Homeຂ່າວການພັດທະນາໂຄງການຕ່າງໆໃນ ສປປ.ລາວ ທີ່ຢູ່ພາຍໃນການຊີ້ນຳຂອງພະເຈົ້າມະຫາຊີວິດ (ໄທ)

ໂຄງການຕ່າງໆໃນ ສປປ.ລາວ ທີ່ຢູ່ພາຍໃນການຊີ້ນຳຂອງພະເຈົ້າມະຫາຊີວິດ (ໄທ)

Published on

ຂໍສະແດງຄວາມເສຍໃຈຕໍ່ການຈາກໄປຂອງ ເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ ຢ່າງສຸດຊຶ້ງ.

ພະອົງທ່ານເປັນໜຶ່ງໃນບຸກຄົນທີ່ມີບຸນຄຸນນານັບປະການຕໍ່ຜືນແຜ່ນດິນລາວ ເຊິ່ງສະແດງອອກຈາກໂຄງການຕ່າງໆໃນ ສປປ.ລາວ ທີ່ຢູ່ພາຍໃນການຊີ້ນຳຂອງພະອົງດັ່ງນີ້ເປັນຕົ້ນ:

1. ໂຄງການສູນພັດທະນາ ແລະ ບໍລິການດ້ານກະສິກຳຫ້ວຍຊອນ-ຫ້ວຍຊົ້ວ (ຫຼັກ 22) ເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທໄດ້ມີຄຳສັ່ງໃຫ້ຈັດຕັ້ງໂຄງການສູນພັດທະນາ ແລະ ບໍລິການດ້ານກະສິກຳຫ້ວຍຊອນ-ຫ້ວຍຊົ້ວຂຶ້ນ ຕາມຄຳຮ້ອງຂໍຂອງທ່ານ ປະທານ ໄກສອນ ພົມວິຫານ ໂຄງການດັ່ງກ່າວກໍ່ຕັ້ງຂຶ້ນຢ່າງເປັນທາງການເມື່ອເດືອນ ເມສາ 1994 ຖືເປັນໂຄງການທຳອິດຂອງພະອົງໃນ ສປປ.ລາວ ຕັ້ງຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກິດຈະກຳຫຼັກໃນການດຳເນີນງານຄື: (1) ການພັດທະນາໂຄງສ້າງພື້ນຖານເຊັ່ນ: ໄຟຟ້າ, ນ້ຳປະປາ ໃນເຂດນັ້ນ, (2) ການພັດທະນາແຫຼ່ງນ້ຳເຊັ່ນ: ການສ້າງອ່າງເກັບນ້ຳຫ້ວຍຊອນ, ການສ້າງຝາຍຫ້ວຍຊົ້ວ, (3) ການພັດທະນາດິນ, (4) ການພັດທະນາດ້ານວິຊາການກະສິກຳ, (5) ດ້ານການລ້ຽງສັດ, (6) ດ້ານການປະມົງ ແລະ (7) ດ້ານການພັດທະນາວິຊາການ ແລະ ຖ່າຍທອດເຕັກໂນໂລຊີ.

2. ໂຄງການສົ່ງເສີມກິດຈະກຳໂຮງຮຽນວັດທະນະທຳເດັກກຳພ້າ (ຫຼັກ 67) ແຂວງວຽງຈັນ ໂດຍການກໍ່ສ້າງເຮືອນພັກນັກຮຽນ, ພັດທະນາແຫຼ່ງນ້ຳເພື່ອອຸປະໂພກບໍລິໂພກ ແລະ ກະສິກຳ ນອກຈາກນີ້ຍັງໄດ້ຈັດຕັ້ງຄະນະກຳມະການສົ່ງເສີມກິດຈະກຳຂອງໂຮງຮຽນຂຶ້ນ ເພື່ອດຳເນີນການດ້ານຕ່າງໆ (1) ການພັດທະນາໂຄງສ້າງພື້ນຖານເຊັ່ນ: ລະບົບນໍ້າປະປາ, ການສ້າງອາຄານບ່ອນພັກນັກຮຽນ, ສ້າງອາຄານຮຽນ, (2) ກິດຈະກຳດ້ານໂພສະນາການ ແລະ ສຸຂະອະນາໄມ, (3) ກິດຈະກຳດ້ານການສົ່ງເສີມອາຊີບ ແລະ (4) ກິດຈະກຳດ້ານການເຜີຍແຜ່ຄວາມຮູ້ດ້ານກະສິກຳ

