Homeຂ່າວຕ່າງປະເທດອະລັງການ! ຈີນສ້າງຮູບປັ້ນຜັກກາດຂາວໃຫຍ່ທີ່ສຸດ ທີ່ແຝງດ້ວຍຄວາມໝາຍດີໆ

ອະລັງການ! ຈີນສ້າງຮູບປັ້ນຜັກກາດຂາວໃຫຍ່ທີ່ສຸດ ທີ່ແຝງດ້ວຍຄວາມໝາຍດີໆ

Published on

ອີງຕາມສຳນັກຂ່າວຈີນລາຍງານ ເມື່ອວັນທີ 10 ຕຸລາວ່າ ຢູ່ໃນອຳເພີ ເນ່ຍຮວງ ເມືອງ ອັນຢາງ ມົນທົນ ເຫີໜານ ໄດ້ຈັດເທດສະການງານກະເສດຂຶ້ນ ໂດຍໄດ້ຈັດເຮັດປະຕິມາກຳ ໄຟເບີກຣາດຜັກກາດຂາວ ຫົວໃຫຍ່ຂຶ້ນ ທີ່ມີລັກສກະນະຄືກັບຜັກກາດແທ້ ຕັ້ງໄວ້ກາງງານ ມີຄວາມສູງຮອດ 19 ແມັດ, ເສັ້ນຜ່າສູນກາງ 8 ແມັດ

ສຳລັບຜັກກາດ ຫຼືປ໋າຍຊ່າຍ ໃນພາສາຈີນຂາວນີ້ ມີຄວາມໝາຍວ່າ ຊັບສິນຮ້ອຍຢ່າງ ມີຄວາມເປັນສິລິມຸງຄຸນ ມີລາຍຮັບຮ້ອຍທາງ ແລະມີຄວາມໝາຍດີໆແບບນີ້ແຝງຢູ່ບວກກັບຜັກກາດທີ່ມີຂະໜາດໃຫຍ່ ອະລັງການ ເຮັດໃຫ້ໄດ້ຮັບຄວາມສົນໃຈ ຈາກປະຊາຊົນ ທີ່ເຂົ້າຮ່ວມງານໃນຄັ້ງນີ້ ແລະໄດ້ມີການຖ່າຍຮູບກັບຮູບປັ້ນຜັກກາດຂາວໃຫຍ່ນີ້ ເປັນຈຳນວນຫຼວງຫຼາຍ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...