spot_img
Homeຂ່າວພາຍ​ໃນທົ່ວປະເທດ ພວມດຳເນີນການກໍ່ສ້າງເຂື່ອນ 35 ໂຄງການ

ທົ່ວປະເທດ ພວມດຳເນີນການກໍ່ສ້າງເຂື່ອນ 35 ໂຄງການ

Published on

ສປປ ລາວ ເປັນປະເທດທີ່ມີຄວາມອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນ້ຳຫຼາກຫຼາຍຊະນິດ ເປັນຕົ້ນແມ່ນ ມີແມ່ນ້ຳຫຼາຍສາຍທີ່ເປັນເງື່ອນໄຂອັນດີ ແກ່ການສ້າງເຂື່ອນເພື່ອຜະລິດກະແສໄຟຟ້າ ຊຶ່ງຂະນະນີ້ພວມດຳເນີນການກໍ່ ສ້າງໃນຂອບເຂດທົ່ວປະເທດທັງໝົດ 35 ໂຄງການລວມມີກຳລັງການຕິດຕັ້ງ 5 ພັນກວ່າເມກາວັດ ຄາດວ່າຈະປະ ກອບສ່ວນສຳຄັນໃນການພັດທະນາທ້ອງຖິ່ນ ກໍຄືປະເທດຊາດ ໂດຍສະເພາະ ແມ່ນຈະເຮັດໃຫ້ ສປປ ລາວ ກາຍເປັນ ໃຈກາງພະລັງງານສະອາດຢູ່ຂົງເຂດອາຊຽນໃນອະນາຄົດ.

ຜ່ານມາ ສປປ ລາວ ໄດ້ມີການສ້າງແຜນແມ່ບົດຂອງການພັດທະນາລະບົບໄຟຟ້າຢູ່ປະເທດເຮົາແຕ່ນີ້ ຮອດປີ 2020 ຕາມແນວທາງຍຸດທະສາດການຫັນປ່ຽນເປັນອຸດສາຫະກຳ ທັນສະໄໝທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ x ຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VIII ແນໃສ່ຂຸດຄົ້ນທ່າແຮງ, ຄວາມສາມາດບົ່ມຊ້ອນ ແລະສ້າງເງື່ອນໄຂ ເພື່ອເຮັດໃຫ້ການພັດທະນາຂະແໜງໄຟຟ້າ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຈັງ ຫວະທີ່ຕໍ່ເນື່ອງ ແລະໝັ້ນທ່ຽງກາຍເປັນ ກຳລັງແຮງອັນສຳຄັນທາງດ້ານການ ພັດທະນາເສດຖະກິດ.

ຈາກແຜນແມ່ບົດດັ່ງກ່າວໄດ້ເປັນ ສ່ວນໜຶ່ງເຮັດໃຫ້ ສປປ ລາວ ຮອດຂະ ນະນີ້ມີແຫຼ່ງຜະລິດພະລັງງານທີ່ສ້າງ ສຳເລັດ ແລະເດີນເຄື່ອງຜະລິດແລ້ວທົ່ວ ປະເທດຈຳນວນທັງໝົດ 40 ແຫ່ງມີກຳ ລັງຕິດຕັ້ງ 6.300 ກວ່າເມກາວັດສາ ມາດຜະລິດພະລັງງານໄດ້ 33.00 ກວ່າກິກາວັດໂມງຕໍ່ປີ ພ້ອມນີ້ຍັງມີລະບົບສາຍ ສົ່ງລວມ 53.000 ກວ່າກີໂລ ແມັດ ແລະມີສະຖານີໄຟຟ້າທັງ ໝົດ 53 ແຫ່ງ.

