 ປີ ປະມານ 7% ຂອງພົນລະເມືອງອາຍຸ 10 ປີຂຶ້ນໄປຖືວ່າແມ່ນພົນລະເມືອງຍົກຍ້າຍ

ອັດຕາການຮຽນຮູ້ໜັງສືຂອງພົນລະເມືອງ 15 ປີຂຶ້ນໄປ ແມ່ນໄດ້ເພີ່ມຂຶ້ນຈາກ 73% ມາເປັນ 85% ປະມານ 2 ສ່ວນ 3 ຂອງພົນລະເມືອງແມ່ນຢູ່ໃນກຳລັງແຮງງານ ເຊິ່ງ 69% ຂອງຜູ້ຊາຍແມ່ນເຮັດວຽກເປັນປົກກະຕິ ແລະ 66% ຂອງແມ່ຍິງຂະໜາດສະເລ່ຍຂອງຄົວເຮືອນແມ່ນ 5,3 ຄົນ ໃນປີ 2015 ຫຼຸດ ລົງຈາກ 5,8 ຄົນ ໃນປີ 2005 ປະມານ 96% ຂອງຄົວເຮືອນແມ່ນອາໄສຢູ່ເຮືອນທີ່ເຂົາເຈົ້າເປັນເຈົ້າຂອງເອງ ແລະ ປະມານ 86% ຂອງຄົວເຮືອນມີໂທລະສັບມືຖື 80% ມີລົດຈັກ 75% ເປັນເຈົ້າຂອງດິນກະສິກຳ ປະມານ 84% ຂອງຄົວເຮືອນ ສາມາດເຂົ້າເຖິງໄຟຟ້າ 61% ເຂົ້າເຖິງແຫຼ່ງນ້ຳດື່ມທີ່ໄດ້ຮັບການປັບປຸງ ແລະ 73% ທີ່ນຳໃຊ້ວິດຖ່າຍຖືກຫຼັກອະນາໄມ.
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກັກຕົວແກ້ງໄວລຸ້ນ ດັດແປງສະພາບເຕັກນິກລົດຈັກ ມາສຶກສາອົບຮົມ

ວັນທີ 19 ກັນຍາ 2024, ກອງບັນຊາການ ປກສ ເມືອວຽງພູຄາ ແຂວງຫຼວງນໍ້າທາ ໄດ້ອອກກວດກາເຄື່ອນໄຫວຕາມເທດບານ ເມືອງວຽງພູຄາ ພົບເຫັນຜູ້ລະເມີດການສັນຈອນ ໂດຍການດັດແປງສະພາບເຕັກນິກລົດຈັກ ຈຳນວນ 11...

ມອບ-ຮັບເຂົ້າສານຈ້າວ 100 ກວ່າໂຕນ ໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມ ແຂວງຫຼວງນໍ້າທາ

ໃນຕອນເຊົ້າວັນທີ 26 ກັນຍາ 2024, ອົງການກາແດງແຫ່ງຊາດລາວ,ອົງການອາຫານໂລກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະນຳແຂວງຫຼວງນໍ້າທາ ແລະ ອົງການກາແດງແຂວງ ໄດ້ລົງແຈກຢາຍເຂົ້າສານຈ້າວໃຫ້ປະຊາຊົນທີ່ປະສົບໄພນໍ້າຖ້ວມ ໂດຍການເຂົ້າຮ່ວມຂອງທ່ານ ຄຳລາວັນ...

ໄພນໍ້າຖ້ວມໜັກ ທີ່ມ.ຊະນະຄາມ ຂ.ວຽງຈັນ ບ້ານນາສັກ ແລະ ບ້ານນາປາຝາ

ເມືອງຊະນະຄາມ ແຂວງວຽງຈັນ ເປັນເມືອງໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເລີ່ມແຕ່ວັນທີ 21-24 ກັນຍາ 2024 ເຮັດໃຫ້ປະລິມານນ້ຳໃນແມ່ນ້ຳຕ່າງໆເພີ່ມຂຶ້ນ ໂດຍສະເພາະແມ່ນ້ຳມີ້ ແລະ ເໝືອງຝາຍຫຼາຍແຫ່ງ ໄດ້ລົ້ນຝັ່ງກາຍເປັນມວນນ້ຳໃຫຍ່ໄຫຼລົງສູ່ບ່ອນຕ່ຳ ເກີດມີໄພນ້ຳຖ້ວມໜັກຢູ່...

ປກສ ຫົວພັນ ຈັບພໍ່ຕູ້ 72 ປີ ຂໍ້ຫາເສບຢາເສບຕິດ-ຄ້າຂາຍ ຈຳນວນ 1874 ເມັດ

ໃນວັນທີ 13 ກັນຍາ ທີ່ຜ່ານມານີ້, ເຈົ້າໜ້າທີ່ ປກສ ເມືອງຊຳໃຕ້ ໄດ້ອອກກວດກາການສັນຈອນ ຕາມສາຍທາງ ເສັ້ນທາງຊຳໃຕ້ ຫາ ດ່ານທ່າເຫຼົ້າ ໄດ້ພົບເຫັນທ້າວ ຈັນພອນ...