spot_img
Homeນານາສາລະເຕັກນິກການຂັບຂີ່ລົດໃຫ້ປອດໄພໃນເວລາເດີນທາງຄົນດຽວ

ເຕັກນິກການຂັບຂີ່ລົດໃຫ້ປອດໄພໃນເວລາເດີນທາງຄົນດຽວ

Published on

ເຖິງແມ່ນການຂັບຂີ່ລົດໃນ ເມືອງໃຫຍ່ທີ່ມີການຈາລະຈອນໜາແໜ້ນຈະໃຊ້ຄວາມໄວບໍ່ຄ່ອງແຄ້ວ ແລະ ມີຄວາມສ່ຽງຕໍ່ການເກີດອຸບັດເຫດຮ້າຍແຮງຫນ້ອຍກວ່າການຂັບຂີ່ທາງໄກ ແຕ່ກໍ່ອາດມີຄວາມສ່ຽງຮູບແບບອື່ນໆ ໂດຍສະເພາະສາວໆທີ່ຕ້ອງຂັບລົດຄົນດຽວ.

– ບໍ່ຄວນຈອດລົດໃນທີ່ປ່ຽວ ແລະມືດ: ຫາກຕ້ອງຈອດລົດໄວ້ດົນຈົນຮອດເດິກ ຄວນຫາບ່ອນຈອດລົດໄວ້ບ່ອນທີ່ມີໄຟສ່ອງສະຫວ່າງ ແລະໃກ້ກັບປະຕູທາງເຂົ້າ-ອອກ ເພື່ອປ້ອງກັນ ການຖືກໂຈລະກຳທາງຊັບສິນພາຍໃນລົດ ຫຼື ຖືກໂຈລະກຳທັງລົດຕະຫຼອດຈົນຫຼີກລ່ຽງບໍ່ໃຫ້ເກີດການທຳຮ້າຍຮ່າງກາຍ

– ບໍ່ຄວນເກັບຊັບສິນມີຄ່າໄວ້ໃນລົດ ແລະ ຄວນລັອກປະຕູລົດທັນທີເມື່ອເຂົ້າໄປນັ່ງໃນລົດແລ້ວ.

– ວາງແຜນເສັ້ນທາງກ່ອນຕິດຈັກລົດ: ຄວນວາງແຜນເສັ້ນທາງກ່ອນອອກເດີນທາງທຸກຄັ້ງ ເພື່ອຊ່ວຍໃຫ້ເຖິງຈຸດໝາຍໄດ້ຢ່າງວ່ອງໄວວາ ແລະ ປອດໄພ ພ້ອມປະຢັດນໍ້າມັນອີກດ້ວຍ.

– ຂັບລົດແບບປະຢັດນໍ້າມັນ: ບໍ່ຄວນຕິດຈັກລົດຍົນປະໄວ້ເປັນເວລາດົນ ໝັ່ນເບິ່ງແຍງຮັກສາສະພາບເຄື່ອງຈັກ, ບໍ່ຄວນຢຽບຄັນເລັ່ງຕະຫຼອດ ແລະ ບໍ່ອອກຕົວແຮງໂດຍບໍ່ຈຳເປັນໃນເວລາທີ່ຂັບຂີ່ຕາມທ້ອງຖະໜົນ.

– ມີສະຕິໃນການຂັບລົດ: ມີສະຕິທຸກຄັ້ງໃນການຂັບລົດ ບໍ່ຄວນໃຊ້ໂທລະສັບມືຖືໃນເວລາຂັບລົດ, ແຕ່ງໜ້າ, ກິນອາຫານ ລວມທັງກິດຈະກຳອື່ນໆໃນເວລາຂັບຂີ່ລົດ.

– ສຶກສາການເຮັດວຽກຂອງເຄື່ອງຈັກ: ສາວໆທີ່ຕ້ອງຂັບຂີ່ລົດຄົນດຽວເປັນປະຈຳຄວນສືກສາກົນໄກການທຳງານເບື້ອງຕົ້ນຂອງເຄື່ອງຈັກໄວ້ເຊັ່ນ: ກວດເຊັກ ຫຼື ເຕີມນໍ້າສີດແວ່ນ, ກວດສອບນໍ້າມັນເຄື່ອງ, ລົມ ຢາງ ຫຼື ເຊັກສະພາບໄລຍະເວລາທີ່ກຳນົດ.

– ໂທລະສັບມືຖືພ້ອມໃຊ້ງານໃນຕະຫຼອດເວລາ: ແມ່ນຢູ່ທີ່ວ່າຂັບຂີ່ລົດບໍ່ຄວນໃຊ້ໂທລະສັບໃນເວລາຂັບຂີ່ລົດ ແຕ່ໂທລະສັບມືຖື ແລະ ແບັດເຕີຣີຄວນພ້ອມໃຊ້ງານຕະຫຼອດເວລາເມື່ອເກີດເຫດສຸກເສິນ ຂະນະດຽວກັນຄວນມີ ເບີໂທລະສັບທີ່ສຳຄັນເຊັ່ນ: ບໍລິສັດປະກັນໄພ, ເບີສະຖານນີຕຳຫຼວດ, ກູ້ໄພ ແລະ ເບີສຸກເສີນຕ່າງໆໄວ້ໃນໂທລະສັບອີກດ້ວຍ.

 

ຂໍ້ມູນຈາກ: http://www.news.com.la/detail/20994
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...