Home​ຂ່າວທ່ອງທ່ຽວນ້ຳຕົກປີສາດເຄມເຊິລ ກັບປາຍທາງທີ່ຍັງເປັນຂໍ້ສົງໃສ

ນ້ຳຕົກປີສາດເຄມເຊິລ ກັບປາຍທາງທີ່ຍັງເປັນຂໍ້ສົງໃສ

Published on

ທາງດ້ານທິດເໜືອຂອງທະເລສາບ Superior ໃນມິນນິໂຊຕາກ້ອນຫີນຂະໜາດໃຫຍ່ໄດ້ແຍກແມ່ນໍ້າ Brule ອອກເປັນ 2 ທາງ ທາງທໍາອິດຍັງໄຫຼໄປທາງທະເລສາບເໜືອຄືເກົ່າ ແຕ່ນໍ້າອີກທາງໄຫຼສູ່ຫຼຸມເລິກແລະຫາຍໄປຕະຫຼອດການເຖິງຕອນນີ້ກໍ່ຍັງບໍ່ຮູ້ຊັດເຈນວ່ານໍ້ທີ່ຕົກໄປໃນນັ້ນໄຫຼໄປໃສ ໄດ້ມີການທົດລອງໂຍນວັດຖຸສິ່ງຂອງລົງໄປແລ້ວກໍ່ບໍ່ເຫັນຫຍັງກັບຄືນມາ

77-5

ມີທິສະດີ 2 ຢ່າງສຳລັບປາຍທາງຂອງນໍ້າຕົກປີສາດເຄມເຊິລ, ສິ່ງທຳອິດກໍ່ຄື ປາຍທາງທີ່ນໍ້າຕົກລົງໄປມີແຫຼ່ງຂະ ໜາດໃຫຍ່ທີ່ສາມາດເກັບນໍ້າໄວ້ຈຳນວນຫຼາຍ ແລະ ສິ່ງທີ່ຕົກລົງໄປກໍ່ຢູ່ໃນນັ້ນ ຈາກລັກສະນະຂອງສະພາບຫີນແລະ ບັນຍາກາດແຖວນັ້ນທີ່ເປັນຫີນໄລໂອໄລ ແລະ ຫີນພູເຂົາໄຟ ດັ່ງນັ້ນແຮງນໍ້າຈຶ່ງກາຍເປັນໂຕແຫ່ງການປ່ຽນ ແປງກໍລະນີສັນນິຖານໄດ້, ຢ່າງທີ່ສອງກໍ່ຄືໃຕ້ດິນມີທາງລາວາຢູ່ເຊິ່ງຄົງເກີດເມື່ອຫຼາຍລ້ານປີມາແລ້ວ ແຮງດັນຂອງນໍ້າໄດ້ດັນໃຫ້ແຜ່ນພື້ນດິນທີ່ເປັນຫີນໄລໂອໄລຫຼຸດລົງໄປດ້ານລຸ່ມແລ້ວ ຈຶ່ງກາຍເປັນປາກຫຼຸມຂະໜາດໃຫຍ່, ເຖິງຢ່າງໃດກໍ່ຕາມນັກວິທະຍາກໍ່ຍັງບໍ່ປັກໃຈເຊື່ອວ່າ 2 ທິດສະດີນີ້ເປັນຈິງ ແລະ ຍັງບໍ່ມີໃຜຮູ້ຄຳຕອບຈົນຮອດປັດຈຸບັນນີ້

d1

ທີ່ມາຈາກ: http://www.news.com.la/detail/20805
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...