spot_img
Homeມູມໄອທີລາວໂທລະສັບສາກແບັດບໍ່ເຂົ້າເຕັມຊ້າຍ້ອນຫຍັງ? ພ້ອມເບິ່ງວິທີແກ້ບັນຫາ

ໂທລະສັບສາກແບັດບໍ່ເຂົ້າເຕັມຊ້າຍ້ອນຫຍັງ? ພ້ອມເບິ່ງວິທີແກ້ບັນຫາ

Published on

ບັນຫາໂທລະສັບສາກ ແບັດບໍ່ເຂົ້າ ຫຼື ແບັດເຕີຣີເຕັມຊ້ານັ້ນຊຶ່ງ ເປັນບັນຫາຍອດຮິດຂອງຜູ້ໃຊ້ງານສະມາດໂຟນ

ຊຶ່ງປະຈຸບັນເກີດມາຈາກຫຼາຍສາເຫດທີ່ແຕກຕ່າງກັນອອກໄປແຕ່ສ່ວນຫຼາຍພົບວ່າມັນຈະເກີດຈາກເສື່ອມສະພາບ ຫຼື ເກີດຈາກຄວາມເສຍຫາຍຂອງອຸປະກອນຊຶ່ງເວົ້າໄດ້ງ່າຍໆວ່າເມື່ອອຸປະກອນຕົວໃດຕົວໜຶ່ງເສື່ອມສະພາບການກະຈາຍກະແສໄຟຟ້າໄປຍັງໂທລະສັບທີ່ຈະສາກນັ້ນຈິງໄດ້ກະແສໄຟຟ້າທີ່ບໍ່ເຕັມ ຫຼື ບໍ່ໄດ້ກະແສໄຟຟ້າເລີຍ ຊຶ່ງມື້ນີ້ເຮົານຳສາເຫດຕ່າງໆທີ່ມັກພົບຕະຫຼອດມາໃຫ້ໄດ້ເບິ່ງກັນ.

  • ເຫດຜົນທີ່ສາກໂທລະສັບບໍ່ເຂົ້າ ຫຼື ສາກແບັດເຕັມຊ້າ.
  1. ສາຍສາກເປ່ເພ ຫຼື ມີບັນຫາ

ເອີ້ນໄດ້ວ່າເປັນເລື່ອງຍອດຮິດເລີຍກໍວ່າໄດ້ ຊຶ່ງເຮົາມີວິທີກວດກາໄດ້ງ່າຍໆ ວ່າສາຍສາກມີບັນຫາບໍ່ໂດຍການລອງນຳໂທລະສັບໜ່ວຍອື່ນໆ ທີ່ສາມາດສຽບກັນໄດ້ກັບສາຍສາກຂອງເຮົາຫາກວ່າບໍ່ເຂົ້າເໝືອນກັນກໍ່ສະແດງວ່າສາຍສາກເພ 100% ກຽມຊື້ໃໝ່ໄດ້ເລີຍ.

  1. ແດປເຕີເພ

ປະຈຸບັນສະມາດໂຟນຫຼາຍຮຸ່ນນັ້ນໄດ້ຜະລິດສາຍສາກອອກມາລັກສະນະຂອງຫົວສາກແດປເຕີແລະສາຍ USB ຊຶ່ງສາມາດຖອດ ຫຼື ປະກອບໄດ້ ຊຶ່ງກໍມີຄວາມເປັນໄປໄດ້ທີ່ອຸປະກອນຕົວໃດຕົວໜຶ່ງອາດເສຍນັ້ນເອງຊຶ່ງທົດສອບເຮົານຳເອົາສາຍ USB ໄປລອງຕໍ່ກັບຄອມພີວເຕີເພື່ອ ສາກເບິ່ງຖ້າຍັງສາມາດສາກໄດ້ກໍສະແດງວ່າແດປເຕີຂອງເຮົານັ້ນເອງ ທີ່ເພ.

