spot_img
Homeຂ່າວພາຍ​ໃນເທບທິດາສ້ອຍຟ້າ ປະກາດສັກດາ ດ້ວຍການຄວ້າແຊ້ມ ໃນລາຍການມິດຕະພາບ ລາວ-ໄທ ທີ່ໜອງຄາຍ

ເທບທິດາສ້ອຍຟ້າ ປະກາດສັກດາ ດ້ວຍການຄວ້າແຊ້ມ ໃນລາຍການມິດຕະພາບ ລາວ-ໄທ ທີ່ໜອງຄາຍ

Published on

ຈາກການໃຫ້ສຳພາດຂອງທ່ານ ພອນສະຫວັນ ໂພທິປັນຫາ(ກ.ກ໋ອດ) ຜູ້ຈັດການທີມ ຂອງເຮືອ ເທບທິດາສ້ອຍຟ້າ ເຊິ່ງເປັນ ເຮືອຕົວແທນສີພາຍ U-20 ປີ ຕາງໜ້າໃຫ້ເຮືອຈາກ ສະຫະພັນເຮືອຊ່ວງແຫ່ງຊາດລາວ ເຂົ້າຮ່ວມ ແຂ່ງຂັນໃນລາຍການ ເຮືອຊ່ວງ ມິດຕະພາບລາວໄທ ທີ່ແຂວງໜອງຄາຍ ປະເທດໄທ, ທ່ານ ໃຫ້ຮູ້ວ່າ “ ເຮືອຂອງພວກເຮົາ ໄດ້ຄັດເລືອກສີພາຍ ອາຍຸຕໍ່າກວ່າ 20 ປີ ຈາກ 5 ບ້ານ ຈຳນວນສີພາຍທັງໝົດ 65 ສີພາຍ ທີ່ບໍ່ເຄີຍ ຊ່ວງເຮືອຍາວ ຮ່ວມກັນມາກ່ອນ ເຊິ່ງເປັນຊາວໜຸ່ມມາຈາກ ບ້ານ ນາລ້ອງ, ໄຊສະຖານ, ຈອມແຈ້ງ, ທ່ານາແລ້ງ ໂດຍໃຊ້ເວລາກຽມທີມ ແລະຝຶກຊ້ອມຮ່ວມກັນພຽງ 2 ວັນເທົ່ານັ້ນ ແລ້ວເຂົ້າຮ່ວມແຂ່ງຂັນ ໃນລາຍການ ມິດຕະພາບລາວໄທ ໂດຍແບ່ງການແຂ່ງຂັນທັງໝົດ ອອກເປັນມີທັງໝົດ 3 ປະເພດ ປະກອບດ້ວຍ ປະເພດທົ່ວໄປລາວໄທ, ປະເພດພາຍໃນ ແຂວງໜອງຄາຍ ແລະ ປະເພດເຍົາວະຊົນອາຍຸບໍ່ເກີນ 20 ປີລາວໄທ. ໂດຍທີ່ທີມພວກເຮົາ ລົງແຂ່ງຂັນໃນປະເພດ ເຍົາວະຊົນ ອາຍຸບໍ່ເກີນ 20 ປີ ໃຊ້ເຮືອ 55 ສີພາຍ ມີເຮືອເຂົ້າຊີງໄຊທັງໝົດ 7 ລຳ, ແບ່ງອອກເປັນ 2 ສາຍ. ຜົນຈາກຄວາມເອົາໃຈໃສ່ ບວກັບຄວາມສາມັກຄີ ຂອງທີມງານ ແລະນັກກິລາພວກເຮົາ ສົ່ງຜົນໃຫ້ ເຮືອພວກເຮົາສາມາດ ເອົາຊະນະໄດ້ທຸກລ່ອງແບບ ຂາດຮອຍ ຈົນຮອດນັດ ຊີງຊະນະເລີດ ທີ່ສາມາດເອົາຊະນະ ເຮືອສິງອີ່ສານ ໄປໄດ້ແບບຂາດຮອຍເຊັ່ນກັນ ຄວ້າແຊ້ມ ພ້ອມຖ້ວຍກຽດຕິຍົດຂອງ ທ່ານ ຜູ້ວ່າຣາຊການ ແຂວງໜອງຄາຍ ພ້ອມເງິນລາງວັນບວກຄ່າລາກຈູງເຮືອປະມານ 30 ລ້ານກວ່າກີບ. ໃນການເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ຕ້ອງຂໍຂອບໃຈ ທ່ານ ສຸບັນດິດ ທຳມະວົງ ເຈົ້າຂອງ ຮ້ານ ຕຳຄິກ ທີ່ໃຫ້ ການສະໜັບສະໜູນ ຄ່າໃຊ້ຈ່າຍການເດີນທາງ ເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ເປັນເງິນຈຳນວນ 1 ແສນບາດ.”

ຜົນງານທີ່ຜ່ານມາຂອງເຮືອ ເທບທິດາສ້ອຍຟ້າ ພຽງແຕ່ລົງສະໜາມຄັ້ງທຳອິດ ແມ່ນໄດ້ຮອງແຊ້ມ ໃນງານ ຊ່ວງເຮືອປະເພນີ ທີ່ສະໜາມ ສ່ວນນໍ້າອິນແປງຄັ້ງຫຼ້າສຸດ, ສ່ວນແຜນການແຂ່ງຂັນ ຕໍ່ໄປຂອງເຮືອ ເທບທິດາສ້ອຍຟ້າ ແມ່ນຈະເຂົ້າຮ່ວມຊີງໄຊ ໃນງານບຸນ ປະເພນີອອກພັນສາ ທີ່ທ່າວັດຈັນ ໃນປະເພດເຮືອສູດຊາຍ ໃນນາມຂອງບ້ານຫາຍໂສກ ເມືອງສີສັດຕະນາກ. ສ່ວນຜົນງານ ຈະເປັນແນວໃດນັ້ນທີມງານ laosportnews ຈະລາຍງານໃຫ້ທ່ານຮັບຊາບໃນໂອກາດຕໍ່ໄປ.

ພາບ ແລະ ຂ່າວຈາກ: http://laosportnews.com/

762-1 762_sub_0 762_sub_1 762_sub_4

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...