Homeຂ່າວຕ່າງປະເທດດູໄບຈະເລີ່ມກໍ່ສ້າງຕຶກສູງທີ່ສຸດໃນໂລກອີກແຫ່ງໃໝ່

ດູໄບຈະເລີ່ມກໍ່ສ້າງຕຶກສູງທີ່ສຸດໃນໂລກອີກແຫ່ງໃໝ່

Published on

ສຳນັກຂ່າວເອເອຟພີ ແລະ ຣອຍເຕີລາຍງານຈາກເມືອງດູໄບ ປະເທດສະຫະລັດອາຫຼັບອາມິເຣດ ເມື່ອວັນທີ 10 ຕຸລາທີ່ຜ່ານມານີ້ວ່າ ເຈົ້າຄອງນະຄອນລັດດູໄບ ຮອງປະທານາທິບໍດີ ແລະ ນາຍົກລັດຖະມົນຕີຂອງຢູເອອີ ໄດເປັນປະທານພິທີວາງສິລາ ເລີ່ມກໍ່ສ້າງອາຄານ “ເດິ ທາວເວີ” ແຄມອ່າວດູໄບ ຄຣິກ

ເດິ ທາວເວີ ເປັນໂຄງການຮ່ວມທຶນລະຫວ່າງ ບໍລິສັດ ເອມາຣ໌ ພັຣອບເພີຕີ ກັບ ບໍລິສັດດູໄບ ໂຣລດິ້ງ ເຊິ່ງອາຄານ ເດິ ທາວເວີ ຈະມີຄວາມສູງທີ່ສຸດໃນໂລກ ແລະ ຄາດວ່າຈະກໍ່ສ້າງສຳເລັດໃນປີ 2020 ເພື່ອກຽມໃສ່ງານເທສະການສິນຄ້າລະດັບໂລກ ເອັກຊ໌ໂປ ທີ່ດູໄບເປັນເຈົ້າພາບ

ອາຄານເດິ ທາວເວີ ຈະສາມາດຊົມທິວທັດເມືອງດູໄບໄດ້ 360 ອົງສາ ມີຄວາມສູງກວ່າອາຄານ ເບິຣ ຄາລິຟາ ເຊິ່ງມີຄວາມສູງປະມານ 829.8 ແມັດ ໂດຍໃຊ້ງົບປະມານໃນການກໍ່ສ້າງປະມານ 1,000 ລ້ານໂດລາ

%e0%b8%94%e0%b8%b9%e0%b9%84%e0%b8%9a-1 %e0%b8%94%e0%b8%b9%e0%b9%84%e0%b8%9a-3

 

ຂ່າວຈາກ: http://www.dailynews.co.th/foreign/529412
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 40,570 ໂດລາສະຫະລັດ ໃນ “ໂຄງການກໍ່ສ້າງລະບົບນໍ້າລິນບ້ານນາປັນແຂວງຊຽງຂວາງ” ພາຍໃຕ້​ໂຄງ​ການ​ຊ່ວຍເຫຼືອລ້າ​ຂັ້ນ​ຮາກ​ຖານ (GGP).

ພິທີເຊັນສັນຍາໃນຄັ້ງນີ້ແມ່ນການສະໜັບສະໜູນທຶນຮອນ ເພື່ອກໍ່ສ້າງລະບົບນໍ້າລິນທີ່ບ້ານນາປັນແຂວງຊຽງຂວາງ ໂດຍມີເປົ້າໝາຍເພື່ອປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສາມາດເຂົ້າເຖິງແຫຼ່ງນໍ້າທີ່ສະອາດ ແລະ ຖືກສຸຂະອະນາໄມ. ໃນພິທີເຊັນສັນຍາ ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​...

ການເອົາຈວຍມາຕັ້ງຈອງບ່ອນຈອດລົດແຄມທາງ ຜິດກົດໝາຍຈະລາຈອນ ຖືກປັບໄໝ ແລະ ປິດກິດຈະການ.

ຕາມກົດໝາຍຂອງ ສປປ ລາວ, ການກະທຳທຸກຮູບແບບທີ່ເປັນການ ຢຶດຄອງ, ນຳໃຊ້ ຫຼື ວາງສິ່ງກີດຂວາງ ຢູ່ເທິງທາງຫຼວງ ແລະ ເຂດສະຫງວນທາງຫຼວງ (ລວມທັງໜ້າທາງ, ທາງຍ່າງ, ແລະ...

ອັດຕະປື ພົບຜູ້ປະລະການຮຽນ 5,000 ກວ່າຄົນ ພ້ອມເລັ່ງຊຸກຍູ້ສູ່ຕະຫຼາດແຮງງານ

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫລຸບວຽກງານຈຸດບໍລິການຈັດຫາງານພາຍໃນ ແລະ ແກ້ໄຂບັນຫາຂາດແຮງງານຂອງແຂວງອັດຕະປື 6 ເດືອນຕົ້ນປີ 2026 ແລະ ແຜນສືບແກ້ໄຂບັນຫາການຂາດແຄນແຮງງານ ແລະ...