spot_img
Homeນານາສາລະ9 ວິທີເຮັດດີໄດ້ບຸນແບບບໍ່ຕ້ອງເສຍເງິນ

9 ວິທີເຮັດດີໄດ້ບຸນແບບບໍ່ຕ້ອງເສຍເງິນ

Published on

ຊາວພຸດສ່ວນຫຼາຍຍຶດຖືການເຮັດບຸນສິນກິນທານ ແລະ ການເຮັດດີ ສືບຕໍ່ກັນມາເປັນເວລາດົນນານຕັ້ງແຕ່ສະໃໝປູ່ຍ່າຕາຍາຍ ແລະ ມີຄວາມເຊື່ອທີ່ວ່າ ການເຮັດບຸນສິນກິນທານນັ້ນ ຈະໄດ້ຜົນບຸນຕາມມານັ້ນເອງ ການເຮັດບຸນແມ່ນມີຫຼາຍວິທີໃຫ້ເລືອກເຮັດບໍ່ວ່າຈະເປັນການທານວັດຖຸສິ່ງຂອງ, ການທານນ້ຳໃຈ ແລະ ອື່ນໆ

ໃນຄໍລຳ ສາລະໜ້າຮູ້ ມື້ນີ້ ແອັດມິນມີ 9 ວິທີເຮັດດີໄດ້ບຸນແບບບໍ່ຕ້ອງເສຍເງິນ ມາຝາກ ຖ້າຢາກຮູ້ວ່າເຮັດແບບໃດນັ້ນ ເຮົາມາອ່ານນຳກັນເລີຍ

  1. ຕື່ນເຊົ້າຂຶ້ນມາກໍ່ຄິດແຕ່ສິ່ງດີໆທັນທີທີ່ຕື່ນນອນ
  2. ຍິ້ມແຍ້ມແຈ່ມໃສໃນແຕ່ລະວັນ
  3. ທັກທາຍຄົນທີ່ຢູ່ອ້ອມຂ້າງດ້ວຍວາຈາສຸພາບ
  4. ຮູ້ຈັກແບ່ງປັນນ້ຳໃຈໃຫ້ກັບຜູ້ອື່ນ
  5. ຮູ້ຈັກໃຫ້ກຳລັງ ແລະ ຊ່ວຍເຫຼືອຄົນອື່ນ
  6. ໃຫ້ຄຳຊື່ນຊົມຍິນດີກັບຄົນອື່ນດ້ວຍຄວາມຈິງໃຈ
  7. ແນະນຳໃຫ້ຄຳສອນທີ່ມີຄຸນຄ່າແກ່ຜູ້ອື່ນ
  8. ຮູ້ຈັກໃຫ້ອະໄພໃນຄວາມຜິດພາດຂອງຜູ້ອື່ນ
  9. ຝຶກຈິດໃຈໃຫ້ສະຫງົບ ປ່ອຍວາງ ມີສະຕິ

ສັງເກດເວລາທີ່ເຮົາໄປເຮັດບຸນຢູວັດມາແລ້ວເຮົາຮູ້ສຶກມີຄວາມສຸກສະບາຍໃຈ ເຊິ່ງການກະທຳທີ່ກ່າວມາທັງໝົດ 9 ຂໍ້ຂ້າງເທິງນີ້ກໍ່ເຊັ່ນດຽວກັນ ເມື່ອເຮັດແລ້ວເຮົາກໍ່ຈະເກີດຄວາມສຸກ ຄວາມສະບາຍໃຈ ເກີດມິດຫຼາຍກວ່າສັດຕູ ປຽບເໝືອນການສ້າງຄວາມສຸກໃຫ້ກັບຊີວິດ ນັ້ນກໍ່ຖືວ່າເປັນບຸນຂອງເຂົາແລ້ວ ເຖິງຈະບໍ່ສາມາດຈັບຕ້ອງໄດ້ ແຕ່ກໍ່ສາມາດຮູ້ສຶກໄດ້ ຖ້າເຮົາມີຄວາມສຸກກາຍສຸກໃຈ ໃນການກະທຳທີ່ເຮົາເຮັດລົງໄປ ກໍ່ຖືວ່າເຮົາໄດ້ຮັບຜົນບຸນຕອບແທນຈາກການກະທຳທີ່ເຮົາເຮັດແລ້ວ

ທີ່ມາຈາກ: http://www.meemodel.com/column/column156
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...