spot_img
Homeຄົມຄິດຄົມຄົນພຶດຕິກຳສ່ຽງທີ່ອາດເຮັດໃຫ້ຄົນເຮົາອາຍຸສັ້ນໄດ້

ພຶດຕິກຳສ່ຽງທີ່ອາດເຮັດໃຫ້ຄົນເຮົາອາຍຸສັ້ນໄດ້

Published on

ພຶດຕິກຳການດຳລົງຊີວິດປະຈຳວັນຂອງຄົນເຮົາ ກໍ່ເປັນ 1 ປັດໃຈທີ່ເຮັດໃຫ້ອາຍຸສັ້ນໄດ້ ເຊິ່ງຫຼາຍໆຄົນອາດຈະບໍ່ເຄີຍຮູ້ ຫຼື ບໍ່ເຄີຍຄຳນຶງເຖິງຜົນເສຍມາກ່ອນ ຖ້າຫາກໃຜຍັງຢາກໃຊ້ຊີວິດໃນໂລກນີ້ດົນໆ ຖ້າເບິ່ງຄວາມຈະເລີນຂອງປະເທດໄປດົນໆ ແລະ ຢາກຢູ່ກັບຄົນຮັກໄປດົນໆ ຄວນຫຼີກລ່ຽງພຶດຕິກຳດັ່ງຕໍ່ໄປນີ້

1. ພັກຜ່ອນບໍ່ພຽງພໍ: ນອນເດິກນອນບໍ່ພໍ, ເຮັດວຽກຫຼາຍເກີນໄປ, ທ່ຽວຫຼາຍເກີນໄປ ແລະ ອື່ນໆ ສິ່ງເຫຼົ່ານີ້ແມ່ນສ່ຽງກັບການໂຣກຮ້າຍຄື ຄວາມດັນຕໍ່າ, ເຈັບຫົວ, ໂຣກຫົວໃຈ ແລະ ອື່ນໆ.
2. ກິນອາຫານບໍ່ເປັນເວລາ ສ່ຽງຕໍ່ໂຣກກຮ້າຍເຊັ່ນ: ໂລກກະເພາະອາຫານກົດໄຫຼຍ້ອນ, ໂຣກອ້ວນ.
3. ນັ່ງຕິດຕັ່ງຫຼາຍຊົ່ວໂມງບໍ່ຍອມລຸກສ່ຽງຕໍ່ການເປັນໂຣກຮ້າຍຄື ອອບຟິດຊິນໂດຣມ, ປວດເມື່ອຍບ່າ, ຄໍ, ໄຫຼ່, ຂໍ້ມື, ໄຂມັນອຸດຕັນເສັ້ນເລືອດ, ເບົາຫວານ ແລະ ໂຣກອ້ວນ.
4. ກິນຂອງກິນທີ່ມີຄວາມມັນ, ຄວາມຫວານຫຼາຍສ່ຽງຕໍ່ການເປັນໂຣກຮ້າຍຄື ໄຂມັນອຸດຕັນໃນເສັ້ນເລືອດ, ໄຂມັນໂອບຕັບ, ໂຣກອ້ວນ ແລະ ເບົາຫວານ.
5. ບໍ່ອອກກຳລັງກາຍສ່ຽງຕໍ່ການເປັນໂຣກຮ້າຍຄື ສາລະພັດໂຣກເພາະຫາກອອກກຳລັງກາຍດີ ກໍ່ສາມາສ້າງພູມຕ້ານທານໃຫ້ຮ່າງກາຍໄດ້.
6. ໃຊ້ຊີວິດຢ່າງປະໝາດເຊັ່ນ: ເຮັດວຽກກັບເຄື່ອງຈັກດ້ວຍຄວາມປະໝາດ, ຂັບຂີ່ຍານພາຫະນະດ້ວຍຄວາມປະໝາດ ແລະ ເຮັດອື່ນໆດ້ວຍຄວາມປະໝາດ ເຊິ່ງອາດເປັນສາເຫດເຮັດໃຫ້ເກີດອັນຕະລາຍກັບຕົວເອງ ຫຼື ຄົນອ້ອມຂ້າງໄດ້
7. ເປັນຄົນຄິດຫຼາຍ ໃຊ້ຄວາມຄິດຢູ່ຕະຫຼອດ ສ່ຽງເປັນໂລກປະສາດໄດ້
8. ມັກຄິດສັ້ນ ຄິດຢາກຂ້າຕົວຕາຍຢູ່ຕະຫຼອດ
9. ເກັບກົດບໍ່ເຂົ້າສັງຄົມ ໃຊ້ຊີວິດຢ່າງຈືດຈາງ ບໍ່ມີຊີວິດຊີວາຄືຄົນອື່ນ ສ່ຽງເປັນໂຣກຊືມເສົ້າໄດ້
10. ບໍ່ມີການປົດປ່ອຍທາງເພດ ມີຜົນການວິໄຈວ່າ ຜູ້ທີ່ບໍ່ເຄີຍປົດປ່ອຍທາງເພດເລີຍຈະອາຍຸສັ້ນກວ່າຄົນທີ່ມີການປົດປ່ອຍທາງເພດ
11. ໃຊ້ຊີວິດຢູ່ກັບສິ່ງມຶນເມົາ, ສິ່ງທີ່ຜິດກົດໝາຍ ແລະ ອະບາຍຍາມຸກຕ່າງໆ ເຊັ່ນ: ຢູ່ກັບສິ່ງເສບຕິດ, ສຸຣາ, ການພະນັນເກີດໜີ້ສິນຫຼາຍ, ການປ່ຽນຄູ່ນອນເປັນປະຈຳໂດຍບໍ່ມີການປ້ອງກັນ

ຖ້າຫາກຕອນນີ້ໃຜຫາກມີພຶດຕິກຳການດຳລົງຊີວິດທີ່ກ່າວມາຂ້າງເທິງນີ້ ກໍ່ຄວນມີການປັບປ່ຽນດ່ວນ ເພື່ອໃຫ້ມີສຸຂະພາບຮ່າງກາຍທີ່ແຂງແຮງ ແລະ ຊີວິດທີ່ຍືນຍາວນັ້ນເອງ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...