3. ໂຄງການເຝິກອົບຮົບເຕັກໂນໂລຊີທາງການແພດ ແລະ ສາທາລະນະສຸກສຳລັບບຸກຄະລາກອນທາງການແພດ ເຊິ່ງໄດ້ມີການຈັດເຝິກອົບຮົບຕັ້ງແຕ່ປີ 2000 ເປັນຕົ້ນມາ ໂດຍມີຈຸດປະສົງເພື່ອເພີ່ມພູນຄວາມຮູ້ ແລະ ຄວາມສາມາດໃນການປິ່ນປົວ ແລະ ເພື່ອເປີດໂອກາດໃຫ້ບຸກຄະລາກອນຂອງທັງສອງປະເທດໄດ້ແລກປ່ຽນປະສົບການ ແລະ ປະສານຄວາມຮ່ວມມືກັນໃນການພັດທະນາວຽກງານການແພດ ຕະຫຼອດຈົນການພັດທະນາຄຸນນະພາບຊີວິດຂອງປະຊາຊົນຕໍ່ໄປ

5. ໂຄງການສວນສາທິດກະສິກຳແບບປະສົມປະສານພາຍໃຕ້ໂຄງການຄວາມຮ່ວມມືທາງວິຊາການລະຫວ່າງ “ມູນລະນິທິໄຊພັດທະນາ ກັບ ມະຫາວິທະຍາໄລຈຳປາສັກ” ເຊິ່ງໂຄງການດັ່ງກ່າວໄດ້ມີການລົງນາມໃນວັນ 21 ມີນາ 2007 ກິດຈະກຳພາຍໃຕ້ໂຄງການດັ່ງກ່າວປະກອບດ້ວຍ: (1) ວຽກງານດ້ານການພັດທະນາດິນ, (2) ວຽກງານດ້ານຊົນລະປະທານ, (3) ວຽກງານດ້ານການລ້ຽງສັດ, (4) ວຽກງານດ້ານການປະມົງ, (5) ວຽກງານດ້ານກະສິກຳ, (6) ວຽກງານດ້ານການພັດທະນາໂຄງສ້າງພື້ນຖານເຊັ່ນ: ການກໍ່ສ້າງອາຄານຫໍພັກນັກສຶກສາ ແລະ (7) ວຽກງານດ້ານການເຜີຍແຜ່ຄວາມຮູ້ດ້ານກະສິກຳ

6. ການພັດທະນາບຸກຄະລາກອນຂອງຫໍສະມຸດແຫ່ງ ສປປລາວ ເນື່ອງຈາກຫ້ອງສະໝຸດເປັນຫົວໃຈສຳຄັນຂອງການພັດທະນາດ້ານການສຶກສາ ຈຶ່ງໄດ້ໃຫ້ບຸກຄະລາກອນຈາກຫໍສະໝຸດແຫ່ງຊາດລາວໄປສຶກສາຕໍ່ໃນສາຂາວິຊາບັນນາລັກສາດ ແລະ ສາລະສົນເທດສາດ ລວມເຖິງການເຝິກອົບຮົມໃນສາຂາທີ່ກ່ຽວຂ້ອງ ທີ່ມະຫາວິທະຍາໄລມະຫາສາຣະຄາມ ໂດຍໃຊ້ຊັບສິນສ່ວນຕົວຂອງພະອົງໃນໄລຍະເລີ່ມຕົ້ນ ແຕ່ຕໍ່ມາລັດຖະບານໄທຈຶ່ງໄດ້ເຫັນຄວາມສຳຄັນ ແລະ ຄວາມຈຳເປັນໃນການໃຫ້ຄວາມຊ່ວຍເຫຼືອໃນສາຂາດັ່ງກ່າວ ແລະ ເພື່ອເປັນການສະໜອງຕາມທິດຊີ້ນຳຂອງພະອົງ ຈຶ່ງໄດ້ຮັບຊ່ວງດຳເນີນໂຄງການດັ່ງກ່າວຕໍ່ພາຍໃຕ້ກອບຄວາມຮ່ວມມືທາງວິຊາການລາວ-ໄທ ເຊິ່ງມີກະຊວງການຕ່າງປະເທດຂອງທັງສອງປະເທດເປັນໜ່ວຍງານຮັບຜິດຊອບ.

ທັງນີ້ ນອກຈາກໂຄງການທີ່ກ່າວມາຂ້າງເທິງແລ້ວ ຍັງມີໂຄງການອື່ນໆອີກຫຼາຍໂຄງການ.

[ພາບ] ທີ່ໂຮງຮຽນວັດທະນະທຳເດັກກຳພ້າ (ຫຼັກ 67) ເມື່ອວັນທີ 9 ເມສາ 1994.

ແຫຼ່ງຂ່າວຈາກ: ອິດສະຫຼະ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...