spot_img
Homeຂ່າວຕ່າງປະເທດພໍ່ຄົນຈີນ ໃຊ້ຮ່າງປົກປ້ອງລູກນ້ອຍຈາກຕຶກຖະຫຼົ່ມ

ພໍ່ຄົນຈີນ ໃຊ້ຮ່າງປົກປ້ອງລູກນ້ອຍຈາກຕຶກຖະຫຼົ່ມ

Published on

ອີງຕາມສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 10 ຕຸລາຜ່ານມາວ່າ ເກີດເຫດຕຶກົຖະຫຼົ່ມ ໃນເຂດຊານເມືອງເວິນໂຈວ ມົນທົນເຈີ້ຈຽງ ປະເທດຈີນ ມີເຫດຜູ້ທີ່ເສຍຊີວິດຈາກເຫດການໃນຄັ້ງນີ້ 22 ຄົນ, ມີຄົນທີ່ລອດຊີວິດພຽງແຕ່ 6 ຄົນ

wenzhou_collapse5

ເດັກນ້ອຍຍິງ ອາຍຸ 3 ປີ ຄືໜຶ່ງໃນຜູ້ທີ່ລອດຊີວິດ ຫຼັງຈາກທີ່ຕິດຢູ່ພາຍໃນຊາກທີ່ຖະຫຼົ່ມລົງດົນຮອດ 14 ຊົ່ວໂມງ, ເຈົ້າໜ້າທີ່ກູ້ໄພເລົ່າວ່າ ເດັກນ້ອຍລອດຊີວິດມາໄດ້ຍ້ອນພໍ່ຂອງລາວໃຊ້ຮ່າງກາຍຕົນເອງປ້ອງກັນລາວຈາກອັນຕະລາຍ ແຕ່ທີ່ເສົ້າໃຈເພາະພໍ່ ແລະແມ່ຂອງລາວໄດ້ເສຍຊີວິດລົງຍ້ອນເຫດການຄັ້ງນີ້%e0%ba%9e%e0%bb%8d%e0%bb%88%e0%ba%84%e0%ba%bb%e0%ba%99%e0%ba%99

ອາຄານດັ່ງກ່າວມີຄວາມສູງ 4 ຊັ້ນຖືກສ້້າງຂຶ້ນໃນປີ 1970 ເຊິ່ງສາເຫດທີ່ແທ້ຈິງຂອງການຖະຫຼົ່ມແມ່ນຍັງຢູ່ການກວດສອບ ແຕ່ຄິດວ່າມາຈາກອາຄານຫຼັງນີ້ເກົ່າ ແລະເສື່ອມສະພາບ, ອາຄານທີ່ມີຄວາມເກົ່າແກ່ ແລະຕັ້ງຢູ່ບໍລິເວນນັ້ນ ຈະຖືກຮື້ມ້າງອອກເພື່ອຫຼີກລຽງການເກີດເຫດການແບບນີ້ອີກ

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...