spot_img
Homeຂ່າວຕ່າງປະເທດປະທານປະເທດຈີນ ສີຈິ້ນຜິງ ເດີນທາງຢ້ຽມຢາມກຳປູເຈຍ ຢ່າງເປັນທາງການ

ປະທານປະເທດຈີນ ສີຈິ້ນຜິງ ເດີນທາງຢ້ຽມຢາມກຳປູເຈຍ ຢ່າງເປັນທາງການ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ຕຸລາຜ່ານມານີ້ວ່າ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ ໃນວັນທີ 13 ຕຸລາ 2016 ກຳນົດເວລາ 2 ວັນ ເພື່ອຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງສອງປະເທດ ຊຶ່ງຄາດວ່າຈະມີການບັນລຸຂໍ້ຕົກລົງທາງເສດຖະກິດຮ່ວມກັນ ຫລາຍສະບັບ.

ປະຊາຊົນຊາວກຳປູເຈຍ, ນັກຮຽນ-ນັກສຶກສາ ປະມານ 2,000 ກວ່າຄົນ ໄດ້ຢືນລຽນແຖວໂບກທຸງຊາດ ແລະ ຖືຮູບຜູ້ນຳສອງປະເທດ ຕາມຖະໜົນອອກຈາກສະໜາມບິນ ນະຄອນຫລວງພະນົມເປັນ ເພື່ອຕ້ອນຮັບການຢ້ຽມຢາມດັ່ງກ່າວ ຊຶ່ງນັບເປັນການຢ້ຽມຢາມກຳປູເຈຍຄັ້ງທຳອິດຂອງ ທ່ານ ສີຈິ້ນຜິງ ນັບຕັ້ງແຕ່ເຂົ້າຮັບຕຳແໜ່ງປະທານປະເທດ ໃນປີ 2013.

ຈີນ ແລະ ກຳປູເຈຍ ມີມູນຄ່າການຄ້າສອງຝ່າຍຮ່ວມກັນ ບັນລຸ 4.4 ຕື້ໂດລາໃນປີ 2015 ຜ່ານມາ ແລະ ໄດ້ຕັ້ງເປົ້າໃຫ້ມີມູນຄ່າບັນລຸເຖິງ 5 ຕື້ໂດລາ ພາຍໃນປີ 2017, ການລົງທຶນຂອງຈີນໃນກຳປູເຈຍ ໃນປີ 2015 ຜ່ານມາ ມີມູນຄ່າທັງໝົດ 864 ລ້ານໂດລາ ແລະ ໃນປີນີ້ ລັດຖະບານຈີນໄດ້ປະກາດວ່າ ຈະໃຫ້ການຊ່ວຍເຫລືອກຳປູເຈຍ 600​ ລ້ານໂດລາ ໃນໄລຍະເວລາ 3 ປີຂ້າງໜ້າ.

CAMBODIA-CHINA-DIPLOMACY CAMBODIA-CHINA-DIPLOMACY

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...