spot_img
Homeຂ່າວຕ່າງປະເທດອຸທາຫອນ! ໜຸ່ມເຄາະຮ້າຍຖືກໄຟຊ໊ອດເສຍຊີວິດເພາະຟັງເພງຂະນະສາກມືຖື

ອຸທາຫອນ! ໜຸ່ມເຄາະຮ້າຍຖືກໄຟຊ໊ອດເສຍຊີວິດເພາະຟັງເພງຂະນະສາກມືຖື

Published on

ອີງຕາມການລາຍງານຂ່າວຂອງສຳນັກຂ່າວຕ່າງປະເທດເມື່ອວັນທີ 13 ຕຸລາ 2016 ນີ້ວ່າ ມີຊາຍຄົນອິນເດຍຖືກໄຟຊ໊ອດເສຍຊີວິດ ໃນຂະນະທີ່ກຳລັງຟັງເພງຈາກໂທລະສັບມືຖື ທີ່ສາກຢູ່ ຕຳຫຼວດຄາດວ່າໄຟຟ້າລັດວົງຈອນ  ແຕ່ບໍ່ໄດ້ເປີດເຜີຍວ່າສາຍສາກບໍ່ໄດ້ມາດຕະຖານ

ຈາກອຸປະຕິເຫດຄັ້ງນີ້ ແມ່ນທ້າວ ສຸນິນ ຢຸບເນ ອາຍຸ 27 ປີ ໄດ້ສຽບຫູຟັງເພງຈາກໂທລະສັບມືຖືທີ່ກຳລັງສາກ ແຕ່ລາວກໍຕ້ອງລົ້ມລົງກັບພື້ນ ເພາະໄຟຊ໊ອດ ຈາກນັ້ນກໍຖືກນຳສົ່ງໂຮງໝໍ ແຕ່ກໍຊ່ວຍຊີວິດໄວ້ບໍ່ໄດ້

ເຫດການນີ້ເກີດຂຶ້ນເມື່ອເວລາປະມານ 7 ໂມງ ຂອງວັນທີ 8 ຕຸລາ 2016 ຈາກການສອບສວນໃນຄັ້ງນີ້ ຕຳຫຼວດໄດ້ບອກວ່າ ສາເຫດການເສຍຊີວິດຂອງ ທ້າວ ສຸນິນ ມາຈາກໄຟຟ້າລັດວົງຈອນ ລາວຖືກໄຟຊ໊ອດຢ່າງແຮງຈົນຊ໊ອກລົງກັບພື້ນ ແລະເສຍຊີວິດລົງ

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...