spot_img
Homeນານາສາລະ5 ອັນດັບປະເທດທີ່ມີຄົນໃຈດີໃຈບຸນຫຼາຍທີ່ສຸດໃນໂລກ

5 ອັນດັບປະເທດທີ່ມີຄົນໃຈດີໃຈບຸນຫຼາຍທີ່ສຸດໃນໂລກ

Published on

ມູນນິທິຊ່ວຍເຫຼືອເພື່ອການກຸສົນ (ຊີເອເອຟ) ເປີດເຜີຍດັດຊະນີການໃຫ້ປະຈຳປີ 2015 ເຊິ່ງສະທ້ອນພາບຄວາມມີນ້ຳໃຈເອື້ອເຟື້ອເຜື່ອແຜ່ຂອງຜູ້ຄົນຈາກທົ່ວໂລກ ຕໍ່ເນື່ອງເປັນປີທີ 6

ດັດຊະນີດັ່ງກ່າວວັດຈາກ 3 ດ້ານຄື: ດ້ານຄົນທີ່ບໍລິຈາກເງິນ, ເຮັດວຽກອາສາ ແລະ ຊ່ວຍເຫຼືອຄົນແປກໜ້າ ໃນ 145 ປະເທດທົ່ວໂລກ (ປະມານ 96%ຂອງປະຊາກອນໂລກ) ມາເບິ່ງກັນວ່າປະຊາຊົນປະເທດໃດ ທີ່ມີນ້ຳໃຈເອື້ອເຟື້ອເພື່ອແຜ່ຫຼາຍທີ່ສຸດໃນ 5 ອັນດັບ

  1. ປະເທດ ອັອດສະເຕເລຍ
    ຫາກຄິດເປັນເປີເຊັນແລ້ວຜົນຈະອອກມາສູງເຖິງ 72% ຂອງປະຊາກອນທັງໝົດ ສ່ວນການເປັນອາສາສະໝັກ ຄິດເປັນ 40% ຂອງປະຊາກອນທັງໝົດ ຢູ່ອັນດັບທີ່ 12 ຂອງໂລກ ມີພຽງການຊ່ວຍເຫຼືອຄົນແປກໜ້າທີ່ຫຼຸດຈາກທັອບ 20 ໄປຢູ່ທີ່ ອັນດັບ 21 ຂອງໂລກ
  1. ປະເທດ ການາດາ

ການາດາຈະໂດດເດັ່ນເລື່ອງການຊ່ວຍເຫຼືອຄົນແປກໜ້າ ເຊິ່ງຕິດຢູ່ໃນອັນດັບທີ 14 ຂອງໂລກ ແລະ ການບໍລິຈາກເງິນຢູ່ໃນອັນດັບ 10 ຂອງໂລກ ສິ່ງທີ່ຊາວການາດາເຮັດໄດ້ດີທີ່ສຸດແມ່ນການເປັນອາສາສະໝັກ ເຊິ່ງຄິດເປັນ 44 % ຂອງຈຳນວນປະຊາກອນທັງໝົດ

  1. ປະເທດ ນິວຊີແລນ

ດ້ວຍຈຳນວນການບໍລິຈາກເງິນຂອງຊາວນິວຊີແລນ ຈິ່ງເຮັດໃຫ້ປະເທດນີ້ຕິດທັອບ 1 ໃນ 10 ປະເທດ ສ່ວນເລື່ອງການເປັນອາສາສະໜັກກໍ່ບໍ່ນ້ອຍໜ້າໃຜ ເຮັດໃຫ້ກ້າວຂຶ້ນມາຕິດອັນດັບທີ 4 ຂອງຕາຕະລາງ ແລະ ຖືວ່າສູງທີ່ສຸດໃນບັນດາປະເທດທີ່ພັດທະນາແລ້ວ ນອກຈາກນີ້ນິວຊີແລນຍັງເຮັດໄດ້ດີດ້ານການໃຫ້ຄວາມຊ່ວຍເຫຼືອແກ່ຄົນແປກໜ້າ ເຊິ່ງຈັດຢູ່ໃນອັນດັບທີ 22 ອີກດ້ວຍ

  1. ປະເທດ ສະຫະລັດອາເມລິກາ

ສະຫະລັດອາເມລິກາເຄີຍເປັນອັນດັບທີ 1 ໃນປີທີ່ຜ່ານມາ ແຕ່ກໍ່ຕ້ອງຕົກລົງມາຢູ່ອັນດັບທີ 2 ຍ້ອນຍອດການບໍລິຈາກຫຼດລົງ 5% ການເປັນອາສາສະໝັກແມ່ນຕິດຢູ່ອັນດັບທີ 6 ຂອງໂລກ ແຕ່ຊາວອາເມລິກາເຮັດໄດ້ດີແມ່ນດ້ານການຊ່ວຍເຫຼືອຄົນແປກໜ້າ ເຊິ່ງຈັດຢູ່ໃນອັນດັບທີ 3 ໂດຍຖ້າຄິດເປັນເປີເຊັນຈະພົບວ່າ ຊາວອາເມລິກາ 76% ຂອງປະຊາກອນທັງໝົດໃນປະເທດມັກຊ່ວຍເຫຼືອຜູ້ອື່ນ

  1. ປະເທດ ມຽນມາ

ເຖິງປະເທດນີ້ຈະມີຄວາມວຸ້ນວາຍທາງດ້ານການເມືອງ ຍັງຖືວ່າເປັນປະເທດທີ່ກຳລັງພັດທະນາຢູ່ ແຕ່ກໍ່ຍັງສາມາດຢູ່ໃນອັນດັບທີ 1 ຂອງປະເທດທີ່ມີຄວາມເອື້ອເຟື້ອເພື່ອແຜ່ຫຼາຍທີ່ສຸດໄດ້ ເນື່ອງຈາກຜົນຂອງການບໍລິຈາກເງິນເປັນຈຳນວນຫຼາຍ (92%ບໍລິຈາກເປັນເງິນສົດ) ແລະ ອັດຕາການເປັນອາສາສະໝັກຂອງປະຊາຊົນມຽນມາ 50% ຂອງປະຊາຊົນທັງໝົດໃນປະເທດ ນັບເປັນຄັ້ງທຳອິດທີ່ປະເທດມຽນມາຄອງອັນດັບທີ 1 ເຖິງ 2 ດ້ານຈາກທັງໝົດ 3

 

ທີ່ມາຈາກ: http://www.doodiza.com/news12351.html
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...