ນອກຈາກນັ້ນ ປະຈຸບັນຍັງມີ 35 ໂຄງ ການທີ່ກຳລັງກະກຽມ ແລະດຳເນີນການກໍ່ສ້າງ ລວມມີກຳລັງຕິດຕັ້ງທັງໝົດ ປະມານ 5.000 ກວ່າເມກາວັດ ໂດຍຈະສາມາດຜະລິດພະລັງງານໄດ້ປະມານ 60.000 ກິກາວັດໂມງຕໍ່ປີ ໃນນັ້ນໂຄງການໃຫຍ່ໆກໍແມ່ນການສ້າງໃສ່ລຳແມ່ນ້ຳຂອງທີ່ແຂວງໄຊຍະບູລີ ແລະດອນສະໂຮງ ເມືອງໂຂງ ແຂວງຈຳປາສັກ.

ສະເພາະເຂື່ອນໄຟຟ້າພະລັງງານນ້ຳຂອງໄຊຍະບູລີແມ່ນມີມູນຄ່າການກໍ່ສ້າງ ສູງເຖິງ 3,8 ຕື້ໂດລາສະຫະລັດໄດ້ເລີ່ມ ການກໍ່ສ້າງມາແຕ່ປີ 2012 ຄາດວ່າ ຈະສຳເລັດໃນປີ 2019 ມີກຳລັງການ ຜະລິດ 1.285 ເມກາວັດ ອາຍຸການສຳປະທານ 31 ປີ ຊຶ່ງມາຮອດປະຈຸບັນ ການກໍ່ສ້າງໜ້າວຽກທັງໝົດສະເລ່ຍໄດ້ ແລ້ວ 68,4%.

ສ່ວນໂຄງການໄຟຟ້າດອນສະໂຮງ ແຂວງຈຳປາສັກ ປະຈຸບັນກໍກຳລັງດຳເນີນດ້ວຍຄວາມເອົາໃຈໃສ່ພາຍຫຼັງທີ່ ໄດ້ສຳເລັດພິທີວາງສືລາລືກກໍ່ສ້າງເຮືອນຈັກເມື່ອກາງເດືອນສິງຫາຜ່ານມາ ຊຶ່ງໂຄງການນີ້ມີມູນຄ່າລົງທຶນ 250 ລ້ານໂດລາສະຫະລັດ ແລະຈະມີກຳລັງ ການຕິດຕັ້ງ 260 ເມກາວັດ.

ແນວໃດກໍດີ ການສ້າງເຂື່ອນຈຳນວນຫຼວງຫຼາຍຂອງລັດຖະບານກໍນັບ ວ່າເປັນຄວາມຫວັງຂອງປະຊາຊົນພາຍ ໃນຊາດທີ່ຈະໄດ້ຊົມໃຊ້ໄຟຟ້າດ້ວຍລາຄາປະຢັດໃນອະນາຄົດ, ຂະນະທີ່ສະຖິຕິ ບ້ານທີ່ໄຟຟ້າເຂົ້າເຖິງປະຈຸບັນກວມ ແລ້ວ 86,50% ແລະ91,51% ສະເລ່ຍ ອັດຕາຄອບຄົວທົ່ວປະເທດໄດ້ໃຊ້ໄຟຟ້າຢ່າງຖາວອນ.

ປະຈຸບັນລາຄາໄຟຟ້າປະເພດທີ່ຢູ່ ອາໄສແມ່ນໄດ້ຄິດໄລ່ 6 ຂັ້ນຕາມແຕ່ລະເດືອນຂອງການຊົມໃຊ້ຄື: ແຕ່ 0-25 ເມກາວັດໂມງແມ່ນຄິດໄລ່ລາຄາ 348 ກີບຕໍ່ກິໂລວັດໂມງ; 26-150 ກິໂລວັດໂມງແມ່ນຄິດໄລ່ 414 ກີບ; 151-300 ກິໂລວັດໂມງລາຄາ 799 ກີບ; 301-400 ກິໂລວັດໂມງລາຄາ 880 ກີບ; 401-500 ກິໂລວັດໂມງລາຄາ 965 ກີບ ແລະ ແຕ່ 500 ກິໂລວັດໂມງຂຶ້ນໄປແມ່ນຈະ ຄິດໄລ່ລາຄາ 999 ກີບຕໍ່ກິໂລວັດໂມງ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...