spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມແພດ-ໝໍຈາກໂຮງໝໍເສດຖາທິຣາດ ກວດສຸຂະພາບໃຫ້ຜູ້ອາຍຸສູງ ໂດຍບໍ່ເສຍຄ່າ ປະຈໍາປີ 2016

ແພດ-ໝໍຈາກໂຮງໝໍເສດຖາທິຣາດ ກວດສຸຂະພາບໃຫ້ຜູ້ອາຍຸສູງ ໂດຍບໍ່ເສຍຄ່າ ປະຈໍາປີ 2016

Published on

ຄະນະອໍານວຍການ ໂຮງໝໍເສດຖາທິຣາດ ຮ່ວມກັບ ກະຊວງແຮງງານ ແລະ ສະຫວັດີການສັງຄົມ ດ້ວຍການອຸປະຖໍາຈາກ ບໍລິສັດວຽງທອງການຢາ ຜູ້ນໍາເຂົ້າຜະລິດຕະພັນນົມເສີມເພື່ອສຸຂະພາບ ອາເປຕອນ (APPETON) ໃນມູນຄ່າຫຼາຍກວ່າ 60 ລ້ານກີບ ໄດ້ຈັດກິດຈະກໍາກວດສຸຂະພາບໂດຍບໍ່ເສຍຄ່າ ໃຫ້ຜູ້ອາຍຸສູງ ປະຈໍາປີ 2016 ເພື່ອສະເຫຼີມສະຫຼອງວັນສາກົນຜູ້ອາຍຸສູງ ວັນທີ 01 ຕຸລາ ທີ່ໄດ້ໝູນວຽນມາຄົບຮອບອີກວາລະນຶ່ງ.

ກິດຈະກໍາດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 12 ຕຸລາ 2016 ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ຮສຈ. ດຣ. ຄໍາເປ ພົງສະຫວັດ ຜູ້ອໍານວຍການໂຮງໝໍເຊດຖາທິຣາດ ທ່ານ ແສງອາລຸນ ຫຼວງລາດ ຮອງເລຂາຄະນະກໍາມາທິການແຫ່ງຊາດ ເພື່ອຄົນພິການ ແລະ ຜູ້ອາຍຸສູງ ກະຊວງແຮງານ ແລະ ສະຫວັດດີການ-ສັງຄົມ ທ່ານ ນາງ ລໍາພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫລວງວຽງຈັນ ທ່ານ ທອງເພື່ອນ ຂັນຕິວົງ ປະທານບໍລິສັດວຽງທອງການຢາ ມີບັນດາຊ່ຽວຊານ ພະນັກງານແພດໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍພໍ່ແມ່ປະຊາຊົນຜູ້ອາຍຸສູງເຂົ້າຮ່ວມຫຼາຍກວ່າ 1.000 ຄົນ.

ທ່ານອໍານວຍການໂຮງໝໍເສດຖາທິຣາດ ໄດ້ກ່າວວ່າ ການຈັດກິດຈະກໍາກວດສຸຂະພາບຜູ້ອາຍຸສູງໃນຄັ້ງນີ້ ຖືເປັນປີທີ 6 ເພື່ອເປັນການປຸກລະດົມປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນພະນັກງານອາວຸໂສ ພະນັກງານການນໍາອາວຸໂສບໍານານ ທະຫານ ຕໍາຫຼວດ ແລະ ປະຊາຊົນທົ່ວໄປ ໄດ້ເຂົ້າເຖິງການບໍລິການຂອງແພດໝໍຢ່າງທົ່ວເຖິງ ເຊິ່ງຜູ້ເຂົ້າຮ່ວມງານແມ່ນໄດ້ຮັບການກວດສຸຂະພາບໂດຍບໍ່ເສຍຄ່າ ເພື່ອຊອກຫາພະຍາດຕ່າງໆເຊັ່ນ ພະຍາດຄວາມດັນເລືອດສູງ ແລະ ແທກຮອບແອວ ເພື່ອຊອກຫາ-ປະເມີນພະຍາດອ້ວນ ພະຍາດຫອບຫືດ ພະຍາດມະເຮັງ ພະຍາດເບົາຫວານ ພະຍາດຫົວໃຈ-ຫຼອດເລືອດ ພະຍາດກະດູກຜ່ອຍ ການກວດສຸຂະພາບຕາ ແລະ ອື່ນໆ ພ້ອມທັງຮັບຟັງການບັນຍາຍຈາກຊ່ຽວຊານ ວິຊາການກ່ຽວກັບວິທີການປິ່ນປົວ ແລະ ປ້ອງກັນພະຍາດບໍ່ຕິດຕໍ່ ໂດຍສະເພາະແມ່ນພະຍາດເບົາຫວານ ການປ້ອງກັນພະຍາດຫົວໃຈວາຍກະທັນຫັນ ການປ້ອງກັນການເກີດເປັນພະຍາດອໍາມະພາດ ອໍາມະພຶກ ແລະ ຮຽນຮູ້ວິທີປ້ອງກັນ ວິທີຄວບຄຸມບາງພະຍາດທີ່ບໍ່ຕິດຕໍ່ ເຊິ່ງອາດຈະແອບແຝງຢູ່ໃນກຸ່ມຜູ້ອາຍຸສູງ ອີກທັງໄດ້ຮັບຟັງການແນະນໍາຈາກທີມງານແພດ ພະຍາບານທີ່ມີປະສົບການ ຈາກໂຮງໝໍເສດຖາທິຣາດ ໃນການເລືອກຮັບປະທານອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ແລະ ການອອກກໍາລັງກາຍທີ່ປອດໄພ ເຊິ່ງຕະຫຼອດໄລຍະຂອງການຈັດກິດຈະກໍາດັ່ງກ່າວ ຜູ້ເຂົ້າຮ່ວມງານຍັງໄດ້ຮັບອາຫານວ່າງ ແລະ ເຄື່ອງດື່ມເພື່ອສູຂະພາບ ໂດຍບໍ່ເສຍຄ່າ ແລະ ຍັງໄດ້ແຂ່ງຂັນຖາມ-ຕອບວິທະຍາສາດກ່ຽວກັບການຮັກສາສຸຂະພາບ ແລະ ການປ້ອງກັນພະຍາດຕາມລະດູການ ທີ່ອາດຈະເກີດຂຶ້ນ ເພື່ອຮັບລາງວັນຈາກທາງຄະນະກໍາມະການຈັດງານອີກດ້ວຍ.

 

ແຫລ່ງຂ່າວ:

ວຈທດ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...