spot_img
Homeຂ່າວຕ່າງປະເທດເຈົ້າມະຫາຊີວິດ ພູມິພົນອະດຸນຍະເດດ ພະມະຫາກະສັດ ແຫ່ງ ຣາຊະອານາຈັກໄທ ສະເດັດສະຫວັນນະຄົດແລ້ວ

ເຈົ້າມະຫາຊີວິດ ພູມິພົນອະດຸນຍະເດດ ພະມະຫາກະສັດ ແຫ່ງ ຣາຊະອານາຈັກໄທ ສະເດັດສະຫວັນນະຄົດແລ້ວ

Published on

ອີງຕາມຖະແຫລງການຂອງ ສຳນັກພະຣາຊະວັງ ແຫ່ງ ຣາຊະອານາຈັກໄທ ຜ່ານສະຖານີິໂທລະພາບ ເມື່ອເວລາ 19:00 ຂອງວັນທີ 13 ຕຸລານີ້ ໄດ້ຖະແຫລງວ່າ ພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມິພົນອະດຸນຍະເດດ ພະມະຫາກະສັດ ແຫ່ງ ຣາຊະອານາຈັກໄທ ຣາຊະການທີ 9 ໄດ້ສະເດັດສະຫວັນນະຄົດແລ້ວ ໃນວັນພະຫັດທີ 13 ຕຸລາ 2016 ເວລາ 15:52 ນາທີ ທີ່ໂຮງໝໍສິຣິຣາດ ນະຄອນຫລວງບາງກອກ ປະເທດໄທ ລວມອາຍຸໄດ້ 89 ພັນສາ.

ພະຣາຊະປະຫວັດຫຍໍ້ຂອງ ພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມິພົນອະດຸນຍະເດດ ພະມະຫາກະສັດ ແຫ່ງ ຣາຊະອານາຈັກໄທ ຣາຊະການທີ 9

ປະສູດໃນວັນທີ 5 ທັນວາ 1927 ທີ່ເມືອງເຄມບຣິດ ລັດແມສຊາຊູເຊດ  ສະຫະລັດອາເມຣິກາ ເປັນໂອລົດອົງທີສາມຂອງ ສົມເດັດເຈົ້າຟ້າມະຫິດົນອະດຸນຍະເດດ ແລະ ໝ່ອມສັງວານມະຫິດົນ ມີເອື້ອຍ ແລະ ອ້າຍຮ່ວມມານດາ 2​ ພະອົງຄື: ສົມເດັດເຈົ້າຟ້າກັນລະຍານິວັດທະນາ ແລະ ສົມເດັດພະເຈົ້າອານັນທະມະຫິດົນ.

ໃນວັນທີ 2 ມີນາ 1934 ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ ພະມະຫາກະສັດ ຣາຊະການທີ 7 ແຫ່ງຣາຊະວົງຈັກກຣີ ໄດ້ສະຫລະຣາຊະສົມບັດ ໂດຍບໍ່ໄດ້ຊົງແຕ່ງຕັ້ງຜູ້ສືບຣາຊະສົມບັດໄວ້ ຄະນະລັດຖະມົນຕີສະຫຍາມໃນເວລານັ້ນ ໄດ້ອັງເຊີນເອົາ ສົມເດັດພະເຈົ້າອານັນທະມະຫິດົນ (ອ້າຍຂອງພະເຈົ້າພູມິພົນອະດຸນຍະເດດ) ຂຶ້ນຄອງຣາຊະສົມບັດ ເປັນພະມະຫາກະສັດແຜ່ນດິນສະຫຍາມ ຣາຊະການທີ 8 ຊຶ່ງພະອົງຊົງຄອງຣາຊະສົມບັດໄດ້ພຽງ 12 ປີ ກໍສະເດັດສະຫວັນນະຄົດ ໃນວັນທີ 9 ມິຖຸນາ 1946 ຈາກການລອບປົງພະຊົນ ທີ່ຫ້ອງບັນທົມພາຍໃນພະຣາຊະວັງ ນະຄອນຫລວງບາງກອກ. ໃນມື້ດຽວກັນນີ້ ລັດຖະສະພາ ໄດ້ລົງມະຕິເປັນເອກະສັນ ອັງເຊີນ ພະເຈົ້າພູມິພົນອະດຸນຍະເດດ ຜູ້ເປັນນ້ອງຊາຍ ຂຶ້ນຄອງຣາຊະສົມບັດ ເປັນພະມະຫາກະສັດ ແຫ່ງ ຣາຊະອານາຈັກໄທ ຣາຊະການທີ 9 ຈົນເຖິງປັດຈຸບັນ.

ພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມິພົນອະດຸນຍະເດດ ຊົງອະພິເສກສົມຣົດກັບ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ, ມີພະຣາຊບຸດຮ່ວມກັນ 4 ພະອົງຄື: ທູນກະໝ່ອມຍິງ ອຸບົນຣັດຣາຊະກັນຍາ ສິຣິວັດທະນາພັນນະວະດີ, ສົມເດັດພະບໍຣົມໂອຣະສາທິຣາດ ເຈົ້າຟ້າມະຫາວະຊິຣາລົງກອນ ສະຫຍາມມຸງກຸດຣາຊະກຸມານ, ສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແລະ ສົມເດັດພະເຈົ້າລູກເທີ ເຈົ້າຟ້າຈຸລາພອນວະໄລລັກ ອັກຄະຣາຊະກຸມາຣີ.

ພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມິພົນອະດຸນຍະເດດ ຊົງເປັນພະມະຫາກະສັດ ທີ່ຄອງຣາຊະສົມບັດ ຍາວນານທີ່ສຸດໃນໂລກ ແລະ ຍາວນານທີ່ສຸດໃນປະເທດໄທ ລວມ 70 ປີ, ອີງຕາມລັດຖະທຳມະນູນ ແຫ່ງ ຣາຊະອານາຈັກໄທ ພະມະຫາກະສັດ ຊົງຢູ່ໃນຖານະເປັນປະມຸກຂອງລັດ, ເປັນທີ່ສັກກາລະ ແລະ ຜູ້ໃດຈະລ່ວງລະເມີດບໍ່ໄດ້ ໂດຍໄດ້ມີກົດໝາຍອາຍາ ຫ້າມບໍ່ໃຫ້ໝິ່ນປະໝາດພະມະຫາກະສັດ ແລະ ພະຣາຊະວົງທຸກພະອົງ.

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...

ຕົກກາງທະເລ! ເຮລິຄອບເຕີແພດຍີ່ປຸ່ນຕົກທະເລ ຂະນະຂົນສົ່ງຜູ້ປ່ວຍໄປໂຮງໝໍ

ເຮລິຄອບເຕີແພດຂອງຍີ່ປຸ່ນເກີດເຫດຕົກກາງທະເລ ຂະນະກຳລັງຂົນສົ່ງຜູ້ປ່ວຍໄປໂຮງໝໍ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ ເຫດເຮລິຄອບເຕີແພດຍີ່ປຸ່ນລຳໜຶ່ງຕົກກາງທະເລ ຂະນະກຳລັງຮັບ-ສົ່ງຜູ້ປ່ວຍ 1 ຄົນໄປໂຮງໝໍ ໂດຍເດີນທາງຈາກສະໜາມບິນສຶຊິມະ ໃນຈັງຫວັດນາງາຊາກິ ໄປໂຮງໝໍໃນເມືອງຟຸຄຸໂອກະ ເມື່ອວັນທີ 6...