Homeຂ່າວທ້ອງຖິ່ນພົບເຫັນພຣະພຸດທະຮູບຢູ່ໜ້າຜາ ບ້ານຖ້ຳຄວາຍ ແຂວງຄຳມ່ວນ

ພົບເຫັນພຣະພຸດທະຮູບຢູ່ໜ້າຜາ ບ້ານຖ້ຳຄວາຍ ແຂວງຄຳມ່ວນ

Published on

ຕາມຂ່າວ ໃນວັນທີ 1 ຕຸລາ 2016 ບ້ານກຸ່ມວຽງຫຼວງ ເມືອງຍົມມະລາດ ແຂວງຄຳມ່ວນ
ຊາວໄດ້ພົບເຫັນພຣະພຸດທະຮູບຢູ່ໜ້າຜາ ບ້ານຖ້ຳຄວາຍ ເມືອງຍົມມະລາດ ແຂວງຄຳມ່ວນ
ໃນສະຖານທີ່ດັ່ງກ່າວ ມີພຣະພຸທທະຮູບ ໃຫຍ່ 1 ອົງ ແລະ ພຣະພຸທທະຮູບນ້ອຍ ອີກ 5 ອົງ. ປະຊາຊົນໄດ້ ລາຍງານໃຫ້ທາງ ພາກສ່ວນກ່ຽວຂ້ອງໄດ້ ໄປກວດສອບວ່າ ພຣະພຸທທະຮູບດັ່ງກ່າວ ແມ່ນມີອາຍຸຈັກປີ ແລະ ເຮັດດ້ວຍຫຍັງ.
ປະຈຸບັນ ປະຊາຊົນ ໄດ້ຈັດຕັ້ງ ຄະນະກຳມະການເຝົ້າຮັກສາ ຈົນກວ່າຈະມີການກວດສອບຂໍ້ມູນລະອຽດ.
ຈາກການພົບ ພຣະພຸທທະຮູບຄັ້ງນີ້ ອາດຈະມມີຄວາມໝາຍທີ່ ສໍາຄັນ ຕໍ່ການຄົ້ນຄ້ວາ ທາງດ້ານປະຫວັດສາດ ແລະ ຂໍ້ມູນທີ່ສໍາຄັນ ຄວາມຈະເລີນຮຸ່ງເຮືອງໃນສະໄໝນັ້ນ

2692 8286 2790 731

ພາບແລະຂ່າວ: Arty Sansak
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...