spot_img
Homeຂ່າວຕ່າງປະເທດເຮີລີເຄນ ແມທຣິວ ຖະຫຼົ່ມຊ້ຳເຕີມ ໄພພິບັດ "ເຮຕິ" ມີຄົນຕາຍເປັນຈຳນວນຫຼາຍ

ເຮີລີເຄນ ແມທຣິວ ຖະຫຼົ່ມຊ້ຳເຕີມ ໄພພິບັດ “ເຮຕິ” ມີຄົນຕາຍເປັນຈຳນວນຫຼາຍ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ຄວາມຮຸນແຮງຈາກອິດທີພົນຂອງພາຍຸເຮີລີເຄນແມທຣິວ ທີ່ພັດຖະຫຼົ່ມປະເທດເຮຕິ ບໍລິເວນທະເລແຄຣິບບຽນ ເມື່ອ 2 ມື້ທີ່ຜ່ານມາ ເຊິ່ງເຮັດໃຫ້ເກີດມີນ້ຳຖ້ວມກະທັນຫັນໃນຫຼາຍພື້ນທີ່ ກາຍເປັນໄພພິບັດທີ່ຮຸ່ນແຮງອີກຮອບ ຫຼັງຈາກເຫດແຜ່ນດິນໄຫວຄັ້ງປະຫວັດໃນຮອບ 6 ປີ

ຕາມລາຍງານລະບຸວ່າ ພື້ນທີ່ທາງພາກໃຕ້ຂອງປະເທດເຮຕິເກີດຄວາມເສຍຫາຍເປັນວົງກ້ວາງ ຫຼັງພາຍຸເຮີລີເຄນແມທຣິວພັດຖະຫຼົ່ມຫຼາຍພື້ນທີ່ຖືກຕັດຂາດ ເນື່ອງຈາກນ້ຳຖ້ວມຫຼາຍ ເຈົ້າໜ້າທີ່ກູ້ໄພເລີ່ມອອກສຳຫຼວດ ແລະ ຊ່ວຍເຫຼືອຜູ້ປະສົບໄພຄັ້ງນີ້ແລ້ວ ເຊິ່ງຕອນນີ້ມີຍອດຜູ້ເສຍຊີວິດສູງເກືອບ 300 ຄົນ

ຂ່າວຈາກ: http://news.sanook.com/2079770/
span style=”color: #ff0000;”>ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)