spot_img
Homeຂ່າວທ້ອງຖິ່ນຊ່ວງເຮືອ ທ່າວັດຈັນ ປີນີ້ງຽບເຫງົາ.

ຊ່ວງເຮືອ ທ່າວັດຈັນ ປີນີ້ງຽບເຫງົາ.

Published on

330

ບັນກາດບຸນຊ່ວງເຮືອອອກພັນສາ ທີ່ໜ້າວັດຈັນ, ນະຄອນຫຼວງວຽງຈັນປີນີ້ ງຽບເຫງົາກວ່າປີທີ່ຜ່ານມາ ແລະ ແຈ້ງການທີ່ວ່າ ຫ້າມຊາວຄ້າຂາຍ ຕ່າງປະເທດຂາຍນັ້ນ ແມ່ນຍັງບໍ່ສາມາດເຮັດໄດ້ 100%. ໃນໄລຍະປັດຈຸບັນນີ້ ໃນຂອບເຂດທົ່ວປະເທດກຳລັງສະເຫຼີມສະຫຼອງງານບຸນອອກພັນສາ ປະຈຳປີ 2016 ຢ່າງຄືກຄືນມ່ວນຊື່ນ…ແຕ່ຢູ່ໃນນະຄອນຫຼວງຈຽງຈັນ ໂດຍສະເພາະງານບຸນອອກພັນສາທີ່ໜ້າວັດຈັນ ທີ່ຫຼາຍຮູ້ດີກັນວ່າ ເປັນງານທີ່ຍິ່ງໃຫຍ່ ແລະ ມີຄວາມຄືກຄືນມ່ວນຊື່ນ ແຕ່ໃນປີນີ້ແມ່ນງຽບເຫງົາຫຼາຍກວ່າປີຜ່ານໆມາ ເນື່ອງຈາກມີແຈ້ງການຈາກນະຄອນຫຼວງ ໃຫ້ມີການຈັດງານບຸນຊ່ວງເຮືອອອກພັນສາປີນີ້ ແບບກະທັດຮັດ ໜ້ອຍລົງກວ່າປີຜ່ານມາ ເຊິ່ງໄດ້ຈັດພຽງ 4 ວັນ ໂດຍເລີ່ມແຕ່ວັນທີ 14-17 ຕຸລາ ເທົ່ານັ້ນ ແລະ ຍັງແຈ້ງ ບໍ່ໃຫ້ມີຊາວຄ້າຂາຍທີ່ເປັນຄົນຕ່າງຊາດ. ສະນັ້ນ, ຈຶ່ງເຮັດໃຫ້ງານບຸນຊ່ວງເຮືອທີ່ໜ້າວັດຈັນປີນີ້ ງຽບເຫງົາຫຼາຍວ່າປີຜ່ານໆມາ. ສ່ວນບັນຍາກາດການຄ້າ-ຂາຍ ນັ້ນກໍ່ງຽບຕາມກັນກັບບັນຍາກາດຂອງງານບຸນ ເນື່ອງຈາກມີຜູ້ຄົນມາທ່ຽວຊົມໜ້ອຍ ແລະ ຊາວຄ້າ-ຂາຍ ທີ່ເປັນຄົນລາວຕ່າງກໍ່ຈົ່ມເປັນສຽງດຽວກັນວ່າ ງຽບເຫງົາຫຼາຍ, ເຄື່ອງກໍ່ບໍ່ໄດ້ຂາຍ ຄ່າເຊົ່າທີ່ກໍ່ແພງ ໂດຍສະເພາະຄ່າເຊົ່າທີ່ ເຕັນລະ 3,500,000-4,500,000 ກີບ ບວກກັບຄ່າໄຟ 700,000 ກີບ ແຕ່ການຂາຍເຄື່ອງນັ້ນແມ່ນເລີ່ມແຕ່ວັນທີ 13-17 ເທົ່ານັ້ນ.

7167 7168 7169
ໂດຍ: ເດັກນະຄອນຫຼວງ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...