Homeນານາສາລະວິທີຫຼຸດອາການປວດປະຈຳເດືອນ

ວິທີຫຼຸດອາການປວດປະຈຳເດືອນ

Published on

  1. ການກິນນໍ້າອຸ່ນ: ເພາະນໍ້າອຸ່ນຈະຊ່ວຍເຮັດໃຫ້ກ້າມເນື້ອທີ່ຕຶງຢູ່ຜ່ອນຄາຍລົງ ແລະຊ່ວຍບັນເທົາຄວາມເຈັບປວດລົງໄດ້
  2. ການອາບນໍ້າອຸ່ນ: ການລົງແຊ່ນໍ້າອຸ່ນຢູ່ອ່າງ ແລະຄວນເພີ່ມເກືອໃສ່ນໍ້າເລັກນ້ອຍ ແຊ່ປະມານ 30 ນາທີ ເພື່ອເປັນການຮັກສາດ້ວຍຄວາມອຸ່ນອີກວິທີໜຶ່ງ ສາມາດຊ່ວຍຫຼຸດປະຈຳເດືອນໄດ້ ເພາະການແຊ່ນໍ້າອຸ່ນຈະຜ່ອນຄາຍກ້າມເນື້ອ
  3. ນອນເອົາຂາຍົກຂຶ້ນໃຫ້ສູງກວ່າຕົນໂຕ: ເຮົາຈະເອົາໝອນ ຫຼືພະນັ່ງແລ້ວເອົາຂາຮອງໃສ່ ວິທີນີ້ເປັນການບັງຄັບໃຫ້ກ້າມເນື້ອມົດລູກຄາຍໂຕລົງໄດ້
  4. ການນອນຄົດໂຕ: ເປັນທ່ານອນທີ່ຜ່ອນຄາຍກ້າມເນື້ອບໍລິເວນທ້ອງ ຈະຊ່ວຍອາການປວດໄດ້ ແຕ່ກໍບໍ່ຄວນນອນດົນເກີນໄປ
  5. ນອນສະແຄງຊ້າຍ: ຈະຊ່ວຍຫຼຸດປະຈຳເດືອນໄດ້ ແລະອາການປວດອື່ນໆ ການນອນສະແຄງຊ້າຍ ຈະຊ່ວຍຫຼຸດໄດ້ດີກວ່ານອນສະແຄງຂວາ
  6. ການນວດໜ້າທ້ອງ: ເປັນອີກວິທີໜຶ່ງທີ່ສາມາດບັນເທົາການເຈັບທ້ອງໄດ້ ໂດຍການນວດບໍລິເວນທ້ອງເປັນວົງມົນ ແຕ່ຄວນນວດຄ່ອຍໆ ສາມາດຫຼຸດການປວດ ແລະຄວາມຄຽດລົງໄດ້
  7. ການຫຼິ້ນໂຢຄະ: ການຫຼິ້ນໂຢຄະຈະຊ່ວຍໃຫ້ກ້າມເນື້ອຢຶດອອກ ແລະຊ່ວຍໃຫ້ການປວດປະຈຳເດືອນຫຼຸດລົງ
  8. ການຍ່າງ: ເປັນວິທີບັນເທົາອາການປວດທີ່ເຮັດໄດ້ງ່າຍ ແລະໄດ້ຜົນດີ ແຕ່ຄວນຍ່າງໄວໆຈັກ 30 ວິນາທີ ມື້ລະ ​3 ເທື່ອ ການຍ່າງຈະຊ່ວຍໃຫ້ຮ່າງກາຍລະງັບຄວາມເຈັບປວດໄດ້
  9. ໝັ່ນອອກກຳລັງກາຍ: ໂດຍສະເພາະແມ່ນການແລ່ນ, ຂີ່ລົດຖີບ, ຕີດອກ ແລະກິລາຫຼາຍປະເພດ, ການອອກກຳລັງກາຍຈະເຮັດໃຫ້ຄວາມຄຽດຫຼຸດລົງ ແລະເວລາເປັນປະຈຳເືອນບໍ່ມັກປວດອີກຕໍ່ໄປ
  10. ກິນນໍ້າໃຫ້ຫຼາຍ: ເພື່ອຊ່ວຍໃຫ້ຕັບເຮັດວຽກໄດ້ດີຢ່າງມີປະສິດທິພາບ ແລະການໄຫຼວຽນຂອງເລືອດກໍດີຂຶ້ນ ເຮັດໃຫ້ການປວດປະຈຳເດືອນຫຼຸດລົງ
  11. ກິນຜັກ ແລະໝາກໄມ້: ການກິນຜັກ ແລະໝາກໄມ້ທີ່ມີໄຟເບີສູງຈະເຮັດໃຫ້ລະບົບຂັບຖ່າຍດີຂຶ້ນ ຊ່ວຍໃຫ້ໂຮໂມນສ່ວນເກີນຂັບອອກຈາກຮ່າງກາຍ ຫຼຸດປະຈຳເດືອນໄດ້
  12. ຫຼີກລຽງອາຫານເຄັມ, ເຜັດ: ເພາະຈະເຮັດໃຫ້ຮ່າງກາຍຜະລິດສານພຼໍສະຕາແກນດິນ ອອກາຫຼາຍກວ່າປົກກະຕິ ແລ້ວຈະເຮັດໃຫ້ມົດລູກມີການບີບໂຕ ແລະເກີດອາການປວດບໍລິເວນທ້ອງນ້ອຍໄດ້
  13. ຫຼີກລຽງການກິນເຄື່ອງດື່ມທີ່ມີຄາເຟອິນ: ໂດຍສະເພາະແມ່ນ ກາເຟ,ຊາ, ໂຄລ່າ, ນໍ້າອັດລົມ ໂດຍສະເພາະລະຫວ່າງກ່ອນ ແລະຊ່ວງເປັນປະຈຳເດືອນ ເພາະສານຄາເຟອິນຈະເຮັດໃຫ້ເຮົາເຈັບເວລາເປັນປະຈຳເດືອນ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...