  1. ແບັດເຕີຣີເສື່ອມສະພາບ

ຂໍ້ນີ້ອາດຈະພົບໃນກຸ່ມສະມາດໂຟນທີ່ຂ້ອນຂ້າງຈະມີອາຍຸການໃຊ້ງານດົນພໍສົມຄວນ ຊຶ່ງບາງກຸ່ມສາມາດຊື້ມາປ່ຽນໄດ້ງ່າຍໆແຕ່ຖ້າ ສຳລັບທີ່ໃຊ້ມືຖືທີ່ຖອດປ່ຽນແບັດດ້ວຍຕົນເອງກໍບໍ່ຕ້ອງສົ່ງເຂົ້າສູນ ຫຼື ຮ້ານ ຄ້າທີ່ປ່ຽນແບັດໂດຍສະເພາະ.

  1. ຊ່ອງສຽບ USB ເພ.

ບັນຫານີ້ຄາດເກີນຄວາມສາມາດຂອງຜູ້ໃຊ້ທີ່ຈະແກ້ໄຂໄດ້ເອງ ຊຶ່ງຊ່ອງສຽບ USB ຈະເພໄດ້ຕ້ອງເກີດຈາກການກະທົບກະເທືອນເຊັ່ນ ເຮັດຕົກ ຫຼື ຕົກນ້ຳມາຖ້າຫາກມືຖືຢູ່ໃນໄລຍະປະກັນກໍສາມາດສົ່ງໄປແປງໄດ້ແຕ່ຖ້າຫາກໝົດປະກັນແລ້ວຕ້ອງເສຍເງິນແປງແນ່ນອນ.

  1. ປັກໄຟໃຫ້ກຳລັງໄຟບໍ່ພໍ

ກວດສອບວ່າແຫຼ່ງກະຈາຍໄຟມີກຳລັງພຽງພໍຫຼື ບໍ່ຊຶ່ງບາງຄັ້ງປັກໄຟຕົນນັ້ນອາດເກີດການ ບົກຜ່ອງ ຫຼືເພື່ອນໆສາກກັບສາຍ USB ທີ່ຕໍ່ຈາກຄອມພີວເຕີແນ່ນອນວ່າແບັດຈະເຕັມຊ້າກວ່າສາກແບບປັກໄຟແນ່ນອນ.

  1. ສາກໄປຫຼິ້ນໄປ

ອັນນີ້ເຮັດໃຫ້ແບັດເຕີຣີເຕັມຊ້າແນ່ນອນເພາະໂທລະສັບມີການທຳງານຕະຫຼອດຊຶ່ງບໍ່ແນະນຳໃຫ້ເຮັດເລີຍຊຶ່ງນອກຈາກອຸປະກອນເສື່ອມໄວ ແລ້ວຍັງຈະເກີດການບໍ່ຄາດຝັນທີ່ເປັນອັນຕະລາຍຕໍ່ຜູ້ໃຊ້ແນ່ນອນ ແບັດເຕີຣີຮ້ອນຈະລະເບີດໄດ້ອີກ.

  1. ມີແອບພີເຄເຊິນທຳງານຢູ່ຕະຫຼອດເວລາ

ແອບພີເຄເຊິນເຫຼົ່ານັ້ນທີ່ເປັນຕົວດູດແບັດເຕີຣີເຮົາເລື່ອຍໆທຳໃຫ້ສາກແບັດໄດ້ເຕັມຊ້ານັ້ນເອງຊຶ່ງຖ້າຫາກບໍ່ຄ່ອຍໃຊ້ງານອາດຈະປົດໄປກ່ອນ ຫຼື ຖອດການຕິດຕັ້ງໄດ້ເລີຍ.

ຂຽນໂດຍ: ດາວເມືອງພວນ ຈາກ ໜງາືພິມ ເສສດຖະກິດ-ສັງຄົມ

 

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...