spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕໍາຫລວດແຂວງບໍ່ແກ້ວ ຈັບນັກຮຽນຊາວໄທຂົນຢາ 12 ພັນເມັດ

ຕໍາຫລວດແຂວງບໍ່ແກ້ວ ຈັບນັກຮຽນຊາວໄທຂົນຢາ 12 ພັນເມັດ

Published on

ໃນວັນທີ 4 ຕຸລາ 2016 ຜ່ານມານີ້, ເຈົ້າໜ້າທີ່ສະເພາະກິດ ປກສ ແຂວງບໍ່ແກ້ວສາມາດຈັບກຸມ ທ້າວ ສຸວິດ ແສງຈັນໄດ້ພ້ອມກາງຢາບ້າ 6 ມັດເປັນຫລັກຖານ ພາຍຫລັງເຈົ້າໜ້າທີ່ຕໍາຫລວດໄດ້ຮັບຂໍ້ມູນການຄ້າຂາຍຢາບ້າ ແລະ ເວລາຕໍ່ມາໄດ້ລົງມືກວດຄົ້ນກະເປົາເຄື່ອງຂອງ ທ້າວ ສຸວິດ ແສງຈັນ ອາຍຸ 16 ປີ, ອາຊີບ ນັກຮຽນ ຊົນເຜົ່າມົ້ງ, ຢູ່ບ້ານໄຊເທົ່າ ເມືອງ ວຽງແກ່ນ, ແຂວງຊຽງຣາຍ ( ປະເທດໄທ ) ທີ່ພວມຂີ່ລົດໂດຍສານຈາກຄິວລົດສີດອນມີ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເພື່ອຈະໄປເມືອງປາກທາ ແຂວງບໍ່ແກ້ວ.

%e0%ba%a2%e0%ba%b2%e0%ba%9a%e0%bb%89%e0%ba%b2%e0%ba%b2%e0%ba%b2%e0%ba%a2%e0%ba%b2%e0%ba%9a%e0%bb%89%e0%ba%b2
ຜ່ານການກວດຄົ້ນເຈົ້າໜ້າທີ່ໄດ້ພົບເຫັນ ຢາບ້າຈຳນວນ 6 ມັດ, ເທົ່າກັບ 12.000 ເມັດ, ຢູ່ໃນກະເປົາເຄື່ອງຂອງຜູ້ກ່ຽວ ດັ່ງນັ້ນ, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ຈຶ່ງໄດ້ກັກຕົວຜູ້ກ່ຽວມາທຳການສືບສວນ-ສອບສວນ.
ຜ່ານການສືບສວນ-ສອບສວນ ໃນເບື້ອງຕົ້ນ ຜູ້ກ່ຽວຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວນີ້ ບໍ່ແມ່ນຂອງຜູ້ກ່ຽວ, ມີຄົນເຜົ່າມົ້ງ ບໍ່ຮູ້ຊື່ໄດ້ເອົາມາຝາກຕົນ ແລ້ວບອກວ່າຖ້າໄປຮອດສາມແຍກ ບ້ານໄຊຈະເລີນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລ້ວຈະມີຄົນມາຮັບເອົາເຄື່ອງນຳ ແລະ ໄດ້ຄ່າຝາກເຄື່ອງເປັນເງີນ 20.000 ກີບ (ຊາວພັນກີບ) ພໍມາຮອດຈຸດກວດກາເຂດບ້ານດອນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຈຶ່ງຖືກເຈົ້າໜ້າທີ່ຂອງພວກເຮົາກວດ ແລະ ໄດ້ກັກຕົວໄວ້ເພື່ອມາທຳການ ສືບສວນ-ສອບສວນ ຂະຫຍາຍຜົນຫາຜູ້ຮ່ວມຂະບວນການຄ້າຢາບ້າລາຍນີ້ ມາລົງໂທດຕາມລະບຽບກົດໝາຍ.
ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...