spot_img
Homeຂ່າວພາຍ​ໃນຜົນການແຂ່ງຂັນບານເຕະ ນັດ ທີມຊາດລາວ ພົບ ທີມຊາດມາລດິບ ຮອບຄັດເລືອກ ບານເຕະ ຊີງແຊ້ມອາຊີ 2019

ຜົນການແຂ່ງຂັນບານເຕະ ນັດ ທີມຊາດລາວ ພົບ ທີມຊາດມາລດິບ ຮອບຄັດເລືອກ ບານເຕະ ຊີງແຊ້ມອາຊີ 2019

Published on

ການແຂ່ງຂັນ ທີ່ສະໜາມກິລາ ແຫ່ງຊາດ ດຳເນີນໄປຢ່າງສູສີ ແລະ ເປັນທາງ ທີມຊາດລາວ ທີ່ເປີດເກມບຸກໃສ່ ທີມຊາດມາລດິບ ແລະ ມີໂອກາດຍິງຫຼາຍຄັ້ງ ແຕ່ກໍ່ບໍ່ເປັນປະຕູ ຈົບ 45 ນາທີທຳອິດ ເຮັດຫຍັງກັນບໍ່ໄດ້ ສະເໝີກັນ 0 ປະຕູຕໍ່ 0. ເລີ່ມເກມໃນເຄິ່ງເວລາຫຼັງ ທີມຊາດລາວກໍ່ໄດ້ໃຊ້ຄວາມພະຍາຍາມ ຢ່າງໜັກ ແລະ ມາໄດ້ປະຕູຂຶ້ນນຳຊ່ວງທ້າຍເກມ ໃນນາທີທີ 80 ຈາກໝາຍເລກ 9 ຄອນສະຫວັນ ສີຫາວົງ ແລະ ເບິ່ງແລ້ວໜ້າຈະເປັນ ປະຕູໄຊຂອງ ທີມຊາດລາວ ແຕ່ໃນຊ່ວງທົດເວລາບາດເຈັບ ທີມຊາດລາວ ມາເສຍປະຕູ ຢ່າງໜ້າເສຍດາຍ ໃນນາທີ 90+1 ແລະ ໝົດເວລາ ທີມຊາດລາວ ສະເໝີກັບ ທີມຊາດມາລດິບ 1 ປະຕູຕໍ່ 1 ລວມຜົນການແຂ່ງຂັນ 2 ນັດ ທີມຊາດລາວ 1 – 5 ທີມຊາດມາລດິບ ສົ່ງຜົນເຮັດໃຫ້ ທີມຊາດລາວ ບໍ່ສາມດຜ່ານເຂົ້າໄປແຂ່ງຂັນ ບານເຕະ ຊີງແຊ້ມອາຊີ 2019 ຮອບສຸດທ້າຍ ທີ່ປະເທດ ສະຫະລັດ ອາຣັບອີມີເຣດ.

 

ຂ່າວຈາກ: 
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...