Homeຂ່າວທ້ອງຖິ່ນທີພິທີມອບ-ຮັບໂຄງການກໍ່ສ້າງເສົາຫລັກໂມງສວນວົງວຽນດອນໜູນ

ທີພິທີມອບ-ຮັບໂຄງການກໍ່ສ້າງເສົາຫລັກໂມງສວນວົງວຽນດອນໜູນ

Published on

ເມື່ອວັນທີ 14 ຕຸລາ 2016 ທີ່ຜ່ານມານີ້ ໄດ້ທີພິທີມອບ-ຮັບໂຄງການກໍ່ສ້າງເສົາຫລັກໂມງສວນວົງວຽນດອນໜູນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ແກ້ວພິລາວັນ ອາໄພລາດ, ຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ໃນພິທີກ່າວມອບໂດຍ ທ່ານ ບຸນຖັນ ຈິດຕະວົງ ຜູ້ອຳນວຍການ ຝ່າຍປະຕິບັດ ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ແລະ ເປັນກຽດຮັບເອົາໂຄງການໂດຍ ທ່ານ ສົມບຸນ ຮອງຫົວໜ້າ ຫ້ອງການ ຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ, ທ່ານ ເຈົ້າເມືອງ ເມືອງໄຊທານີ ແລະ ບັນດາອົງການຈັດຕັ້ງພັກ-ລັດ, ບັນດາຜູ້ບໍລິຫານ ບໍລິສັດ ປີໂຕຣລ້ຽມ ເທຣດດິ້ງ ລາວ ມະຫາຊົນ ແລະ ບໍລິສັດໃນເຄືອ, ແຂກທີ່ຖືກເຊີນທ່ານຍິງທ່ານຊາຍ ແລະ ບັນດາສື່ມ່ວນຊົນຕ່າງໆ ກໍ່ໃຫ້ກຽດເຂົ້າຮ່ວມ, ເຊີ່ງມູນຄ່າໃນການກໍ່ສ້າງທັງໝົດແມ່ນ 615,100,000 ກີບ.

 

 
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...