spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມກິນເຈແນວໃດບໍ່ໃຫ້ຕຸ້ຍ ແລະ ບໍ່ຂາດສານອາຫານ

ກິນເຈແນວໃດບໍ່ໃຫ້ຕຸ້ຍ ແລະ ບໍ່ຂາດສານອາຫານ

Published on

ເຊື່ອວ່າຫຼາຍຄົນທີ່ກິນເຈ ຫວັງຜົນບໍ່ແມ່ນພຽງແຕ່ເຮັດບຸນເທົ່ານັ້ນ ແຕ່ຍັງຢາກມີສຸຂະພາບດີ ແລະ ຖືໂອກາດຫຼຸດນ້ຳຫນັກໄປໃນໂຕານຳອີກ ວ່າແລ້ວເຮົາມາເບິ່ງວິທິແນະນຳການກິນເຈກັນດີກວ່າ

1.ເລືອກກິນອາຫານໃຫ້ຄົບ 5 ໝູ່ຢ່າໃຫ້ຂາດໝູ່ໃດໝູ່ໜຶ່ງໃນ 1 ວັນ ແຫຼ່ງໂປຣຕີນທີ່ສາມດທົດແທນເນື້ອສັດໄດ້ ໄດ້ແກ່ ພືດຕະກຸນຖົ່ວ ເຕົາຮູ້ ນ້ຳເຕົາຮູ້ ນົມຖົ່ວເຫຼືອງ ແລະ ໂປຣຕິນ

2.ເລືອກກິນເຂົ້າກ້ອງ ເຂົ້າສາລີຫຼາຍກວ່າເຂົ້າຂາວ ຫຼື ເຂົ້າຂັດສີ ເພາະມີສານອາຫານ ແລະວິຕາມິນຕ່າງໆຫຼາຍກວ່າ

3.ເລືອກກິນຜັກແລະໝາກໄມ້ສົດ ຫຼາຍກວ່າຂອງດອງ ເພາະຂອງດອງມີປະລິມານໂຊດຽມສູງ ເຮັດໃຫ້ໂຕບວມ ແລະບໍ່ດີຕໍ່ສຸຂະພາບ

4.ກິນອາຫານປະເພດ ຂົ້ວ-ທອດ ໜ້ອຍລົງ ແລ້ວຫັນມາກິນອາຫານປະເພດ ໜື້ງ-ປີ້ງ-ຕົ້ມ ຈະໄດ້ຮັບປະລິມານໄຂມັນໜ້ອຍລົງ

ຮັບຮອງວ່າຖ້າເຮັດໄດ້ຕາມນີ້ ປັນຫາເລື່ອງຕຸ້ຍ ນ້ຳໜັກຂື້ນ ຫຼືຂາດສານອາຫານຈະບໍ່ເກີດຂື້ນກັບຮ່າງກາຍຂອງທ່ານຢ່າງແນ່ນອນ ເຮັດບຸນໃຫ້ຊີວິດຄົນອື່ນແລ້ວ ກໍ່ຕ້ອງເຮັດບຸນກັບຮ່າງກາຍໂຕເອງ ດ້ວຍການດູແລຕົນເອງໃຫ້ດີທີ່ສຸດນັ້ນເອງ

ທີ່ມາ: http://www.news.com.la/detail/20370
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...