spot_img
Homeຂ່າວຕ່າງປະເທດພາກກາງຫວຽດນາມ ປະສົບໄພນ້ຳຖ້ວມໜັກ ເສຍຊີວິດແລ້ວ ຢ່າງໜ້ອຍ 25 ຄົນ

ພາກກາງຫວຽດນາມ ປະສົບໄພນ້ຳຖ້ວມໜັກ ເສຍຊີວິດແລ້ວ ຢ່າງໜ້ອຍ 25 ຄົນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ຕຸລາຜ່ານມານີ້ວ່າ ຫວຽດນາມກຳລັງປະສົບກັບໄພນ້ຳຖ້ວມຢ່າງໜັກ ໃນເຂດພາກກາງຂອງປະເທດ ໂດຍສຳນັກງານປ້ອງກັນໄພພິບັດທາງທຳມະຊາດ ໄດ້ອອກມາລະບຸວ່າ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 25 ຄົນ ແລະ ມີຜູ້ສູນຫາຍ 4 ຄົນ ຫລັງຈາກເກີດເຫດນ້ຳຖ້ວມ, ສ່ວນເຮືອນຊານຂອງປະຊາຊົນ ໄດ້ຮັບຄວາມເສຍຫາຍ ຫລື ຖືກທຳລາຍໄປແລ້ວ ຫລາຍກວ່າ 240,000 ຫລັງ ໃນຫລາຍແຂວງທາງພາກກາງຂອງປະເທດ ນັບຕັ້ງແຕ່ວັນສຸກທີ 14 ຕຸລາເປັນຕົ້ນມາ.

ໃນຂະນະດຽວກັນນີ້ ພາຍຸໄຕ້ຝຸ່ນສາຣິກາ (Sarika) ທີ່ກຳລັງພັດຖະຫລົ່ມຟິລິບປິນ ໃນທ້າຍອາທິດທີ່ຜ່ານມາ ກໍກຳລັງເຄື່ອນທິດເຂົ້າສູ່ຫວຽດນາມ ຊຶ່ງຄາດວ່າຈະເຂົ້າຊາຍຝັ່ງຫລາຍແຂວງພາກເໜືອ ໃນວັນພຸດທີ 19 ຕຸລານີ້ ຊຶ່ງເປັນເຂດທີ່ມີຄວາມສ່ຽງສູງ ໂດຍນັກພະຍາກອນອາກາດໄດ້ຄາດການວ່າ ໄຕ້ຝຸ່ນສາຣິກາ ຈະເປັນພາຍຸຫົວໃຫຍ່ທີ່ສຸດໃນລະດູນີ້, ຂະນະທີ່ທາງການຫວຽດນາມ ອາດອອກຄຳສັ່ງອົບພະຍົບປະຊາຊົນ ແລະ ຫ້າມເຮືອອອກທະເລ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...