spot_img
Homeມູມໄອທີລາວໃຜທີ່ຍັງໃຊ້ ໄອໂຟນ 5 ແລະ ໄອໂຟນ 5c ອ່ານດ່ວນ

ໃຜທີ່ຍັງໃຊ້ ໄອໂຟນ 5 ແລະ ໄອໂຟນ 5c ອ່ານດ່ວນ

Published on

iOS 10 ເປັນລະບົບປະຕິບັດການ iPhone (iPod iPad) ຮຸ່ນຫຼ້າສຸດເປີດໃຫ້ອັບເດດແລ້ວຢ່າງ ໃດກໍຕາມມີຄຳເຕືອນ ສຳລັບຜູ້ທີ່ໃຊ້ງານທີ່ໃຊ້ iPhone 5 ແລະ iPhone 5c ຢ່າຟ້າວອັບເດດ.

c39

 ເປັນຫຍັງຈິ່ງຢ່າຟ້າວອັບເດດ?

ເຊື່ອວ່າຫຼາຍຄົນ ໜ້າຈະຮູ້ຄຳຕອບກັນຢູ່ແລ້ວ ນັ້ນກໍ່ເພາະ iPhone 5 ແລະ iPhone 5c ເປັນ iPhone ທີ່ສະເປັກຕ່ຳທີ່ສຸດທີ່ຈະຮອງຮັບ iOS 10 ປະມວນຜົນດ້ວຍ Apple A6 ຊຶ່ງເປັນຊີປທີ່ໃຊ້ສະຖາປັດຕະຍະ 32 bit ແລະ RAM ພຽງ 1GB ຈາກປະສົບການຜ່ານມາກໍ່ບອກຊັດເຈນວ່າ iPhone ຕົວຫຼ້າສຸດຈະພົບບັນຫາຕົວເຄື່ອງທຳງານໄດ້ບໍ່ລ່ຽນໄຫຼ.

ທັງນີ້ນັກຂຽນຂອງ CNET, Sharon Profis ໄດ້ທົດສອບຕິດຕັ້ງ iOS 10 GM (Gold Master) ຫຼື ຮຸ່ນກ່ອນຕົວເຕັມພົບວ່າຕົວເຄື່ອງ ທຳງານໄດ້ຊ້າລົງເຫັນໄດ້ຊັດເຈນ ຢ່າງໃດກໍຕາມ  iOS 10 ຕົວເຕັມ ກໍຄື ຮຸ່ນທີ່ພັດທະນາຈາກ GM ກໍຫວັງວ່າຈະເຮັດໄດ້ໄວຂຶ້ນ ແຕ່ດ້ວຍໄລຍະ ເວລາພຽງບໍ່ດົນອາດຈະບໍ່ທັນການກໍ່ເປັນໄດ້.

NET ແນະນຳວ່າສຳລັບຜູ້ທີ່ໃຊ້ງານ iPhone 5 ແລະ iPhone 5c ຢ່າຟ້າວອັບເດດ iOS 10 ຕົວເຕັມແຕ່ໃຫ້ຖ້າເບິ່ງສະຖານະການ ຫຼື ການ ອັບເດດຖັດໄປຂອງ iOS 10 ຍັງບໍ່ສາຍເກີນໄປ.

ຂ່າວຈາກ: 

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...