Homeຂ່າວທ້ອງຖິ່ນຊຽງ​ຂວາງ ເປີດ​ນຳ​ໃຊ້​ສູນ​ໂບ​ລິ້ງ​ຮອງ​ຮັບ​ກິລາ​ແຫ່ງ​ຊາດ

ຊຽງ​ຂວາງ ເປີດ​ນຳ​ໃຊ້​ສູນ​ໂບ​ລິ້ງ​ຮອງ​ຮັບ​ກິລາ​ແຫ່ງ​ຊາດ

Published on

ພິທີເປີດການນຳໃຊ້ສູນໂບລິ້ງແຫ່ງທຳອິດຂອງແຂວງຊຽງຂວາງ ເພື່ອຮອງຮັບງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຈັດຂຶ້ນໃນທ້າຍເດືອນສິງຫາ 2016 ທີ່ສູນໂບລິ້ງຂອງແຂວງ ມີທ່ານ ສົມກົດ ມັງໜໍ່ເມກ ເຈົ້າແຂວງຊຽງຂວາງ ທ່ານ ທອງຜີວ ສີປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະກິລາແຂວງຊຽງຂວາງ ມີບັນດາຄະນະນຳຂັ້ນແຂວງ ຜູ້ຕາງໜ້າຈາກພະແນການ ກົມກອງອ້ອມຂ້າງແຂວງ ນັກທຸລະກິດ ແລະແຂກຖືກເຊີນເຂົ້າຮ່ວມ.
ທ່ານ ວໍລະເດດ ດາລາວົງ ຜູ້ຕາງໜ້າໃຫ້ຜູ້ປະກອບການສູນໂບລິ້ງແຂວງຊຽງຂວາງ ໄດ້ຂຶ້ນກ່າວລາຍງານຜົນສຳເລັດການກໍ່ສ້າງວ່າ: ສູນໂບລິ້ງແຫ່ງດັ່ງກ່າວມີສະຖານທີ່ຕັ້ງຢູ່ສູນຊາວໜຸ່ມ ໃກ້ກັບສະໜາມກີລາດອກປີກໄກ່ແຂວງ ຕັ້ງຢູ່ບ້ານໂພນມີໄຊ ເມືອງແປກ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 4 ຕຸລາ 2015 ໂດຍແມ່ນທຶນສ່ວນຕົວຂອງທ່ານນາງ ຢ່າງລີ ຜູ້ປະກອບການສຳປະທານເປັນ ເວລາ 30 ປີ ໂຄງສ້າງອາຄານດັ່ງກ່າວເປັນອາຄານຖາວອນຊັ້ນດຽວ ຂະໜາດ 30×40 ແມັດ ໄດ້ຖືກຕົບແຕ່ງອອກແບບມາໂດຍມີອຸປະກອນຮັບໃຊ້ຄົບຊຸດຕາມມາດຕະຖານສາກົນ ຂ້າງໃນມີຫ້ອງຫຼິ້ນກີລາໂບລິ້ງ ຫ້ອງອອກກຳລັງກາຍ (ຟິສເນັດ) ຫ້ອງພັກຜ່ອນ ຫ້ອງຄົວ ແລະ ຫ້ອງອາຫານ ສ່ວນສະພາບແວດລ້ອມຂ້າງນອກ ມີສະຖານທີ່ຈອດລົດກວ້າງຂວາງ ສະອາດສວຍງາມ ລວມມູນຄ່າການກໍ່ສ້າງທັງໝົດ 6,4 ຕື້ກີບ ນັບທັງຕິດຕັ້ງອຸປະກອນທັງໝົດໃຊ້ເວລາການກໍ່ສ້າງ 300 ວັນ ມາຮອດວັນທີ 25 ສິງຫາ 2016 ການກໍ່ສ້າງໄດ້ສຳເລັດ ແລະເປີດນຳໃຊ້ເປັນທາງການ.
ສຳລັບສູນໂບລິ້ງແຫ່ງນີ້ເປັນແຫ່ງທຳອິດຂອງແຂວງຊຽງຂວາງ ຫຼັງຈາກເປີດນຳໃຊ້ເປັນທາງການແລ້ວ ຈະຖືກນຳໃຊ້ເຂົ້າເປັນສະໜາມແຂ່ງຂັນກີລາໂບລິ້ງຂອງແຂວງ ໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໃນຕົ້ນປີ 2018 ພ້ອມທັງເປັນສະຖານທີ່ເກັບຕົວເຝິກຊ້ອມນັກກີລາໂບລິ້ງແຂວງຊຽງຂວາງນຳອີກ ນອກນັ້ນຍັງເປັນສະຖານທີ່ອອກກຳລັງກາຍຂອງພໍ່ແມ່ປະຊາຊົນພາຍໃນເທດສະບານແຂວງ ກໍ່ຄືບັນດາແຂກທັງພາຍໃນ ແລະຕ່າງປະເທດ ທີ່ມັກການອອກກຳລັງກາຍ.

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...