spot_img
Homeຂ່າວພາຍ​ໃນແມ່ມານຂໍຮ້ອງ ໃຫ້ລັດເລັ່ງແປງທາງໄປໂຮງໝໍ

ແມ່ມານຂໍຮ້ອງ ໃຫ້ລັດເລັ່ງແປງທາງໄປໂຮງໝໍ

Published on

ເຊົ້າມື້ນີ້, ວັນທີ 11 ຕຸລາ 2016 ສຳນັກຂ່າວລາວໂພສໄດ້ຮັບໂທລະສັບສາຍໜຶ່ງ ໂດຍຮຽກຮ້ອງໃຫ້ສົ່ງນັກຂ່າວໄປເບິ່ງເສັ້ນທາງໄປໂຮງໝໍແມ່ແລະເດັກເກີດໃໝ່ສູນກາງ ທີ່ຕັ້ງຢູ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍບອກວ່າສະພາບເສັ້ນທາງເປ່ເພໜັກໜ່ວງ.

dscf6307

ພາຍຫຼັງທີ່ນັກຂ່າວພວກເຮົາລົງໄປເບິ່ງຕົວຈິງ ຈຶ່ງພົບວ່າເສັ້ນທາງລັດແຕ່ບ້ານຫ້ວຍຫົງ ຫາໂຮງໝໍແມ່ແລະເດັກເກີດໃໝ່ສູນກາງ ຄວາມຍາວເສັ້ນທາງປະທານ 3 ກິໂລແມັດ ມີສະພາບເປັນບວກເປັນຂຸມຢ່າງຮ້າຍແຮງ. ໂດຍອີງຕາມການສອບຖາມປະຊາຊົນໃນເຂດໃກ້ຄຽງບອກວ່າ ເສັ້ນທາງດັ່ງກ່າວເປັນເສັ້ນທາງທີ່ຖືກສ້າງເປັນທາງດິນແດງມາໄດ້ຫຼາຍປີ ແລະໃນໄລຍະ 2-3 ປີທີ່ຜ່ານມາ ໄດ້ມີບໍລິສັດມາລົງມືກໍ່ສ້າງ ໂດຍໄດ້ຂົນດິນມາຖົມຂຶ້ນຕື່ມແລະວາງຈຸດຕັ້ງເສົາໄຟຟ້າໄວ້ແລ້ວ ແຕ່ເສັ້ນທາງບໍ່ທັນສຳເລັດແລ້ວກໍປະປ່ອຍມາເປັນເວລາປະມານ 2 ປີແລ້ວ ເມື່ອກ່ອນຄົນບໍ່ຄ່ອຍມັກທຽວປານໃດ ແຕ່ເມື່ອເສັ້ນທາງຢາງໃຫຍ່ຈາກດົງໂດກ ຫາໜອງບຶກມີຄວາມເປ່ເພ ປະຊາຊົນຈຶ່ງມັກລັດມາທາງນີ້ເພາະເຫັນວ່າໃກ້ກວ່າ.

ໃນຂະນະທີ່ປະຊາຊົນທ່ານດັ່ງກ່າວນັ້ນເວົ້າຕື່ມວ່າ: ໂຕເອງໄດ້ຍິນຂ່າວວ່າເສັ້ນທາງໃຫຍ່ຈາກດົງໂດກຫາໜອງບຶກຈະມີການລົງມືກໍ່ສ້າງໃນໄວໆ ນີ້ ກໍເປັນຫ່ວງໃນການສັນຈອນໄປ-ມາຂອງປະຊາຊົນຢູ່ ໂດຍສະເພາະແມ່ນແມ່ມານແລະເດັກນ້ອຍທີ່ຕ້ອງທຽວໄປຝາກທ້ອງແລະປິ່ນປົວພະຍາດຢູ່ໂຮງໝໍແມ່ແລະເດັກເກີດໃໝ່ສູນກາງ.

dscf6299

ສ່ວນປະຊາຊົນຜູ້ທີ່ໂທຫານັກຂ່າວຄົນດັ່ງກ່າວຂ້າງເທິງ ກ່າວວ່າ ຕົນເອງກຳລັງຖືພາທ້ອງໃຫຍ່ ຮູ້ສຶກລຳບາກກັບການທຽວໄປໂຮງໝໍຕາມການນັດຂອງແພດ ຈະໄປທາງຕານມີໄຊ-ໜອງພະຍາ ເສັ້ນທາງກໍເພແລະກຳລັງຈະໄດ້ຮັບການກໍ່ສ້າງ ຈະລັດໄປແຕ່ຫ້ວຍຫົງກໍທາງເປັນບວກເປັນຂຸມຢ່າງຮ້າຍແຮງ. ໃນນາມທີ່ເປັນແມ່ມານຜູ້ໜຶ່ງ ຕາງໜ້າໃຫ້ແມ່ມານແລະເດັກນ້ອຍນັບຮ້ອຍນັບພັນຄົນ ທີ່ຕ້ອງທຽວໄປໂຮງໝໍດັ່ງກ່າວ ຂໍຮຽກຮ້ອງໃຫ້ຂັ້ນເທິງທີ່ກ່ຽວຂ້ອງຊ່ວຍເລັ່ງສ້ອມແປງເສັ້ນທາງລັດດັ່ງກ່າວນີ້ໂດຍໄວ ກ່ອນທີ່ເສັ້ນທາງໃຫຍ່ໜອງພະຍາຈະມີການກໍ່ສ້າງ ເພາະຖ້າທາງເສັ້ນນີ້(ຫ້ວຍຫົງ-ໜອງພະຍາ)ເປ່ເພໜັກ ເສັ້ນທາງເບື້ອງນັ້ນ (ດົງໂດກ-ໜອງບຶກ) ພັດກຳລັງມີການກໍ່ສ້າງ ແມ່ນອາດຈະບໍ່ສາມາດໄປເກີດລູກຢູ່ໂຮງໝໍດັ່ງກ່າວໄດ້ ທັ້ງໆ ທີ່ຕົນເອງຝາກທ້ອງຢູ່ໂຮງໝໍດັ່ງກ່າວ.

dscf6292 dscf6304

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...