spot_img
Homeຂ່າວພາຍ​ໃນສະພາບຄວາມພ້ອມ ຂອງທີມຊາດລາວ ຊຸດໃຫຍ່ ທີ່ຈະລົງແຂ່ງຂັນ ກັບ ທີມຊາດມາລດິບ ໃນລາຍການ UAE 2019 AFC QAULIFY

ສະພາບຄວາມພ້ອມ ຂອງທີມຊາດລາວ ຊຸດໃຫຍ່ ທີ່ຈະລົງແຂ່ງຂັນ ກັບ ທີມຊາດມາລດິບ ໃນລາຍການ UAE 2019 AFC QAULIFY

Published on

ອີງຕາມຂໍ້ມູນ ຈາກທ່ານ ປອ ເວີນສະຫວັນ ສີວິໄຊ ຮອງຫົວໜ້າຄູຝຶກ ທີ່ສົ່ງໃຫ້ທີມງານ laosportnews ມີດັ່ງນີ້: ໂດຍພື້ນຖານແລ້ວ ສະພາບຂອງທີມ ແມ່ນມີຄວາມພ້ອມທຸກດ້ານ ທີ່ຈະລົງແຂ່ງຂັນ ກັບທີມຊາດ ມາລດິບ ໃນຕອນຄ່ຳຂອງມື້ນີ້ ເວລາ 21:00 ໂມງ ຕາມເວລາທ້ອງຖິ່ນ ( ເວລາ ບ້ານເຮົາ 23:00 ໂມງ, ຂອງວັນທີ 06 ກັນຍາ 2016 ), ໝາຍຄວາມວ່າ ທາງດ້ານສະພາບແນວຄິດຈິດໃຈ ຂອງ ນັກກິລາທຸກຄົນ ແລະຄະນະ ແມ່ນມີຈິດໜື່ງໃຈດຽວກັນ ແລະຈຸດປະສົງອັນດຽວກັນແມ່ນ ເອົາໄຊຊະນະ ໃຫ້ໄດ້ ຂີ້ຮ້າຍສຸດແມ່ນ ສະເໝີ, ທາງດ້ານ ພາລະກຳລັງ ກະຖືວ່າ ນັກກິລາທຸກຄົນ ມີຄວາມພ້ອມຢ່າງເຕັມທີ່, ສ່ວນ ດ້ານ ສຸຂະພາບຂອງນັກກິລາທຸກຄົນແມ່ນ ແຂງແຮງ ຍົກເວັ້ນ ປະເສີດສັກ ກອງກາງ ທີ່ຍັງ ບາດເຈັບຫົວເຂົ່າ ຄິດວ່າ ໃນເວລາ ໄປແຂ່ງຂັນຢູ່ບ້ານເຮົາຈະ ສາມາດລົງຮັບໃຊ້ຊາດໄດ້.

5891

ໃນການແຂ່ງຂັນໃນມື້ນີ້ ໃນຖານະ ທີ່ເຮົາເປັນທີມຢາມ ແລະ ເພື່ອຮັບປະກັນຄວາມຜິດພາດ ( ເພາະວ່າ ທີມຊາດລາວເຮົາເຄີຍເສຍໃຫ້ ມາລດິບມາກ່ອນ ແມ່ນ 7 ປະຕູຕໍ່ 1 ເພາະສະນັ້ນ ສຳລັບຍຸດທະວິທີຂອງ ພວກເຮົາຄື ເນັ້ນໜັກການປ້ອງກັນ ບໍ່ໃຫ້ເສຍປະຕູ ແລະ ເນັ້ນການບຸກແບບສວນກັບ ( Counter Attack) ໂດຍສະເພາະ ທີມມາລດິບ ມີກອງໜ້າ 02 ຄົນທີ່ມີຄວາມສາມາດສະເພາະໂຕສູງ ແລະ ສາມາດຍິງປະຕູໄດ້ ທຸກສະຖານະການ. ສຳລັບ ລະບົບການຫຼີ້ນໃນມື້ນີ້ ແມ່ນ ຈະໃຊ້ ລະບົບ 1-5-4-1 ຄື :

