spot_img
Homeຂ່າວການສຶກສາຫລາຍໂຮງຮຽນ ຈັດກິດຈະກໍາສະຫລອງວັນຄູແຫ່ງຊາດ 7 ຕຸລາ ດ້ວຍບັນຍາກາດຟົດຟື້ນ

ຫລາຍໂຮງຮຽນ ຈັດກິດຈະກໍາສະຫລອງວັນຄູແຫ່ງຊາດ 7 ຕຸລາ ດ້ວຍບັນຍາກາດຟົດຟື້ນ

Published on

ຂປລ. ວັນ​ທີ 7 ຕຸລາ​​​ ເຊິ່ງເປັນ​ວັນ​ຄູ​ແຫ່ງ​ຊາດ ບັນດາ​ໂຮງຮຽນ​ຊັ້ນ​ຕ່າງໆ ກໍ​ຄື​ສະ​ຖາ​ບັນ​ການ​ສຶກສາ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ ໄດ້​ຈັດ​ພິທີ​ສະ​ເຫລີ​ມສະຫລອງ​ ວັນ​ຄູ​ແຫ່ງ​ຊາດ ​ຄົບ​ຮອບ 22 ປີ​ ​ເຊັ່ນ: ​​ໂຮງຮຽນອະນຸບານ-ປະຖົມສີ​ວັດທະນາ, ອະນຸບານສາທາລະນະ​ສຸກ, ​ໂຮງຮຽນ ມສ ​ເພຍ​ວັດ, ມສ ​ໄຊ​ເສດ​ຖາ ​ເຊິ່ງ​ໄດ້ຈັດ​ພິທີ​ສະຫລຸບ ​ແລະ ຫວນ​ຄືນ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຄູ-ອາຈານ ພ້ອມ​ທັງ​​ເຫລົ່າ​ບົດຮຽນ ​ແລະ ປະສົບ​ການ​ຕ່າ​ງໆຂອງ​ຄູ​, ​ນັກຮຽນ​ດີ​ເດັ່ນ ​ເພື່ອ​ເປັນ​ບົດຮຽນ​ໃຫ້​ແກ່​ນ້ອງ​ນັກຮຽນ, ຄູ​-ອາຈານ ​ໄດ້​ເອົາ​ເປັນ​ແບບຢ່າງໃນ​ການ​ປະຕິບັດ​ຕົນ​​ໃນ​ສົກຮຽນ​ນີ້.

ສະ​ເພາະ​ຢູ່​ໂຮງຮຽນ ມສ ເພຍ​ວັດ ອາຈານ ຄໍາ​ວອນ ​ສໍ​ຫລວງ​ໂຄດ ຜູ້​ອໍານວຍ​ການ​ໂຮງຮຽນ ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ວັນ​ສໍາຄັນ​ດັ່ງກ່າວ, ​ໂດຍ​ກ່າວ​ວ່າ: ວັນ​ຄູ​ແຫ່ງຊາດ ​ເປັ​ນວັນ​ໜຶ່ງ​ທີ່​ສໍາຄັນ​ໃນ​ປະຫວັດ​ຂອງ​ຊາດ​ລາວ​ເຮົາ​ ເພາະວ່າ​ ຄູ​ບໍ່​ພຽງ​ແຕ່​ໄດ້​ປະກອບສ່ວນ​ເຂົ້າ​ໃນວຽກງານ​ສຶກສາ​ເທົ່າ​ນັ້ນ, ​ແຕ່​ຫາກ​ຍັງ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ ​ເຂົ້າ​ໃນ​ພາລະກິດ​ແຫ່ງ​ການ​ຕໍ່​ສູ້ເພື່ອ​ຄວາມ​ເປັນ​ເອກະລາດ ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ​​ຊາດ. ພ້ອມ​ນີ້, ການ​ຮຽນ-ການ​ສອນ ​ໄດ້​ກາຍເປັນ​ປັດ​​ໄຈ​ໜຶ່ງທີ່ສຳຄັນ ​ໃນ​ການ​ຕັດສິນ​ຄຸນ​ນະ ພາ​ບຂອງ​ການ​ສຶກສາ ກໍ​ຄື​ການ​ພັດທະນາ​ຊັບພະຍາກອນ​ມະນຸ​ດ ​ແລະ ທຸກ​ຄົນ​ມີ​ຄວາມ​ຮູ້ໂດຍ​ຜ່ານ​ຂະ​ບວນການ​ສິດສອນ​ຂອງ​ຄູ. ສະ​ນັ້ນ, ​ເພື່ອ​ເຮັດ​ໃຫ້​ພົນລະ​ເມືອງ​ລາວ​ທຸກ​ຊັ້ນຄົນ​ ໄດ້​ເຂົ້າ​ໃຈຢ່າງ​ເລິກ​ເຊິ່ງ, ​ຮູ້​ເຖິງ​ປະຫວັດ​ຄວາມ​ເປັນ​ມາ​ກຽດ​ສັກ​ສີ, ຕໍ່​ອາຊີ​ບຄູ ​ແລະ ​ເປັນ​ວັນ​ແຫ່ງ​ການ​ເສີມ​ຂະຫຍາຍມູນ​ເຊື້ອ​ຂອງ​ຄູ​ຄໍາ​ ຜູ້​ທີ່​ມີ​ຄວາມ​ດຸ​ໝັ້ນ​ຂະຫຍັນ​ພຽນ ​ແລະ ​ໄດ້​ອຸທິດ​ໝົດ​ສະຕິ​ປັນຍາ, ​ເລືອດ​ເນື້ອ ​ແລະ ​ເຫື່ອ​ແຮງ​ຂອງ​ຕົນ​ເພື່ອ​ພາລະກິດ​ການ​ສຶກສາ​ແຫ່ງ​ຊາດ​ລາວ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...