spot_img
Homeຂ່າວການສຶກສາມອບທຶນການສຶກສາໃຫ້ນັກຮຽນດ້ອຍໂອກາດ ທີ່ ມສ ວຽງຈັນ ສົກຮຽນ 2016-2017

ມອບທຶນການສຶກສາໃຫ້ນັກຮຽນດ້ອຍໂອກາດ ທີ່ ມສ ວຽງຈັນ ສົກຮຽນ 2016-2017

Published on

ພະແນກສຶກສາທິການ ແລະ ກິລານະຄອນຫລວງວຽງຈັນຮ່ວມກັບມູນນິທິສົ່ງເສີມການສຶກສາ, ໄດ້ຈັດພິທີມອບທຶນການສຶກສາເພື່ອສົ່ງເສີມນັກຮຽນເກັ່ງ, ຊ່ວຍເຫລືອນັກຮຽນຜູ້ດ້ອຍໂອກາດ ແລະ ຍ້ອງຍໍຄູ-ອາຈານຜູ້ສອນດີເດັ່ນ ໄລຍະທີ I ປະຈໍາສົກຮຽນ 2016-2017 ລວມມູນຄ່າຫລາຍກວ່າ 160 ລ້ານກີບ ປະກອບມີ: ອັດຕາກິນໃຫ້ນັກຮຽນຢູ່ຫໍພັກທີ່ມາຈາກແຂວງພາກກາງ ແລະ ພາກໃຕ້ມາຮຽນຢູ່ໂຮງຮຽນ ມສ ວຽງຈັນ ໃນຊັ້ນ ມ6 ຈໍານວນ 29 ຄົນ ແລະ ມ7 28 ຄົນ ລວມມູນຄ່າ 130 ກວ່າລ້ານກີບຕໍ່ປີ. ນອກນັ້ນ, ຍັງມອບທຶນ
ການສຶກສາໃຫ້ນັກຮຽນເກັ່ງທົ່ວນະຄອນຫລວງວຽງຈັນຈໍານວນ 20 ທຶນ ແລະ ເຄື່ອງນຸ່ງ, ອຸປະກອນການຮຽນໃຫ້ນັກຮຽນຜູ້ດ້ອຍໂອກາດໃນຊັ້ນປະຖົມຢູ່ 4 ຕົວເມືອງ, ເມືອງລະ 20 ຄົນ ຄື: ເມືອງຈັນທະບູລີ, ສີໂຄດຕະບອງ, ໄຊເສດຖາ ແລະ ສີສັດຕະນາກ, ພ້ອມທັງມອບໃບຍ້ອງຍໍໃຫ້ຄູ-ອາຈານສອນດີເດັ່ນທົ່ວນະຄອນຫລວງວຽງຈັນຈໍານວນ 20 ທ່ານ.

ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 3 ຕຸລານີ້ທີ່ໂຮງຮຽນ ມສ ວຽງຈັນ, ໂດຍມີທ່ານ ລີຕູ້ ບົວປາວ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫລວງວຽງຈັນ ແລະ ຄະນະປະທານມູນນິທິສົ່ງເສີມການສຶກສາ, ພ້ອມດ້ວຍຄູ-ອາຈານ, ຜູ້ປົກຄອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ທີ່ມາ: ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...