spot_img
Homeຂ່າວຕ່າງປະເທດພາຍຸໄຕ້ຝຸ່ນຊາບາ ຖະຫລົ່ມເກົາຫລີໃຕ້ ເສຍຊີວິດ 6 ຄົນ ໂຮງງານລົດຮຸນໄດປິດການຜະລິດ ຍ້ອນນ້ຳຖ້ວມ!

ພາຍຸໄຕ້ຝຸ່ນຊາບາ ຖະຫລົ່ມເກົາຫລີໃຕ້ ເສຍຊີວິດ 6 ຄົນ ໂຮງງານລົດຮຸນໄດປິດການຜະລິດ ຍ້ອນນ້ຳຖ້ວມ!

Published on

ສຳນັກຂ່າວ AFP ລາຍງານໃນວັນທີ 6 ຕຸລາຜ່ານມານີ້ວ່າ ພາຍຸໄຕ້ຝຸ່ນຊາບາ (Chaba) ໄດ້ພັດຖະຫລົ່ມເຂົ້າຊາຍຝັ່ງ ທາງພາກໃຕ້ຂອງປະເທດເກົາຫລີໃຕ້ ສົ່ງຜົນເຮັດໃຫ້ມີກະແສລົມພັດແຮງ ເກີດມີຝົນຕົກໜັກ ແລະ ນ້ຳຖ້ວມກະທັນຫັນ ສ້າງຄວາມເສຍຫາຍໃຫ້ແກ່ເມືອງປູຊານ ເມືອງໃຫຍ່ອັນດັບສອງຂອງປະເທດນີ້ ແລະ ເມືອງອຸດສາຫະກຳອຸນຊັນ, ທາງການລາຍງານ ມີຜູ້ເສຍຊີວິດແລ້ວ 6 ຄົນ ແລະ ສູນຫາຍ 4 ຄົນ.

ສະເພາະຢູ່ເມືອງອຸນຊັນ ຊຶ່ງເປັນເມືອງອຸດສາຫະກຳ ເປັນທີ່ຕັ້ງຂອງໂຮງງານຜະລິດຂອງ ບໍລິສັດ Hyundai Motor ເຮັດໃຫ້ໂຮງງານຜະລິດ 2 ແຫ່ງຕ້ອງຖືກປິດ ພາຍຫລັງພາຍຸມາເຖິງ ແລະ ຮອດມື້ນີ້ (6 ຕຸລາ) ຍັງມີໂຮງງານຜະລິດລົດຂອງຮຸນໄດ ຍັງຄົງປິດຢູ່ ເນື່ອງຈາກຜົນເສຍຫາຍຈາກນ້ຳຖ້ວມ.

559000010401902 559000010401903

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...