Homeຊີວິດແລະຄວາມຮັກວິທີແກ້ບັນຫາແຟນເອົາແຕ່ໃຈ

ວິທີແກ້ບັນຫາແຟນເອົາແຕ່ໃຈ

Published on

ໃນຄໍລຳ ຊີວິດ ກັບ ຄວາມຮັກ ວັນນີ້ ເຮົາມີວິທີແກ້ບັນຫາແຟນເອົາແຕ່ໃຈມາຝາກກັນ ເພາະການເອົາໃຈແຟນຫຼາຍເກີນໄປກໍ່ອາດເຮັດໃຫ້ແຟນເສຍນິໃສໄດ້ ສະນັ້ນ ຄົນທີ່ກຳລັງພົບກັບບັນຫານີ້ຢູ່ຄວນອ່ານເປັນຢ່າງຍິ່ງ ແຕ່ຈະເຮັດດ້ວຍວິທີໃດນັ້ນເຮົາມາອ່ານນຳກັນເລີຍ

1. ບໍ່ຄວນຍົກເລີກນັດກັບຄົນອື່ນເພື່ອເຂົາ

2. ບໍ່ຄວນເຫັນຜິດເປັນຖືກຄອຍແຕ່ເຂົ້າຂ້າງເຂົາທຸກຢ່າງມັນຕ້ອງເບິ່ງໄປຕາມຄວາມຈິງ ແລະ ເຫດຜົນ

3. ໃຫ້ເຂົາເຮັດວຽກດ້ວຍຕົວເຂົາເອງໃນບາງເທື່ອ

4. ຢຸດກັງວົນວ່າເຂົາຈະຄຽດໃຫ້ທ່ານ ຫຼື ບໍ່ ເມື່ອເວລາທີ່ທ່ານຂັດໃຈເຂົາ

5. ຢຸດໂທດໂຕເອງ ໃນເວລາຜິດຖຽງກັນບາງຄັ້ງຄວາມຜິດ ຫຼື ບັນຫາມັນກໍ່ບໍ່ໄດ້ເກີດຂຶ້ນເພາະທ່ານສະເໝີໄປ

6. ສອນໃຫ້ເຂົາຮູ້ຈັກການໃຫ້ ແລະ ການຮັບ

7. ບໍ່ຄວນແກ້ໄຂບັນຫາທີ່ເຂົ້າສ້າງຂຶ້ນມາທຸກເລື່ອງເຊັ່ນ: ເລື່ອງໜີ້ສິນ ແລະ ອື່ນໆ

8. ບໍ່ຄວນຜູກມັດກັບຄຳສັນຍາຫຼາຍຈົນເກີນໄປ ເຖິງແມ່ນວ່າທັງຄູ່ຈະມີຄຳສັນຍາຕໍ່ກັນ ແຕ່ມັນກໍ່ບໍ່ແມ່ນເຫດຜົນທີ່ຈະຕ້ອງຜູກມັດກັນໄວ້ ຫຼື ຈະຕ້ອງດູແລອີກຝ່າຍຕະຫຼອດໄປ

9. ຢ່າຕາມໃຈເຂົາຫຼາຍ ບາງເລື່ອງກໍ່ຄວນຂັດໃຈເຂົາໄວ້ແນ່

ທີ່ມາຈາກ: http://wedding.kapook.com/
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...