spot_img
Homeຂ່າວພາຍ​ໃນພາລະກິດຕໍ່ໄປຂອງ ທັບນັກກິລາບານເຕະຍິງ U16 ທີມຊາດລາວ

ພາລະກິດຕໍ່ໄປຂອງ ທັບນັກກິລາບານເຕະຍິງ U16 ທີມຊາດລາວ

Published on

ຕໍ່ເນື່ອງຈາກ ຜົນສຳເລັດຂອງ ທັບນັກກິລາບານເຕະສາວ ທີມຊາດລາວ ທີ່ສາມາດຜ່ານ ເຂົ້າໄປແຂ່ງຂັນ ໃນຮອບສຸດທ້າຍ ລາຍການແຂ່ງຂັນ ບານເຕະຍິງ U16 ຊີງແຊ້ມອາຊີ 2017 ຕັ້ງແຕ່ຄັ້ງທຳອິດ ທີ່ເຂົ້າຮ່ວມການແຂ່ງຂັນ ແລະ ຈາກສະແສດັ່ງກ່າວ ມີແຟນຂ່າວກິລາ ຫຼາຍຄົນມີຄຳຖາມ ກັບທີມງານຂອງພວກເຮົາ ເປັນຕົ້ນວ່າ “ຮອບສຸດທ້າຍ ຈະຈັດການແຂ່ງຂັນ ຢູ່ປະເທດໃດ? ຈັດໃນວັນທີ ເດືອນ ປີ ໃດ? ມີປະເທດໃດແນ່ ທີ່ຜ່ານເຂົ້າໄປຮອບສຸດທ້າຍ” ລວມໄປເຖິງຄຳຖາມອື່ນໆ ອີກຫຼາກຫຼາຍ. ມື້ນີ້ ທີມງານພວກເຮົາຈະມາຊ່ວຍແກ້ຂໍ້ຂ້ອງໃຈ ໃຫ້ກັບແຟນຂ່າວກິລາ.

ການແຂ່ງຂັນ ບານເຕະຍິງ U16 ຊີງແຊ້ມອາຊີ 2017 ໄດ້ຖືກແບ່ງອອກເປັນ 2 ຮອບຄື: ຮອບຄັດເລືອກ ແລະ ຮອບສຸດທ້າຍ, ເຊິ່ງໃນນັ້ນ ຮອບຄັດເລືອກ ຖືກແບ່ງອອກເປັນ 4 ກຸ່ມຄື: A, B, C ແລະ D ແລະ ຈັດການແຂ່ງຂັນຢູ່ 4 ປະເທດ ແລະ ຈະມີພຽງທີມອັນດັບທີ 1 ຂອງແຕ່ລະກຸ່ມ ພຽງທີມດຽວ ທີ່ໄດ້ຜ່ານເຂົ້າໄປແຂ່ງໃນ ຮອບສຸດທ້າຍ ດັ່ງນີ້:
ກຸ່ມ A ຈັດການແຂ່ງຂັນຢູ່ ປະເທດໄທ
ກຸ່ມ B ຈັດການແຂ່ງຂັນຢູ່ ປະເທດຈີນ
ກຸ່ມ C ຈັດການແຂ່ງຂັນຢູ່ ປະເທດບັງກະລາເດດ
ກຸ່ມ D ຈັດການແຂ່ງຂັນຢູ່ ປະເທດຫວຽດນາມ

ລາຍຊື່ທີມທີ່ຜ່ານເຂົ້າ ຮອບສຸດທ້າຍ ມີດັ່ງນີ້:
1. ທີມຊາດເກົາຫຼີເໜືອ (ເຂົ້າຮອບເພາະເປັນແຊ້ມ ລາຍການນີ້ໃນປີ 2015)
2. ທີມຊາດຍິ່ປຸ່ນ (ເຂົ້າຮອບເພາະເປັນຮອງແຊ້ມ ລາຍການນີ້ໃນປີ 2015)
3. ທີມຊາດຈີນ (ເຂົ້າຮອບເພາະເປັນອັນດັບທີ 3 ລາຍການນີ້ໃນປີ 2015)
4. ທີມຊາດໄທ (ເຂົ້າຮອບເພາະເປັນອັນດັບທີ 4 ລາຍການນີ້ໃນປີ 2015)
5. ທີມຊາດລາວ (ເຂົ້າຮອບເພາະເປັນທີມ ທີ່ມີຄະແນນ ທີ່ດີທີ່ສຸດຂອງກຸ່ມ A ແລະ ເປັນຄັ້ງທຳອິດທີ່ເຂົ້າຮ່ວມ ການແຂ່ງຂັນລາຍການນີ້)
6. ທີມຊາດເກົາຫຼີໃຕ້ (ເຂົ້າຮອບເພາະເປັນແຊ້ມກຸ່ມ B)
7. ທີມຊາດບັງກະລາເທດ (ເຂົ້າຮອບເພາະເປັນແຊ້ມກຸ່ມ C)
8. ທີມຊາດອອສເຕຣເລຍ (ເຂົ້າຮອບເພາະເປັນແຊ້ມກຸ່ມ D)

ເຊິ່ງທັງ 8 ທີມ ຈະຕ້ອງໄປແຂ່ງໃນ ຮອບສຸດທ້າຍ ທີ່ນະຄອນຫຼວງບາງກອກ ປະເທດໄທ ລະຫວ່າງວັນທີ 09 ເຖິງ 23 ກັນຍາ 2017. ສໍາລັບ ທີມຊາດລາວ ແມ່ນຖືວ່າຍັງມີເວລາພໍສົມຄວນ ໃນການກະກຽມ ແລະ ພັດທະນາທີມ ໃຫ້ແຂງແກ່ນ ແລະ ມີມາດຕະຖານສູງຂຶ້ນ ເພື່ອເຂົ້າຮ່ວມຊີງໄຊໃນ ຮອບສຸດທ້າຍ ໃນທ້າຍປີ 2017

 

ຂອບໃຈຂໍ້ມູນຈາກ the-afc.com, wikipedia.org

ແຫລ່ງຂ່າວຈາກ: 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...