ໂອບາມາຍອມຮັບ ອາເມລິກາ ເຄີຍຖິ້ມລະເບີດໃສ່ລາວ ຫລາຍກວ່າ 2 ລ້ານໂຕນ

ວັນທີ 6 ກັນຍາ 2016 ໃນການກ່າວປາໄສຂອງ ໂອບາມາ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ຕອນຫນຶ່ງ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະລັດອາເມລິກາກ່າວວ່າ ເຖິງເວລາທີ່ຈະຕ້ອງເປີດເຜີຍຄວາມຈິງວ່າ ໃນສະໄໝສົງຄາມຫວຽດນາມ ທະຫາອາກາດຂອງສະຫະລັດ ໄດ້ລະດົມຖິ້ມລະເບີດໂຈມຕີຝ່າຍກົງກັນຂ້າມໃນປະເທດລາວ ຫລາຍກວ່າ 2 ລ້ານໂຕນ ເຮັດໃຫ້ທະຫານແລະປະຊາຊົນລາວ ບາດເຈັບແລະເສຍຊີວິດຫລາຍກວ່າ 20,000 ຄົນ ເຊິ່ງຫລາຍກວ່າການໂຈມຕີຢູ່ເຢຍລະມັນ ແລະຍີ່ປຸ່ນ ໃນສົງຄາມໂລກຄັ້ງທີ II  ອີກ. 

ຄຳກ່າວດັ່ງກ່າວນັ້ນ ເປັນຄັ້ງປະຫວັດສາດທີ່ຜູ້ນຳສະຫະລັດເອີ່ຍປາກຍອມຮັບວ່າໃນອະດີດສະຫະລັດເຄີຍເຮັດສົງຄາມໃນລາວ. ເຖິງແມ່ນວ່າທ່ານໂອບາມາບໍ່ໄດ້ກ່າວຄຳຂໍໂທດຕໍ່ປະຊາຊົນລາວຢ່າງເປັນທາງການກໍຕາມ ແຕ່ກໍສະແດງໃຫ້ຮູ້ວ່າຜູ້ນຳສະຫະລັດຄົນນີ້ໄດ້ສະແດງຄວາມຮັບຜິດຊອບຕໍ່ເຫດການທີ່ເຄີຍມີໃນອະດີດ ພ້ອມທັງປະກາດຈະໃຫ້ທຶນເກັບກູ້ລະເບີດທີ່ບໍ່ທັນແຕກໃນລາວ ເປັນ 30 ລ້ານໂດລາ/ປີ ໃນ 3 ປີຕໍ່ຫນ້ານີ້.


ໃນຊຸມປີ 1960 ກອງທັບສະຫະລັດໄດ້ເຮັດສົງຄາມຕ້ານລັດທິຄອມມູນິດໃນແຫລມອິນດູຈີນ ໂດຍໃຫ້ຊື່ວ່າ ສົງຄາມຫວຽດນາມ ສ່ວນການເຮັດສົງຄາມໃນລາວເປັນສົງຄາມລັບ ຖືກປິດບັງມາຕະຫລອດ ເຮັດໃຫ້ປະຊາຄົມໂລກ ລວມທັງປະຊາຊົນອາເມລິກາບໍ່ຮັບຮູ້ວ່າ ອາເມລິກາເຄີຍເຮັດສົງຄາມໃນລາວ ທັ້ງໆ ທີ່ປະເທດລາວເປັນປະເທດທີ່ຖືກໂຈມຕີດ້ວຍລະເບີດຫລາຍກວ່າຫມູ່ໃນໂລກ ຄື ຫລາຍກວ່າ 2 ລ້ານໂຕນ ໃນນັ້ນລະເບີດບໍ່ເຮັດວຽກ 30% ຫລືຫລາຍເຖິງ 270 ລ້ານລູກ ທີ່ເປັນລະເບີດບໍ່ທັນແຕກແລະຕົກຄ້າງຢູ່ຕາມຫນ້າດິນປະເທດລາວ ເຊິ່ງມັນໄດ້ສືບຕໍ່ເຂັ່ນຂ້າປະຊາຊົນລາວມາຈົນຮອດມື້ນີ້ຫລາຍກວ່າ 20,000 ຄົນ ແລະຖ່ວງດຶງການພັດທະນາຂອງປະເທດລາວຢ່າງຮ້າຍແຮງ.