ຜູ້ຮັກສາປະຕູ 01 ຄົນ
ກອງຫຼັງສຸດທ້າຍ 01 ຄົນ ເອີ້ນວ່າ LIBERO
ສະຕ່ອບເປີ້ 02 ຄົນ

ແບັກຂວາ 01 ຄົນ
ກອງກາງ ແລະປີກສອງຂ້າງ04 ຄົນ
ກອງໜ້າ 01 ຄົນ
ລາຍຊື່ ຜູ້ທີ່ຈະລົງແຂ່ງຂັນ ໃນຈຳນວນ 11 ຕົວຈິງ ປະກອບມີ :

ທ້າວ ຈິນຕະນາ ສຸກສະຫວັດ ຜູ້ຮັກສາປະຕູຈາກສະໂມສອນ ລາວໂຕໂຍຕາ
ທ້າວ ຄຳພູມີ ຫານວິໄລ ກອງຫຼັງສຸດທ້າຍ ຈາກສະໂມສອນ ຊ້າງນ້ອຍ
ທ້າວ ທົດນິລາດ ສີບຸນເຮືອງ ສະຕ໋ອບເປີ້ ຈາກສະໂມສອນ ໄຟຟ້າລາວ
ທ້າວ ມຸກດາ ສຸກສະຫວັດ ສະຕ໋ອບເປີ້ ຈາກສະໂມສອນ ລາວໂຕໂຍຕາ
ທ້າວ ແສງດາວ ອິນທິລາດ ແບັກຊ້າຍ ຈາກສະໂມສອນ ລ້ານຊ້າງຍູໄນເຕັດ
ທ້າວ ໄຊນະຄອນວຽງ ພົມມະປັນຍາ ແບັກຂວາ ຈາກສະໂມສອນ ລາວໂຕໂຍຕາ
ທ້າວ ພັດທະນາ ສີວິໄລກອງກາງ ຈາກສະໂມສອນ ລາວໂຕໂຍຕາ
ທ້າວ ພຸດທະໄຊ ໂຄຈະເລີນ ກອງກາງຈາກສະໂມສອນ ລ້ານຊ້າງຍູໄນເຕັດ
ທ້າວ ມະໂນລົມ ພົມສຸວັນ ປີກຊ້າຍ ຈາກສະໂມສອນ ລ້ານຊ້າງຍູໄນເຕັດ
ທ້າວ ຄອນສະຫວັນ ສີຫາວົງ ປີກຂວາ ຈາກສະໂມສອນ ລ້ານຊ້າງຍູໄນເຕັດ
ທ້າວ ຄຳແພງ ໄຊຍະວຸດທິ ກອງໜ້າ ຈາກສະໂມສອນ ລ້ານຊ້າງຍູໄນເຕັດ
ສຳລັບລາຍຊື່ 11 ຕົວຈິງ ແມ່ນໄດ້ອີງໃສ່ ສະພາບການຝຶກແອບ ຕົວຈິງຂອງນັກກິລາ ແລະ ທາງດ້ານສະມັດຕະພາບ ກຳລັງຂອງນັກກິລາເອງ. ສະນັ້ນ, ຈຶ່ງຂໍຮຽນເຊີນ ບັນດາແຟນກິລາບານເຕະ ລາວເຮົາຈົ່ງພ້ອມສົ່ງແຮງໃຈເຊຍ ນັກກິລາ ຂອງພວກເຮົາ ເພື່ອຍາດເອົາໄຊຊະນະ ມາໃຫ້ໄດ້ ຂໍຂອບໃຈ

ໂດຍ: ປອ ເວີນສະຫວັນ ສີວິໄຊ

ທີ່ມາຈາກ: 
ສຳຫຼັບທ່ານທີ່ຮັກຂ່າວໄອທີ ແລະ ເກມ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...