spot_img
HomeBaby-ແມ່ແລະເດັກ12 ວິທີການລ້ຽງລູກໃຫ້ດີ ແລະ ສະຫຼາດ

12 ວິທີການລ້ຽງລູກໃຫ້ດີ ແລະ ສະຫຼາດ

Published on

ພໍ່ແມ່ທຸກຄົນລ້ວນແຕ່ຮັກລູກ ຫວັງຢາກໃຫ້ລູກຂອງຕົນເອງເປັນຄົນດີ, ສະຫຼາດ, ມີສຸຂະພາບແຂງແຮງ ເພື່ອຫວັງເປັນທີ່ເພິ່ງຂອງຕົນໃນອານາຄົດໄດ້ຢ່າງພາກພູມໃຈ ໃນຄໍລຳແມ່ ແລະ ລູກວັນນີ້ເຮົາມີເຕັກນິກ 12 ວິທີການລ້ຽງລູກໃຫ້ດີ ແລະ ເປັນຄົນສະຫຼາດ ມາຝາກກັນ ເຊິ່ງຈະມີແນວໃດນັ້ນ ເຮົາມາອ່ານນຳກັນເລີຍ

1.ໃຫ້ຄວາມຮັກແກ່ລູກດ້ວຍການສະແດງອອກຢ່າງຊັດເຈນ
2.ຄອບຄົວມີສຸກ ໂດຍພໍ່ ແມ່ມີຄວາມຮັກ ແລະ ສາມັກຄີກັນໃນການລ້ຽງ ແລະ ສອນລູກໄປໃນທິດທາງດຽວກັນ
3.ເຂົ້າໃຈໃນພັດທະນາການຂອງລູກ, ປະຕິບັດຕໍ່ລູກໄດ້ຢ່າງຖືກຕ້ອງ ແລະ ເໝາະສົມ ຊຶ່ງຈະຊ່ວຍພັດທະນາການເປັນຢ່າງດີ
4.ພໍ່ແມ່ມີຄວນມີສ່ວນຮ່ວມໃນການລ້ຽງລູກໃຫ້ຫຼາຍທີ່ສຸດ ຖ້າພໍ່ແມ່ຕ້ອງເຮັດວຽກທັງຄູ່ ຢ່າງໜ້ອຍ ຕອນກາງຄືນຄວນໃຫ້ເວລາກັບລູກແນ່
5.ສົ່ງເສີມໃຫ້ລູກຮູ້ສຶກວ່າຕົວເອງມີຄຸນຄ່າ ເມື່ອລູກເຮັດດີ ຫຼື ປະສົບຄວາມສຳເລັດ ພໍ່ແມ່ຕ້ອງຊົມເຊີຍ ເມື່ອລູກທໍ້ແທ້ກໍ່ຄວນໃຫ້ກຳລັງໃຈ
6.ໃຫ້ອິດສະຫຼະ ແລະ ໂອກາດໃນການຕັດສິນໃຈ ຈະຊ່ວຍໃຫ້ລູກມີຄວາມຄິດສ້າງສັນ ກ້າຄິດກ້າເຮັດ ແລະ ບໍ່ພະຍາຍາມບັງຄັບຄວາມຄິດລູກ
7.ສອນລູກໃຫ້ຮັກຕັວເອງ ແລະ ຮັກຄົນອື່ນ ພໍ່ແມ່ຄວນສອນລູກໃຫ້ຮູ້ຈັກການແບ່ງປັນ ແລະ ມີນ້ຳໃຈຕໍ່ຜູ້ອື່ນດ້ວຍ
8.ໃຫ້ລູກຮູ້ຈັກຄິດເປັນເຫດ ເປັນຜົນ ໂດຍແນະນຳເລື່ອງທີ່ກ່ຽວຂ້ອງກັບຊີວິດປະຈຳວັນ ເຊັ່ນ: ການຊື່ເຄື່ອງຂອງທີ່ມີລາຄ່າແພງ ຄວນແນະນຳຢ່າງຖືກຕ້ອງວ່າເປັນຂອງທີ່ຈຳເປັນ ຫຼື ບໍ່ຈຳເປັນ
9.ສອນລູກຮູ້ຈັກຫາຄວາມສຸກໃຫ້ຕັວເອງ ໂດຍການເປິດໂອກາດໃຫ້ລູກໄດ້ເຮັດໃນສິ່ງທີ່ມັກ
10.ເປັນແບບຢ່າງທີ່ດີໃຫ້ກັບລູກ ພໍ່ແມ່ເປັນຕັວຢ່າງເຮັດສິ່ງດີໆ ແລ້ວ ລູກຈະຮຽນຮູ້ໂດຍຕັວເອງ ໃນແບບທີ່ບໍ່ຕ້ອງເວົ້າ ຫຼື ສອນ
11.ຢູ່ໃນກົດລະບຽບທີ່ພໍດີ ພໍ່ແມ່ຄວນແນະນຳສິ່ງທີ່ຄວນ ແລະ ບໍ່ຄວນ ໃຫ້ຢູ່ໃນທິດທາງທີ່ດີ ແລະ ມີຄຸນນະທຳ
12.ການສຶກສາມີສ່ວນສົ່ງຜົນຕໍ່ E.Q. ຂອງລູກ ດັ່ງນັ້ນ ພໍ່ແມ່ຄວນເຂົ້າໃຈຂະບວນການຮຽນຮູ້ຂອງເດັກນ້ອຍນຳ

ຂໍ້ມູນຈາກ: Tigerhead
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...