Homeຂ່າວພາຍ​ໃນFIFA ຈະອອກເງິນຊ່ວຍປິ່ນປົວ ເນມາ

FIFA ຈະອອກເງິນຊ່ວຍປິ່ນປົວ ເນມາ

Published on

 

Capture (Small)

 

ມາ​ກາ ສື່​ດັງ​ຂອງແອັດ​ສະ​ປາຍລາຍ​ງານ​ຂ່າວ​ວ່າ ຟີ​ຟາ ຈະ​ຊ່ວຍອອກ​ເງິນ​ຄ່າ​ປິ່ນ­ປົວ ເນ​ມາ ກອງ​ໜ້າ​

ທີມ​ຊາດບຣາ​ຊິນ ຊຶ່ງ​ຈຳ­ນວນ​ເງິນລວມ​ປະ­ມານ 238.000 ເອີ​ໂຣ.

 

ສະ­ຫະ­ພັນ​ບານ­ເຕະ​ນາ­ນາ​ຊາດ (ຟີ​ຟາ) ຈະ​ຊ່ວຍ​ຄ່າ​ປິ່ນ­ປົວ​ໃຫ້​ໃນ​ກໍລະ​ນີກອງ​ໜ້າ​ຈາກບາ​ເຊ​ໂລ​ນາໄດ້

​ຮັບ​ບາດ­ເຈັບ​ ຈົນ​ກະ­ດູກ​ສັນ­ຫຼັງເຄື່ອນ​ຈາກ​ການ​ແຂ່ງ­ຂັນ​ບານ­ເຕະ​ໂລກ 2014 ຮອບ​ກ່ອນ​ຮອງ​ຊະ­ນະ

ເລີດ (ຮອບ 8 ທີມ) ນັດ​ທີບຣາ​ຊິນ ຊະ­ນະ ໂກ​ໂລມ​ບີ 2Œ1 ປະ­ຕູ ໃນຈັງ­ຫວະ​ທີ່​ຖືກ ຮວນ ຄາ​ມິ​ໂລ ຊູນ​ຍິ​ກາ

ແທງ​ເຂົ່າ​ເຂົ້າ​ເຕັມ​ຫຼັງຈົນ​ຕ້ອງພັກ​ຮັບ​ການ​ປິ່ນ­ປົວ 40 ວັນ ຈາກ​ເຫດ­ການ​ດັ່ງ­ກ່າວເຮັດ​ໃຫ້ ເນ​ມາ

ໝົດ​ສິດ​ຊ່ວຍ​ທີມ​ໃນ​ທຸກ​ນັດ​ທີ່​ເຫຼືອ ແລະ ມີ​ສ່ວນ​ເຮັດ​ໃຫ້ບຣາ​ຊິນຕ້ອງປະ​ລາ​ໄຊ​ຕໍ່ເຢຍ​ລະ​ມັນແບບ​

ຂາດ​ລອຍ 1Œ7 ປະ­ຕູ ໃນ​ຮອບ 4 ທີມ.

 

ທັງ​ນີ້ ດ້ານ ຟີ​ຟາ ລະ​ບູ​ໄວ້​ວ່າຈະ​ເປັນ​ຜູ້​ອອກ​ຄ່າ​ປິ່ນ­ປົວ​ແທນ​ສະ​ໂມສອນ ສຳ­ລັບ​ທຸກ​ກໍ­ລະ­ນີ​ທີ່​ນັກ​ເຕະ​

ໄດ້​ຮັບ​ບາດ­ເຈັບ ໂດຍ​ຈະ​ມີ​ການ​ຈ່າຍເງິນ​ໃຫ້​ຫຼັງ​ຈາກ​ທີ່​ນັກ​ເຕະ​ຄົນ​ນັ້ນ​ໄດ້​ຮັບ​ບາດ­ເຈັບ​ພາຍ​ໃນ 28 ວັນ

ໝາຍຄວາມ​ວ່າ​ເງິນ​ຄ່າ​ປິ່ນ­ປົວ​ໃນ​ກໍ­ລະ­ນີ​ຂອງ ເນ​ມາ ຈະ​ມີ​ການ​ຈ່າຍ​ໃຫ້​ໃນ​ວັນທີ 4 ສິງ­ຫາ 2014 ສຳ­ລັບ

ເງິນ​ຈຳ­ນວນທີ່ຟີ​ຟາຊ່ວຍ​ອອກ​ເງິນ​ຈ່າຍ​ໃຫ້ນັ້ນຈະ​ວັດ​ຈາກ​ຄ່າ​ເມື່ອຍ ​ຂອງ​ນັກ​ເຕະ​ຄົນ​ນັ້ນ ຊຶ່ງ​ຈາກ​ກໍ­

ລະ­ນີ​ທີ່​ຄ່າ​ຈ້າງໂດຍ​ລວມ​ຂອງ ເນ​ມາ ປະ­ມານ 5,1 ລ້ານ​ເອີ​ໂຣ ຟີ​ຟາຕ້ອງ​ຈ່າຍ​ຄ່າ​ປິ່ນປົວຈຳ­ນວນ 13.972

ເອີ​ໂຣຕໍ່​ວັນ ລວມ​ແລ້ວຟີ​ຟາ ຈະ​ຈ່າຍ​ໃຫ້ຢູ່​ທີ 238.000 ເອີ​ໂຣ.

 

ແຫຼ່ງຂ່າວ: ໜັງສືພິມເສດຖະກິດ – ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...